ເພງສັນລະເສີນ 107:1-43
107 ໃຫ້ຂອບໃຈພະເຢໂຫວາ ຍ້ອນເພິ່ນດີແທ້ໆ.+ເພິ່ນມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.+
2 ໃຫ້ຄົນທີ່ພະເຢໂຫວາໄຖ່ຂອບໃຈເພິ່ນຄືຄົນທີ່ເພິ່ນໄຖ່ຈາກມື*ຂອງພວກສັດຕູ+
3 ຄົນທີ່ເພິ່ນລວບລວມມາຈາກຊາດຕ່າງໆ+ຈາກທິດຕາເວັນອອກແລະທິດຕາເວັນຕົກຈາກທິດເໜືອແລະທິດໃຕ້.+
4 ເຂົາເຈົ້າຍ່າງໄປເລື້ອຍໆໃນບ່ອນກັນດານ.ເຂົາເຈົ້າບໍ່ເຫັນທາງທີ່ຈະໄປເມືອງທີ່ເຂົາເຈົ້າຈະອາໄສຢູ່ໄດ້.
5 ເຂົາເຈົ້າຫິວເຂົ້າແລະຫິວນ້ຳ.ເຂົາເຈົ້າເມື່ອຍຫຼາຍຈົນເປັນລົມ.
6 ຕອນທີ່ເຂົາເຈົ້າຍາກລຳບາກ ເຂົາເຈົ້າໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍທຸກເທື່ອ+ແລະເພິ່ນກໍຊ່ວຍເຂົາເຈົ້າຈາກຄວາມທຸກຍາກເຫຼົ່ານັ້ນ.+
7 ເພິ່ນພາເຂົາເຈົ້າໄປໃນທາງທີ່ຖືກຕ້ອງ+ແລະພາໄປໃນເມືອງທີ່ຈະອາໄສຢູ່ໄດ້.+
8 ໃຫ້ປະຊາຊົນຂອບໃຈພະເຢໂຫວາ+ ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງແລະຍ້ອນເພິ່ນເຮັດສິ່ງດີຕ່າງໆເພື່ອມະນຸດ.+
9 ເພິ່ນໃຫ້ຄົນທີ່ຫິວນ້ຳໄດ້ກິນນ້ຳແລະໃຫ້ຄົນທີ່ຫິວເຂົ້າໄດ້ກິນອາຫານດີໆ.+
10 ບາງຄົນຢູ່ໃນຄວາມມືດທີ່ມືດທີ່ສຸດ.ເຂົາເຈົ້າເປັນນັກໂທດທີ່ຖືກລ່າມໂສ້ແລະທົນທຸກຢູ່.
11 ເຂົາເຈົ້າບໍ່ເຊື່ອຟັງຄຳເວົ້າຂອງພະເຈົ້າແລະບໍ່ນັບຖືຄຳແນະນຳຂອງພະເຈົ້າສູງສຸດ.+
12 ເພິ່ນເຮັດໃຫ້ເຂົາເຈົ້າເຈິຄວາມລຳບາກເພື່ອເຂົາເຈົ້າຈະຖ່ອມໃຈ.+ເຂົາເຈົ້າລົ້ມລົງ*ແລະບໍ່ມີຜູ້ໃດຊ່ວຍເຂົາເຈົ້າເລີຍ.
13 ຕອນທີ່ເຂົາເຈົ້າຍາກລຳບາກ ເຂົາເຈົ້າໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍແລະເພິ່ນກໍຊ່ວຍເຂົາເຈົ້າຈາກຄວາມທຸກຍາກເຫຼົ່ານັ້ນ.
14 ເພິ່ນພາເຂົາເຈົ້າອອກມາຈາກຄວາມມືດທີ່ມືດທີ່ສຸດແລະຕັດໂສ້ທີ່ລ່າມເຂົາເຈົ້າໄວ້.+
15 ໃຫ້ປະຊາຊົນຂອບໃຈພະເຢໂຫວາ ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງ+ແລະຍ້ອນເພິ່ນເຮັດສິ່ງດີຕ່າງໆເພື່ອມະນຸດ.
