ອົບພະຍົບ 15:1-27
15 ຕອນນັ້ນ ໂມເຊແລະພວກອິດສະຣາເອນໄດ້ຮ້ອງເພງນີ້ໃຫ້ພະເຢໂຫວາ:+
“ຂ້ອຍຂໍຮ້ອງເພງໃຫ້ພະເຢໂຫວາ ຍ້ອນເພິ່ນໄດ້ໄຊຊະນະທີ່ຍິ່ງໃຫຍ່+
ເພິ່ນໄດ້ຖິ້ມພວກມ້າກັບຄົນຂີ່ມ້າລົງໃນທະເລ.+
2 ເຢໂຫວາ*ເປັນກຳລັງຂອງຂ້ອຍ. ເພິ່ນຊ່ວຍຂ້ອຍໃຫ້ລອດ.+
ຂ້ອຍຈະສັນລະເສີນພະເຈົ້າຂອງຂ້ອຍ+ ແລະຈະຍົກຍ້ອງ+ພະເຈົ້າຂອງພໍ່ຂ້ອຍ.+
3 ພະເຢໂຫວາເປັນນັກຮົບທີ່ເກັ່ງຫຼາຍ.+ ຊື່ຂອງເພິ່ນແມ່ນເຢໂຫວາ.+
4 ເພິ່ນຖິ້ມລົດມ້າກັບກອງທັບຂອງຟາໂຣລົງໃນທະເລ.+ທະຫານທີ່ເກັ່ງທີ່ສຸດຂອງລາວຈົມຢູ່ໃນທະເລແດງແລ້ວ.+
5 ຄື້ນທະເລທັບໃສ່ພວກເຂົາ ແລະພວກເຂົາຈົມລົງຮອດພື້ນຄືກັບກ້ອນຫີນ.+
6 ພະເຢໂຫວາເອີ້ຍ ມືຂວາຂອງພະອົງມີອຳນາດຫຼາຍ.+ພະເຢໂຫວາເອີ້ຍ ມືຂວາຂອງພະອົງຍ່ອງສັດຕູຈົນມຸ່ນໄດ້.
7 ພະອົງໃຊ້ລິດເດດໂຍນພວກທີ່ມາຕໍ່ຕ້ານພະອົງຖິ້ມ.+ຄວາມໃຈຮ້າຍຂອງພະອົງເຜົາພວກເຂົາຄືກັບໄຟໄໝ້ຕໍເຟືອງຈົນໝົດ.
8 ພະອົງທັ່ງລົມອອກຈາກດັງບາດດຽວ ກໍເຮັດໃຫ້ນ້ຳແຍກຈາກກັນໄດ້.ນ້ຳກໍຕັ້ງຂຶ້ນຄືກັບມີຝາກັ້ນໄວ້.ຄື້ນນ້ຳກໍແຂ້ນຢູ່ກາງທະເລ.
9 ພວກສັດຕູເວົ້າວ່າ ‘ຂ້ອຍຊິຈັບໄດ້ໄລ່ທັນພວກເຂົາ!
ຂ້ອຍຊິເອົາເຄື່ອງຂອງທີ່ປຸ້ນມາປັນກັນຈົນພໍໃຈ!
ຂ້ອຍຊິຖອດດາບອອກມາ ແລະທຳລາຍພວກເຂົາດ້ວຍມືຂອງຂ້ອຍ.’+
10 ເມື່ອພະອົງເປົ່າລົມອອກ ນ້ຳທະເລກໍໄຫຼທັບພວກເຂົາ.+ພວກເຂົາຈົມລົງພື້ນທະເລຄືກັບເຫຼັກ.
11 ພະເຢໂຫວາເອີ້ຍ ບໍ່ມີພະເຈົ້າອົງໃດທຽບກັບພະອົງໄດ້.+
ພະອົງບໍລິສຸດ+ ແລະບໍ່ມີພະເຈົ້າອົງໃດຄືພະອົງ.
ພະອົງສົມຄວນໄດ້ຮັບຄວາມນັບຖືແລະການສັນລະເສີນດ້ວຍເພງ. ພະອົງເຮັດການອັດສະຈັນຫຼາຍຢ່າງ.+
12 ພະອົງຍື່ນມືຂວາອອກແລະແຜ່ນດິນກໍກືນກິນພວກເຂົາ.+
13 ດ້ວຍຄວາມຮັກທີ່ໝັ້ນຄົງ ພະອົງໄດ້ນຳໜ້າປະຊາຊົນທີ່ພະອົງໄຖ່ແລ້ວ.+ພະອົງຈະຊີ້ນຳເຂົາເຈົ້າໄປບ່ອນບໍລິສຸດດ້ວຍລິດເດດຂອງພະອົງ.
14 ຜູ້ຄົນຕ້ອງໄດ້ຍິນ+ແລະພວກເຂົາຈະຢ້ານຈົນໂຕສັ່ນ.ພວກຟີລິດສະຕີນຈະເຈັບປວດຫຼາຍ.
15 ຕອນນັ້ນ ຫົວໜ້າເຜົ່າຂອງພວກເອໂດມຈະຢ້ານຫຼາຍ.ພວກຫົວໜ້າທີ່ໂຫດຮ້າຍຂອງໂມອາບຈະຢ້ານຈົນໂຕສັ່ນ.+
ພວກການາອານທຸກຄົນຈະທໍ້ໃຈ.+
16 ພະເຢໂຫວາເອີ້ຍ ພວກເຂົາຈະຢ້ານຈົນສັ່ນທົດໆ+
ຍ້ອນລິດເດດທີ່ຍິ່ງໃຫຍ່ຂອງພະອົງ ພວກເຂົາຊິຢືນໂຕແຂງຄືກ້ອນຫີນຈົນກວ່າຄົນຂອງພະອົງຈະຜ່ານໄປຈົນກວ່າຄົນທີ່ພະອົງສ້າງ+ຈະກາຍໜ້າພວກເຂົາໄປ.+
17 ພະເຢໂຫວາເອີ້ຍ ພະອົງຈະພາເຂົາເຈົ້າມາຢູ່ພູຂອງພະອົງ+ບ່ອນທີ່ພະອົງກຽມໄວ້ເພື່ອໂຕເອງແລະບ່ອນບໍລິສຸດທີ່ພະເຢໂຫວາສ້າງໄວ້.
