ອົບພະຍົບ 3:1-22

  • ໂມເຊ​ແລະ​ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ​ຢູ່ (1-12)

  • ພະເຢໂຫວາ​ອະທິບາຍ​ຄວາມ​ໝາຍ​ຂອງ​ຊື່​ເພິ່ນ (13-15)

  • ພະເຢໂຫວາ​ສັ່ງ​ໂມເຊ​ໃຫ້​ໄປ​ຊ່ວຍ​ພວກ​ອິດສະຣາເອນ (16-22)

3  ໂມເຊ​ເປັນ​ຄົນ​ລ້ຽງ​ແກະ​ໃຫ້​ເຢດໂຣ+ພໍ່​ເຖົ້າ​ຂອງ​ລາວ. ເຢດໂຣ​ເປັນປະໂລຫິດ​ຄົນ​ມີດີອານ. ຕອນ​ທີ່​ລາວ​ພາ​ຝູງ​ແກະ​ໄປ​ທາງ​ທິດຕາເວັນຕົກ​ໃນ​ບ່ອນ​ກັນດານ ລາວ​ກໍ​ໄປ​ຮອດ​ພູ​ໂຮເຣັບເຊິ່ງ​ເປັນ​ພູ​ຂອງ​ພະເຈົ້າ​ທ່ຽງແທ້.+  ມີ​ຟຸ່ມ​ໄມ້​ຟຸ່ມ​ໜຶ່ງ​ທີ່​ມີໄຟ​ລຸກ​ຢູ່ ແລະ​ມີ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຢູ່​ຫັ້ນ.+ ລາວ​ແນມເບິ່ງຟຸ່ມ​ໄມ້​ນັ້ນຢູ່ດົນ​ເຕີບ ມີ​ໄຟ​ລຸກ​ຢູ່ຟຸ່ມ​ໄມ້ ແຕ່​ຟຸ່ມ​ໄມ້​ກໍ​ບໍ່​ໄໝ້​ຈັກ​ເທື່ອ.  ລາວ​ຄິດ​ວ່າ: “ເອີ່​ ຄື​ເປັນ​ຈັ່ງ​ຊັ້ນ ໄຟ​ກໍລຸກຢູ່ ແຕ່ມັນຄື​ບໍ່​ໄໝ້​ຟຸ່ມ​ໄມ້​ຈັກ​ເທື່ອ? ຊິ​ເຂົ້າ​ໄປ​ເບິ່ງ​ກ່ອນ.”  ເມື່ອ​ພະ​ເຢໂຫວາ​ເຫັນ​ລາວ​ເຂົ້າ​ມາ​ໃກ້ ເພິ່ນ​ກໍ​ເອີ້ນ​ລາວ​ຈາກ​ຟຸ່ມ​ໄມ້​ວ່າ: “ໂມເຊ! ໂມເຊ​ເອີ້ຍ!” ລາວ​ຕອບ​ວ່າ: “ໂດຍ.”  ເພິ່ນ​ເວົ້າ​ວ່າ: “ຢ່າ​ເຂົ້າ​ມາ​ໃກ້​ຫຼາຍ​ກວ່າ​ນີ້. ປົດ​ເກີບເຈົ້າອອກ ເພາະ​ວ່າ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ບໍລິສຸດ.”  ເພິ່ນ​ເວົ້າ​ອີກ​ວ່າ: “ເຮົາ​ແມ່ນ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຈົ້າ ພະເຈົ້າ​ຂອງ​ອັບຣາຮາມ+ ພະເຈົ້າ​ຂອງ​ອີຊາກ+ ແລະ​ພະເຈົ້າ​ຂອງ​ຢາໂຄບ.”+ ແລ້ວ​ໂມເຊ​ກໍ​ປິດ​ໜ້າ​ໂຕ​ເອງ​ໄວ້ ເພາະ​ລາວ​ບໍ່​ກ້າ​ເບິ່ງ​ພະເຈົ້າ​ທ່ຽງແທ້.  ພະ​ເຢໂຫວາ​ເວົ້າ​ຕື່ມ​ອີກ​ວ່າ: “ເຮົາ​ເຫັນ​ແລ້ວ​ວ່າ​ຄົນ​ຂອງ​ເຮົາ​ຢູ່ໃນເອຢິບ​ທຸກ​ລຳບາກ​ສ່ຳ​ໃດ. ເຮົາ​ຮູ້​ວ່າ​ເຂົາ​ເຈົ້າ​ເຈັບ​ປວດ​ຫຼາຍ​ແທ້​ໆ​. ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ຄາງ​ຂອງ​ເຂົາ​ເຈົ້າ​ຍ້ອນ​ເຂົາ​ເຈົ້າ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ.+  ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ພວກ​ເອຢິບ.+ ເຮົາ​ຈະ​ພາ​ເຂົາ​ເຈົ້າ​ໄປ​ໃນ​ແຜ່ນດິນ​ກວ້າງ​ໃຫຍ່​ແລະ​ອຸດົມ​ສົມບູນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ.