ຂ່າວດີທີ່ຂຽນໂດຍລູກາ 18:1-43
18 ຈາກນັ້ນ ພະເຢຊູຍົກຕົວຢ່າງປຽບທຽບເລື່ອງໜຶ່ງຂຶ້ນມາ ເພື່ອໃຫ້ລູກສິດເຫັນຄວາມຈຳເປັນທີ່ຈະຕ້ອງອະທິດຖານເລື້ອຍໆແລະບໍ່ຍອມແພ້.+
2 ພະເຢຊູເວົ້າວ່າ: “ໃນເມືອງໜຶ່ງ ມີຜູ້ພິພາກສາຄົນໜຶ່ງທີ່ບໍ່ນັບຖືພະເຈົ້າແລະບໍ່ເກງໃຈຜູ້ໃດ.
3 ມີແມ່ໝ້າຍຄົນໜຶ່ງມາອ້ອນວອນຜູ້ພິພາກສາຄົນນີ້ເລື້ອຍໆວ່າ ‘ຂ້ອຍມາຂໍຄວາມຍຸຕິທຳ ຂໍທ່ານຊ່ວຍຕັດສິນຄະດີຂອງຂ້ອຍກັບຄູ່ກໍລະນີໃຫ້ແດ່.’
4 ຕອນທຳອິດ ຜູ້ພິພາກສາບໍ່ຢາກເຮັດຕາມຄຳອ້ອນວອນຂອງແມ່ໝ້າຍ ແຕ່ໃນທີ່ສຸດ ລາວກໍເວົ້າກັບໂຕເອງວ່າ ‘ເຖິງວ່າຂ້ອຍບໍ່ນັບຖືພະເຈົ້າແລະບໍ່ເກງໃຈຜູ້ໃດ
5 ແຕ່ແມ່ໝ້າຍຄົນນີ້ມາລົບກວນຂ້ອຍເລື້ອຍໆ. ຂ້ອຍລຳຄານລາວຫຼາຍ. ຂ້ອຍຊິຊ່ວຍລາວໃຫ້ໄດ້ຮັບຄວາມຍຸຕິທຳ ລາວຈຶ່ງບໍ່ມາລົບກວນຂ້ອຍອີກ.’”+
6 ພະເຢຊູເວົ້າຕໍ່ໄປວ່າ: “ເບິ່ງແມ້ ແມ່ນແຕ່ຜູ້ພິພາກສາຄົນນີ້ທີ່ບໍ່ນັບຖືພະເຈົ້າກໍຍັງເວົ້າແບບນີ້.
7 ແນ່ນອນວ່າພະເຈົ້າຈະໃຫ້ຄວາມຍຸຕິທຳກັບຄົນທີ່ເພິ່ນເລືອກໄວ້ ເມື່ອເຂົາເຈົ້າຂໍຄວາມຊ່ວຍເຫຼືອຈາກເພິ່ນທັງເວັນທັງຄືນ+ ແລະເພິ່ນຈະອົດທົນກັບເຂົາເຈົ້ານຳອີກບໍ່ແມ່ນບໍ?+
8 ຂ້ອຍຈະບອກໃຫ້ຮູ້ວ່າ ເພິ່ນຈະໃຫ້ຄວາມຍຸຕິທຳກັບລາວທັນທີ ແຕ່ເມື່ອລູກມະນຸດມາ ເພິ່ນຈະເຫັນຄົນທີ່ມີຄວາມເຊື່ອແບບນີ້ໃນໂລກແທ້ໆບໍ?”
9 ພະເຢຊູຍົກຕົວຢ່າງປຽບທຽບອີກເລື່ອງໜຶ່ງຂຶ້ນມາ ເພື່ອສອນຄົນທີ່ໝັ້ນໃຈວ່າໂຕເອງເປັນຄົນດີຢູ່ແລ້ວແລະມັກດູຖູກຄົນອື່ນ. ເພິ່ນເວົ້າວ່າ:
10 “ມີຜູ້ຊາຍ 2 ຄົນຂຶ້ນໄປອະທິດຖານຢູ່ວິຫານ ຜູ້ໜຶ່ງເປັນຟາຣີຊາຍ ແລະອີກຜູ້ໜຶ່ງເປັນຄົນເກັບພາສີ.
11 ຟາຣີຊາຍຢືນອະທິດຖານໃນໃຈວ່າ ‘ພະເຈົ້າ ຂອບໃຈພະອົງທີ່ຂ້ອຍບໍ່ຄືກັບຄົນອື່ນທີ່ເປັນຂີ້ລັກ ຫຼືເຮັດຊົ່ວ ຫຼືຫຼິ້ນຊູ້ ແລະບໍ່ຄືກັບຄົນເກັບພາສີຜູ້ນີ້.