16 ເພິ່ນພັງປະຕູທອງແດງແລະຕັດກອນປະຕູທີ່ເປັນເຫຼັກ.+
17 ເຂົາເຈົ້າໂງ່ຫຼາຍແລະຕ້ອງເຈິກັບຄວາມເຈັບປວດ+ຍ້ອນຄວາມຜິດທີ່ເຂົາເຈົ້າໄດ້ເຮັດ.+
18 ເຂົາເຈົ້າບໍ່ຢາກກິນຫຍັງເລີຍ.ເຂົາເຈົ້າເຂົ້າໄປໃກ້ປະຕູແຫ່ງຄວາມຕາຍ.
19 ຕອນທີ່ເຂົາເຈົ້າຍາກລຳບາກ ເຂົາເຈົ້າມັກຮ້ອງຂໍໃຫ້ພະເຢໂຫວາຊ່ວຍແລະເພິ່ນກໍຊ່ວຍເຂົາເຈົ້າຈາກຄວາມທຸກຍາກເຫຼົ່ານັ້ນ.
20 ເພິ່ນສັ່ງໃຫ້ມີການປິ່ນປົວເຂົາເຈົ້າ+ແລະຊ່ວຍເຂົາເຈົ້າເພື່ອທີ່ເຂົາເຈົ້າຈະບໍ່ຕ້ອງຕາຍ.
21 ໃຫ້ປະຊາຊົນຂອບໃຈພະເຢໂຫວາ ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງແລະຍ້ອນເພິ່ນເຮັດສິ່ງດີຕ່າງໆເພື່ອມະນຸດ.
22 ໃຫ້ເຂົາເຈົ້າເອົາເຄື່ອງບູຊາສະແດງຄວາມຂອບໃຈມາໃຫ້ເພິ່ນ+ແລະປະກາດສິ່ງທີ່ເພິ່ນເຮັດດ້ວຍຄວາມຍິນດີ.
23 ຄົນທີ່ຂີ່ເຮືອຢູ່ທະເລແລະຄົນທີ່ເດີນທາງຄ້າຂາຍຢູ່ນ້ຳທີ່ກວ້າງໃຫຍ່+
24 ເຂົາເຈົ້າໄດ້ເຫັນສິ່ງທີ່ພະເຢໂຫວາເຮັດແລະເຫັນສິ່ງທີ່ງາມໆທີ່ເພິ່ນສ້າງໃນທະເລ.+
25 ເມື່ອເພິ່ນສັ່ງ ລົມພາຍຸກໍເກີດຂຶ້ນ+ແລະຄື້ນທະເລກໍສູງຂຶ້ນ.
26 ຄື້ນໄດ້ຊັດເຂົາເຈົ້າຂຶ້ນໄປບັກສູງໆແລ້ວເຂົາເຈົ້າກໍຕົກລົງມາກາງທະເລອີກເທື່ອໜຶ່ງ.
ເຂົາເຈົ້າຢ້ານຫຼາຍຍ້ອນເຂົາເຈົ້າກຳລັງຈະຈິບຫາຍ.
27 ເຂົາເຈົ້າເຊໄປເຊມາຄືກັບຄົນເມົາເຫຼົ້າແລະຄວາມສາມາດຂອງເຂົາເຈົ້າກໍຊ່ວຍຫຍັງບໍ່ໄດ້ເລີຍ.+
28 ແລ້ວເຂົາເຈົ້າກໍຮ້ອງຂໍໃຫ້ພະເຢໂຫວາຊ່ວຍຍ້ອນເຂົາເຈົ້າຍາກລຳບາກ+ແລະເພິ່ນກໍຊ່ວຍເຂົາເຈົ້າຈາກຄວາມທຸກຍາກເຫຼົ່ານັ້ນ.
29 ເພິ່ນເຮັດໃຫ້ລົມພາຍຸສະຫງົບລົງແລະຄື້ນທະເລກໍເຊົາປັ່ນປ່ວນ.+
30 ເມື່ອທຸກຢ່າງສະຫງົບລົງ ຄົນທີ່ຢູ່ໃນເຮືອກໍດີໃຈຫຼາຍແລະເພິ່ນໄດ້ພາເຂົາເຈົ້າໄປທ່າເຮືອທີ່ເຂົາເຈົ້າຢາກໄປ.