+ ບ່ອນ​ນັ້ນ​ເປັນ​ແຜ່ນດິນ​ຂອງ​ພວກ​ການາອານ ພວກ​ເຮດ ພວກ​ອາໂມ ພວກ​ເປຣິຊີ ພວກ​ຮີວີ ແລະ​ພວກ​ເຢບຸດ.+  ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ຄາງ​ຂອງ​ພວກ​ອິດສະຣາເອນ​ແລ້ວ​ ເຮົາ​ໄດ້​ເຫັນ​ພວກ​ເອຢິບ​ກົດ​ຂີ່​ຂົ່ມເຫງ​ເຂົາ​ເຈົ້າ.+ 10  ຕອນ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ໄປ​ຫາ​ຟາໂຣ*ແລະ​ໃຫ້​ເຈົ້າ​ຊ່ວຍ​ພວກ​ອິດສະຣາເອນ​ຄົນ​ຂອງ​ເຮົາ​ອອກ​ຈາກ​ເອຢິບ.”+ 11  ແຕ່​ໂມເຊ​ບອກ​ພະເຈົ້າ​ທ່ຽງແທ້​ວ່າ: “ລູກ​ເປັນ​ພຽງ​ຄົນ​ທຳມະດາ. ລູກ​ຊິ​ໄປ​ຫາ​ຟາໂຣ​ແລະ​ຊ່ວຍ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ​ໄດ້​ຈັ່ງ​ໃດ​?” 12  ເພິ່ນ​ຕອບ​ວ່າ: “ເຮົາ​ຈະ​ຢູ່​ກັບ​ເຈົ້າ.+ ເຈົ້າ​ຈະ​ພາ​ຄົນ​ຂອງ​ເຮົາ​ອອກ​ຈາກ​ເອຢິບ. ແລ້ວ​ພວກ​ເຈົ້າ​ຈະ​ນະມັດສະການ​ເຮົາ​ຢູ່​ພູ​ໜ່ວຍ​ນີ້.+ ເຮົາ​ສັນຍາ​ກັບ​ເຈົ້າ​ແນວ​ນີ້​ແລະ​ເມື່ອ​ມັນ​ເປັນ​ໄປ​ຕາມ​ນີ້​ແທ້​ໆ​ ເຈົ້າ​ກໍ​ຈະ​ເຫັນ​ກັບ​ຕາ​ວ່າ​ພະເຈົ້າ​ທ່ຽງແທ້​ເປັນ​ຜູ້​ສົ່ງ​ເຈົ້າ​ໄປ.” 13  ແຕ່​ໂມເຊ​ເວົ້າ​ກັບ​ພະເຈົ້າ​ທ່ຽງແທ້​ວ່າ: “ຖ້າ​ລູກ​ໄປ​ຫາ​ພວກ​ອິດສະຣາເອນ​ແລະ​ບອກ​ເຂົາ​ເຈົ້າ​ວ່າ ‘ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ສົ່ງ​ຂ້ອຍ​ມາ’ ແລະ​ຖ້າ​ເຂົາ​ເຈົ້າ​ຖາມ​ລູກ​ວ່າ ‘ພະເຈົ້າ​ຜູ້​ນັ້ນ​ຊື່​ຫຍັງ?’+ ລູກ​ຊິ​ຕອບ​ເຂົາ​ເຈົ້າ​ແນວ​ໃດ?” 14  ພະເຈົ້າ​ຕອບ​ໂມເຊ​ວ່າ: “ເຮົາ​ຈະ​ເປັນຫຍັງ​ກໍ​ໄດ້ທີ່​ເຮົາ​ຢາກ*ເປັນ”+ ແລະ​ເພິ່ນ​ເວົ້າ​ຕື່ມ​ວ່າ: “ເຈົ້າ​ຕ້ອງ​ບອກ​ພວກ​ອິດສະຣາເອນ​ວ່າ ‘ພະເຈົ້າ​ທີ່​ຊື່​ວ່າ “ເຮົາ​ຈະ​ເປັນ” ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ພວກ​ເຈົ້າ.’”+ 15  ແລ້ວ​ພະເຈົ້າ​ກໍ​ເວົ້າ​ຊ້ຳ​ກັບ​ໂມເຊ​ອີກ​ວ່າ: “ເຈົ້າ​ຕ້ອງ​ບອກ​ພວກ​ອິດສະຣາເອນ​ແນວ​ນີ້. ‘ພະ​ເຢໂຫວາ ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ພະເຈົ້າ​ຂອງ​ອັບຣາຮາມ+ ພະເຈົ້າ​ຂອງ​ອີຊາກ+ ແລະ​ພະເຈົ້າ​ຂອງ​ຢາໂຄບ+ ສົ່ງ​ຂ້ອຍ​ມາ​ຫາ​ພວກ​ເຈົ້າ.’ ຊື່ນີ້​ແມ່ນ​ຊື່​ຂອງ​ເຮົາ​ຕະຫຼອດໄປ+ ແລະ​ຄົນ​ທຸກ​ສະໄໝ​ຈະ​ຮູ້ຈັກ​ເຮົາ​ຕາມ​ຊື່​ນີ້. 