12 ຂ້ອຍອົດເຂົ້າອາທິດລະ 2 ເທື່ອ ແລະເຄື່ອງຂອງທຸກຢ່າງທີ່ໄດ້ມາ ຂ້ອຍກໍເອົາ 1 ສ່ວນ 10 ໃຫ້ພະເຈົ້າ.’+
13 ສ່ວນຄົນເກັບພາສີທີ່ຢືນຢູ່ໄກໆ ບໍ່ກ້າເງີຍໜ້າເບິ່ງຟ້າຊ້ຳ. ລາວຕີເອິກໂຕເອງແລະອະທິດຖານວ່າ ‘ພະເຈົ້າ ອີ່ຕົນລູກແດ່ ລູກເປັນຄົນບາບ.’+
14 ຂ້ອຍຈະບອກໃຫ້ຮູ້ວ່າ ເມື່ອຜູ້ນີ້ກັບເມືອເຮືອນ ພະເຈົ້າຈະເຫັນວ່າລາວເປັນຄົນດີກວ່າຟາຣີຊາຍຜູ້ນັ້ນ.+ ທຸກຄົນທີ່ຍົກໂຕເອງຂຶ້ນຈະຖືກກົດໃຫ້ຕ່ຳລົງ ແຕ່ຄົນທີ່ຖ່ອມໂຕລົງຈະຖືກຍົກໃຫ້ສູງຂຶ້ນ.”+
15 ມີຄົນພາແອນ້ອຍມາເພື່ອໃຫ້ພະເຢຊູວາງມືເທິງເຂົາເຈົ້າ ແຕ່ເມື່ອພວກລູກສິດເຫັນແບບນັ້ນກໍຫ້າມໄວ້.+
16 ແຕ່ພະເຢຊູບອກໃຫ້ພາແອນ້ອຍມາຫາເພິ່ນແລະເວົ້າວ່າ: “ໃຫ້ພວກເດັກນ້ອຍເຂົ້າມາຫາຂ້ອຍໂລດ. ຢ່າຫ້າມເຂົາເຈົ້າ ຍ້ອນການປົກຄອງຂອງພະເຈົ້າເປັນຂອງຄົນແບບນີ້ແຫຼະ.+
17 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດບໍ່ຍອມຮັບການປົກຄອງຂອງພະເຈົ້າຄືກັບທີ່ເດັກນ້ອຍຍອມຮັບ ລາວຈະມີສ່ວນໃນການປົກຄອງຂອງພະເຈົ້າບໍ່ໄດ້.”+
18 ມີຫົວໜ້າຄົນໜຶ່ງຂອງຄົນຢິວມາຖາມພະເຢຊູວ່າ: “ອາຈານ ທ່ານເປັນຄົນດີແທ້ໆ. ຂ້ອຍຕ້ອງເຮັດຫຍັງຈຶ່ງຈະໄດ້ຊີວິດຕະຫຼອດໄປ?”*+
19 ພະເຢຊູເວົ້າກັບລາວວ່າ: “ເປັນຫຍັງຈຶ່ງຍົກຍ້ອງຂ້ອຍວ່າດີ? ບໍ່ມີຜູ້ໃດດີແທ້ໆດອກ ນອກຈາກພະເຈົ້າເທົ່ານັ້ນ.+
20 ເຈົ້າກໍຮູ້ກົດໝາຍຂອງພະເຈົ້າຢູ່ແລ້ວທີ່ວ່າ ‘ຢ່າຫຼິ້ນຊູ້+ ຢ່າຂ້າຄົນ+ ຢ່າລັກ+ ຢ່າເປັນພະຍານຕົວະ+ ແລະໃຫ້ນັບຖືພໍ່ແມ່.’”+
21 ລາວຈຶ່ງເວົ້າວ່າ: “ຂ້ອຍເຮັດຕາມທຸກຂໍ້ຢູ່ແລ້ວຕັ້ງແຕ່ຍັງນ້ອຍ.”
22 ເມື່ອໄດ້ຍິນແບບນັ້ນ ພະເຢຊູກໍບອກລາວວ່າ: “ມີອີກສິ່ງໜຶ່ງທີ່ເຈົ້າຍັງບໍ່ໄດ້ເຮັດ. ໃຫ້ໄປຂາຍທຸກສິ່ງທີ່ເຈົ້າມີແລະເອົາເງິນໄປຊ່ວຍຄົນທຸກ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ ແລະໃຫ້ເຈົ້າຕິດຕາມຂ້ອຍມາ.”+
23 ເມື່ອໄດ້ຍິນແບບນັ້ນ ລາວກໍເສົ້າໃຈຫຼາຍ ຍ້ອນລາວເປັນຄົນຮັ່ງຫຼາຍ.+
24 ພະເຢຊູແນມເບິ່ງລາວແລະເວົ້າວ່າ: “ມັນຍາກແທ້ໆທີ່ຄົນຮັ່ງຈະມີສ່ວນໃນການປົກຄອງຂອງພະເຈົ້າ.+
25 ໂຕອູດຈະລອດຮູເຂັມຫຍິບເຄື່ອງຍັງງ່າຍກວ່າຄົນຮັ່ງຈະມີສ່ວນໃນການປົກຄອງຂອງພະເຈົ້າ.”+
26 ຄົນທີ່ຟັງຢູ່ກໍເວົ້າວ່າ: “ຖ້າເປັນແນວນີ້ ຜູ້ໃດຈະລອດໄດ້?”+
27 ພະເຢຊູຕອບວ່າ: “ມະນຸດເຮັດບໍ່ໄດ້ ແຕ່ພະເຈົ້າເຮັດໄດ້ທຸກຢ່າງ.”+