31 ໃຫ້ປະຊາຊົນຂອບໃຈພະເຢໂຫວາ ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງແລະຍ້ອນເພິ່ນເຮັດສິ່ງດີຕ່າງໆເພື່ອມະນຸດ.+
32 ໃຫ້ເຂົາເຈົ້າຍົກຍ້ອງເພິ່ນໃນກຸ່ມປະຊາຊົນ+ແລະໃຫ້ເຂົາເຈົ້າສັນລະເສີນເພິ່ນຕໍ່ໜ້າພວກຜູ້ນຳ.
33 ເພິ່ນປ່ຽນແມ່ນ້ຳໃຫ້ເປັນທະເລຊາຍປ່ຽນນ້ຳອອກບໍ່ໃຫ້ເປັນບ່ອນທີ່ແຫ້ງແລ້ງ+
34 ແລະປ່ຽນດິນທີ່ອຸດົມສົມບູນໃຫ້ເປັນດິນເຄັມ+ຍ້ອນຄວາມຊົ່ວຂອງຄົນທີ່ຢູ່ຫັ້ນ.
35 ເພິ່ນປ່ຽນທະເລຊາຍໃຫ້ເປັນໜອງນ້ຳທີ່ມີຕົ້ນໄມ້ແລະປ່ຽນບ່ອນແຫ້ງແລ້ງໃຫ້ມີນ້ຳອອກບໍ່.+
36 ເພິ່ນໃຫ້ຄົນທີ່ຫິວອາໄສຢູ່ຫັ້ນ+ເພື່ອເຂົາເຈົ້າຈະສ້າງເມືອງແລະອາໄສຢູ່ຫັ້ນໄດ້.+
37 ເຂົາເຈົ້າຫວ່ານແນວປູກແລະເຮັດສວນໝາກລະແຊັງ+ແລະເກັບກ່ຽວຜົນລະປູກໄດ້ບັກຫຼາຍໆ.+
38 ເພິ່ນອວຍພອນເຂົາເຈົ້າໃຫ້ມີຄົນຫຼາຍຂຶ້ນແລະເຮັດໃຫ້ຝູງສັດຂອງເຂົາເຈົ້າຫຼາຍຂຶ້ນຄືກັນ.+
39 ແຕ່ເຂົາເຈົ້າພັດມີຄົນໜ້ອຍຄືເກົ່າແລະຕ້ອງອັບອາຍຂາຍໜ້າຍ້ອນເຂົາເຈົ້າຖືກຂົ່ມເຫງ ເຈິຄວາມຈິບຫາຍ ແລະຄວາມໂສກເສົ້າ.
40 ເພິ່ນເຮັດໃຫ້ພວກຜູ້ປົກຄອງອັບອາຍແລະເຮັດໃຫ້ເຂົາເຈົ້າຍ້າຍບ່ອນຢູ່ໄປເລື້ອຍໆໃນບ່ອນທີ່ບໍ່ມີຫຍັງ.+
41 ແຕ່ເພິ່ນປົກປ້ອງຄົນທຸກ*ບໍ່ໃຫ້ຖືກກົດຂີ່ຂົ່ມເຫງ+ແລະເຮັດໃຫ້ຄອບຄົວຂອງເຂົາເຈົ້າມີຄົນຫຼາຍຄືກັບຝູງແກະ.
42 ເມື່ອຄົນສັດຊື່ເຫັນແນວນີ້ກໍດີໃຈຫຼາຍ+ແຕ່ຄົນບໍ່ດີພາກັນມິດຢູ່.+
43 ຄົນສະຫຼາດຈະສັງເກດເບິ່ງສິ່ງເຫຼົ່ານີ້+ແລະຈະຄິດຢ່າງລະອຽດກ່ຽວກັບສິ່ງທີ່ພະເຢໂຫວາເຮັດດ້ວຍຄວາມຮັກທີ່ໝັ້ນຄົງ.+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ອຳນາດ”
^ ຫຼື “ສະດຸດ”
^ ຫຼື “ວາງຄົນທຸກໄວ້ບ່ອນສູງ” ເຊິ່ງໝາຍເຖິງບ່ອນທີ່ຢື້ບໍ່ເຖິງ