16  ໃຫ້​ເຈົ້າ​ເອີ້ນ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ມາ​ລວມ​ກັນ ແລະ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ພະເຈົ້າ​ຂອງ​ອັບຣາຮາມ ອີຊາກ ແລະ​ຢາໂຄບ ມາ​ຫາ​ຂ້ອຍແລະ​ເວົ້າ​ວ່າ “ເຮົາ​ເບິ່ງ​ພວກ​ເຈົ້າ​ຢູ່+​ແລະ​ເຫັນ​ວ່າ​ພວກ​ເອຢິບ​ກຳລັງ​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ. 17  ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ການ​ກົດ​ຂີ່​ຂົ່ມເຫງ+ຂອງ​ພວກ​ເອຢິບ ແລະ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ຂອງ​ພວກ​ການາອານ ພວກ​ເຮດ ພວກ​ອາໂມ+ ພວກ​ເປຣິຊີ ພວກ​ຮີວີ ແລະ​ພວກ​ເຢບຸດ.+ ໃນ​ແຜ່ນດິນ​ນັ້ນ​ຈະ​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ.”’+ 18  ເຂົາ​ເຈົ້າ​ຈະ​ຟັງ​ເຈົ້າ​ແນ່ນອນ.+ ເຈົ້າ​ກັບ​ພວກ​ຜູ້​ນຳ​ຂອງ​ຄົນ​ອິດສະຣາເອນ​ຈະ​ໄປ​ຫາ​ກະສັດ​ເອຢິບ​ແລະ​ຈະ​ບອກ​ກັບ​ກະສັດ​ວ່າ ‘ພະ​ເຢໂຫວາ ພະເຈົ້າ​ຂອງ​ຄົນ​ເຮັບເຣີ+​ໄດ້​ເວົ້າ​ກັບ​ພວກ​ເຮົາ. ພວກ​ເຮົາ​ຂໍ​ເວລາ 3 ມື້ ເພື່ອ​ໄປ​ບ່ອນ​ກັນດານ. ພວກ​ເຮົາຈະ​ເອົາ​ສັດ​ໄປ​ບູຊາໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຢູ່​ຫັ້ນ.’+ 19  ແຕ່​ເຮົາ​ຮູ້​ວ່າ​ກະສັດ​ເອຢິບ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຈົ້າ​ໄປ​ດອກ ຈົນ​ກວ່າ​ຈະໄດ້​ເຫັນ​ລິດ​ເດດທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ.+ 20  ແລ້ວ​ເຮົາ​ຈະ​ເຮັດ​ການອັດສະຈັນ​ຫຼາຍ​ຢ່າງ​ເພື່ອ​ລົງໂທດ​ພວກ​ເອຢິບ. ຫຼັງ​ຈາກ​ນັ້ນ ກະສັດ​ຈະ​ຍອມ​ປ່ອຍ​ພວກ​ເຈົ້າ​ໄປ.+ 21  ເຮົາ​ຈະ​ເຮັດ​ໃຫ້​ພວກ​ເອຢິບ​ເຮັດ​ດີ​ຕໍ່​ພວກ​ເຈົ້າ. ເມື່ອ​ພວກ​ເຈົ້າ​ອອກ​ໄປ ພວກ​ເຂົາ​ຈະ​ເອົາ​ເຄື່ອງ​ຂອງ​ຫຼາຍ​ຢ່າງ​ໃຫ້​ພວກ​ເຈົ້າ.+ 22  ພວກ​ຜູ້​ຍິງ​ອິດສະຣາເອນ​ແຕ່​ລະ​ຄົນ​ຈະ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ​ແລະ​ເຄື່ອງນຸ່ງ​ຈາກ​ເພື່ອນ​ບ້ານ ແລະ​ຈາກ​ຜູ້​ຍິງ​ຊາດ​ອື່ນ​ທີ່​ຢູ່​ເຮືອນ​ນຳ​ກັນ. ພວກ​ຜູ້​ຍິງ​ອິດສະຣາເອນ​ຈະ​ເອົາ​ມາ​ໃສ່​ໃຫ້​ລູກ​ຊາຍ​ກັບ​ລູກສາວ ແລະ​ພວກ​ເຈົ້າ​ຈະ​ໄດ້​ເຄື່ອງ​ຂອງ​ຫຼາຍ​ແທ້​ໆ​ຈາກ​ພວກ​ເອຢິບ.”+

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ຫຼື “ເລືອກ.” ເບິ່ງ​ພາກ​ຜະໜວກ ກ4.