28 ເປໂຕຈຶ່ງເວົ້າວ່າ: “ພວກເຮົາຍອມຖິ້ມທຸກຢ່າງແລະຕິດຕາມທ່ານມາ.”+
29 ພະເຢຊູບອກວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໃດທີ່ໄດ້ສະລະເຮືອນ ຫຼືເມຍ ຫຼືອ້າຍເອື້ອຍນ້ອງ ຫຼືພໍ່ແມ່ ຫຼືລູກເພື່ອການປົກຄອງຂອງພະເຈົ້າ+
30 ຜູ້ນັ້ນຈະໄດ້ຄືນອີກຫຼາຍເທົ່າໃນຍຸກນີ້ ແລະໃນຍຸກ*ໜ້າຈະໄດ້ຊີວິດຕະຫຼອດໄປ.”+
31 ຈາກນັ້ນ ພະເຢຊູພາອັກຄະສາວົກ* 12 ຄົນອອກມາຕ່າງຫາກແລະບອກເຂົາເຈົ້າວ່າ: “ຕອນນີ້ ພວກເຮົາກຳລັງໄປເມືອງເຢຣູຊາເລັມ ແລະທຸກສິ່ງທີ່ພວກຜູ້ພະຍາກອນຂຽນໄວ້ກ່ຽວກັບລູກມະນຸດຈະເກີດຂຶ້ນແທ້.+
32 ເພິ່ນຈະຖືກຈັບໄປໃຫ້ຄົນຕ່າງຊາດ+ ຖືກເຍາະເຍີ້ຍ+ ຖືກດູຖູກ ຖືກຖົ່ມນ້ຳລາຍໃສ່+
33 ຖືກແສ້ທີ່ມີແນວແຫຼມໆຕິດຢູ່ຟາດ ແລະຖືກຂ້າ.+ ແລ້ວໃນມື້ທີ 3 ເພິ່ນຈະຖືກປຸກໃຫ້ຄືນມາຈາກຕາຍ.”+
34 ແຕ່ພວກອັກຄະສາວົກບໍ່ເຂົ້າໃຈເລື່ອງທັງໝົດ ຍ້ອນຄວາມໝາຍຂອງເລື່ອງນັ້ນຍັງບໍ່ຖືກເປີດເຜີຍໃຫ້ເຂົາເຈົ້າຮູ້.
35 ເມື່ອພະເຢຊູໄປໃກ້ຊິຮອດເມືອງເຢຣິໂກ ມີຜູ້ຊາຍຕາບອດຄົນໜຶ່ງນັ່ງຂໍທານຢູ່ແຄມທາງ.+
36 ເມື່ອໄດ້ຍິນສຽງຄົນບັກຫຼາຍໆຍ່າງກາຍໄປ ລາວກໍຖາມວ່າເກີດຫຍັງຂຶ້ນ.
37 ມີຄົນບອກລາວວ່າ: “ເຢຊູຄົນນາຊາເຣັດກຳລັງຍ່າງກາຍມາທາງນີ້.”
38 ລາວຈຶ່ງຮ້ອງຂຶ້ນວ່າ: “ທ່ານເຢຊູທີ່ເປັນລູກຫຼານຂອງດາວິດເອີ້ຍ ອີ່ຕົນຂ້ອຍແດ່!”
39 ຄົນທີ່ຍ່າງຢູ່ທາງໜ້າຈຶ່ງບອກລາວໃຫ້ມິດ ແຕ່ລາວແຮ່ງຮ້ອງດັງຂຶ້ນອີກວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດເອີ້ຍ ອີ່ຕົນຂ້ອຍແດ່!”
40 ພະເຢຊູຈຶ່ງຢຸດ. ເພິ່ນສັ່ງໃຫ້ພາຜູ້ຊາຍຄົນນັ້ນມາຫາ ແລ້ວຖາມລາວວ່າ:
41 “ເຈົ້າຢາກໃຫ້ຂ້ອຍຊ່ວຍຫຍັງ?” ລາວຕອບວ່າ: “ນາຍເອີ້ຍ ຊ່ວຍເຮັດໃຫ້ຂ້ອຍເຫັນຮຸ່ງແດ່.”
42 ພະເຢຊູຈຶ່ງບອກລາວວ່າ: “ໃຫ້ເຈົ້າເຫັນຮຸ່ງເດີ້. ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີເປັນປົກກະຕິແລ້ວ.”+
43 ລາວກໍເຫັນຮຸ່ງທັນທີແລະຕິດຕາມພະເຢຊູໄປ+ພ້ອມທັງສັນລະເສີນພະເຈົ້າ. ເມື່ອປະຊາຊົນເຫັນແບບນັ້ນກໍພາກັນສັນລະເສີນພະເຈົ້າຄືກັນ.+
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ໄດ້ຊີວິດຕະຫຼອດໄປເປັນມໍລະດົກ”
^ ເບິ່ງສ່ວນອະທິບາຍຄຳສັບ
^ ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”