18 ພະເຢໂຫວາຈະປົກຄອງເປັນກະສັດຕະຫຼອດໄປ.+
19 ເມື່ອລົດຮົບແລະທະຫານມ້າຂອງຟາໂຣລົງໄປໃນທະເລ+ພະເຢໂຫວາກໍໃຫ້ນ້ຳທະເລໄຫຼກັບມາທັບພວກເຂົາ+ແຕ່ຄົນອິດສະຣາເອນຍ່າງຢູ່ພື້ນທະເລທີ່ເປັນດິນແຫ້ງ.”+
20 ແລ້ວຜູ້ພະຍາກອນຍິງມີຣີອາມທີ່ເປັນເອື້ອຍຂອງອາໂຣນກໍເອົາກອງແທມບູຣິນ*ມາຫຼິ້ນ ແລ້ວຜູ້ຍິງທຸກຄົນກໍເຮັດຄືກັນແລະເຕັ້ນນຳລາວ.
21 ມີຣີອາມຮ້ອງເພງຕອບພວກຜູ້ຊາຍວ່າ:
“ໃຫ້ຮ້ອງເພງໃຫ້ພະເຢໂຫວາ ຍ້ອນເພິ່ນໄດ້ໄຊຊະນະທີ່ຍິ່ງໃຫຍ່.+
ເພິ່ນໄດ້ຖິ້ມພວກມ້າແລະຄົນຂີ່ມ້າລົງໃນທະເລ.”+
22 ຫຼັງຈາກນັ້ນ ໂມເຊກໍພາພວກອິດສະຣາເອນອອກຈາກທະເລແດງ ແລະເຂົ້າໄປໃນບ່ອນກັນດານຊູເຣ. ເຂົາເຈົ້າເດີນທາງໃນເຂດນັ້ນ 3 ມື້ ແຕ່ກໍບໍ່ເຈິນ້ຳກິນ.
23 ເມື່ອມາຮອດມາຣາ*+ ເຂົາເຈົ້າກໍເຫັນນ້ຳແຕ່ກິນບໍ່ໄດ້ ຍ້ອນນ້ຳນັ້ນຂົມ. ໂມເຊເລີຍເອີ້ນບ່ອນນັ້ນວ່າມາຣາ.
24 ພວກອິດສະຣາເອນກໍເລີຍຈົ່ມໃຫ້ໂມເຊ+ວ່າ: “ຈັ່ງແມ່ນເນາະ ພວກເຮົາຊິເອົານ້ຳຢູ່ໃສມາກິນ?”
25 ໂມເຊໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍ+ ແລະພະເຢໂຫວາກໍເລືອກຕົ້ນໄມ້ນ້ອຍຕົ້ນໜຶ່ງ ແລ້ວໃຫ້ໂມເຊເອົາມາ. ເມື່ອລາວຖິ້ມຕົ້ນໄມ້ນັ້ນໃສ່ນ້ຳຂົມ ນ້ຳກໍມີລົດຊາດແຊບ.
ພະເຈົ້າໄດ້ໃຊ້ໂອກາດນີ້ເພື່ອໃຫ້ຄົນອິດສະຣາເອນຮູ້ຈັກຄວາມຕ້ອງການຂອງເພິ່ນ ແລະພະເຈົ້າຢາກລອງເບິ່ງວ່າເຂົາເຈົ້າຊິເຊື່ອຟັງເພິ່ນຫຼືບໍ່.+
26 ເພິ່ນເວົ້າວ່າ: “ຖ້າພວກເຈົ້າເຊື່ອຟັງພະເຢໂຫວາພະເຈົ້າຂອງເຈົ້າແທ້ໆ ເຮັດສິ່ງທີ່ເຮົາເຫັນວ່າຖືກຕ້ອງ ແລະເຮັດຕາມຄຳສັ່ງກັບຂໍ້ກຳນົດທຸກຢ່າງຂອງເຮົາ+ ເຮົາຈະບໍ່ລົງໂທດພວກເຈົ້າດ້ວຍພະຍາດຄືກັບທີ່ເຮົາລົງໂທດພວກເອຢິບ.+ ເຮົາເຢໂຫວາຈະເຮັດໃຫ້ພວກເຈົ້າມີສຸຂະພາບແຂງແຮງ.”+
27 ຕໍ່ມາ ເຂົາເຈົ້າກໍມາຮອດເອລີມ. ຢູ່ຫັ້ນມີນ້ຳອອກບໍ່ 12 ບ່ອນ ແລະມີຕົ້ນປາມ 70 ຕົ້ນ. ເຂົາເຈົ້າກໍເລີຍຕັ້ງຄ້າຍພັກໃກ້ກັບບ່ອນທີ່ມີນ້ຳອອກບໍ່ນັ້ນ.
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ຢາ” ເຊິ່ງເປັນຊື່ຫຍໍ້ຂອງພະເຢໂຫວາ
^ ກອງນ້ອຍທີ່ມີແສ່ງຕິດນຳ
^ ແປວ່າ “ຂົມ”