ຂ່າວດີທີ່ຂຽນໂດຍມາຣະໂກ 4:1-41
-
ຕົວຢ່າງປຽບທຽບເລື່ອງການປົກຄອງຂອງພະເຈົ້າ (1-34)
-
ຄົນທີ່ຫວ່ານເມັດພືດ (1-9)
-
ເຫດຜົນທີ່ພະເຢຊູໃຊ້ຕົວຢ່າງປຽບທຽບ (10-12)
-
ອະທິບາຍເລື່ອງຄົນທີ່ຫວ່ານເມັດພືດ (13-20)
-
ໄຕ້ຕະກຽງແລ້ວບໍ່ເອົາກະຕ່າມາງວມໄວ້ (21-23)
-
ຕັ້ງໃຈຟັງດີໆແລ້ວຈະເຂົ້າໃຈ (24, 25)
-
ຄົນຫວ່ານເມັດພືດທີ່ນອນຫຼັບ (26-29)
-
ເມັດມັດສະຕາດ (30-32)
-
ຍົກຕົວຢ່າງປຽບທຽບໃນການສອນ (33, 34)
-
-
ພະເຢຊູເຮັດໃຫ້ພາຍຸສະຫງົບ (35-41)
4 ພະເຢຊູໄດ້ສອນຢູ່ແຄມທະເລອີກ ແລະມີຄົນຫຼາຍແທ້ຫຼາຍວ່າຫຸ້ມເພິ່ນຢູ່. ດັ່ງນັ້ນ ເພິ່ນຈຶ່ງລົງໄປນັ່ງຢູ່ເຮືອທີ່ຢູ່ໃກ້ໆຝັ່ງ ສ່ວນຄົນທີ່ມານັ້ນກໍຢູ່ແຄມຝັ່ງ.+
2 ພະເຢຊູໄດ້ສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບຫຼາຍເລື່ອງ.+ ເພິ່ນເລົ່າວ່າ:+
3 “ໃຫ້ຕັ້ງໃຈຟັງເດີ້. ມີຜູ້ໜຶ່ງອອກໄປຫວ່ານເມັດພືດ.+
4 ຕອນທີ່ລາວຫວ່ານນັ້ນ ເມັດພືດບາງສ່ວນຕົກໃສ່ຫົນທາງແລະມີນົກມາກິນຈົນໝົດ.
5 ບາງສ່ວນຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆ ແລະເຮັດໃຫ້ຕົ້ນອ່ອນປົ່ງຂຶ້ນໄວ.+
6 ແຕ່ເມື່ອຖືກແດດເຜົາ ຕົ້ນອ່ອນນັ້ນກໍຫ່ຽວຕາຍຍ້ອນຮາກມັນຢູ່ຕື້ນໆ.
7 ເມັດພືດບາງສ່ວນຕົກໃສ່ຟຸ່ມໄມ້ທີ່ມີໜາມ. ຟຸ່ມໄມ້ນັ້ນກໍປົ່ງຂຶ້ນຫຸ້ມຕົ້ນອ່ອນຈົນໝົດ ມັນເລີຍບໍ່ເກີດໝາກ.+
8 ແຕ່ກໍມີບາງສ່ວນຕົກໃສ່ດິນດີ ມັນຈຶ່ງໃຫຍ່ຂຶ້ນແລະເປັນໝາກ. ບາງຕົ້ນໄດ້ 30 ເທົ່າ ບາງຕົ້ນໄດ້ 60 ເທົ່າ ແລະບາງຕົ້ນໄດ້ 100 ເທົ່າ.”+
9 ແລ້ວພະເຢຊູກໍເວົ້າວ່າ: “ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
10 ເມື່ອພະເຢຊູຢູ່ຄົນດຽວ ລູກສິດບາງຄົນລວມທັງອັກຄະສາວົກ* 12 ຄົນໄດ້ມາຖາມເພິ່ນວ່າຕົວຢ່າງປຽບທຽບນັ້ນໝາຍເຖິງຫຍັງ.+
11 ພະເຢຊູບອກເຂົາເຈົ້າວ່າ: “ພະເຈົ້າໃຫ້ພວກເຈົ້າເຂົ້າໃຈຄວາມລັບສັກສິດ+ເລື່ອງການປົກຄອງຂອງພະເຈົ້າ ສ່ວນຄົນອື່ນໆໄດ້ຍິນແຕ່ຕົວຢ່າງປຽບທຽບເທົ່ານັ້ນ.+
12 ດັ່ງນັ້ນ ເຂົາເຈົ້າຈະເບິ່ງແຕ່ບໍ່ເຫັນ ເຂົາເຈົ້າຈະໄດ້ຍິນແຕ່ບໍ່ເຂົ້າໃຈ ແລະຈະບໍ່ມີວັນກັບມາຫາພະເຈົ້າເພື່ອເພິ່ນຈະຍົກໂທດໃຫ້.”+
13 ພະເຢຊູຖາມເຂົາເຈົ້າຕື່ມອີກວ່າ: “ຖ້າພວກເຈົ້າບໍ່ເຂົ້າໃຈຕົວຢ່າງປຽບທຽບນີ້ ແລ້ວພວກເຈົ້າຈະເຂົ້າໃຈຕົວຢ່າງປຽບທຽບເລື່ອງອື່ນໄດ້ແນວໃດ?
14 ຜູ້ທີ່ຫວ່ານນັ້ນກໍຫວ່ານເລື່ອງການປົກຄອງຂອງພະເຈົ້າ.+
15 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ຫົນທາງ. ທັນທີທີ່ເຂົາເຈົ້າໄດ້ຍິນ ຊາຕານກໍມາ+ເອົາສິ່ງທີ່ຫວ່ານໄວ້ໃນໃຈເຂົາເຈົ້າໄປ.+
16 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆ ເມື່ອເຂົາເຈົ້າໄດ້ຍິນເລື່ອງນັ້ນແລ້ວກໍມັກແລະຈຶ່ງຮັບເອົາທັນທີ.+
17 ແຕ່ເລື່ອງການປົກຄອງຂອງພະເຈົ້າບໍ່ໄດ້ຝັງເລິກເຂົ້າໄປໃນໃຈ ເຂົາເຈົ້າຈຶ່ງເຊື່ອໄດ້ບໍ່ດົນ. ເມື່ອເຈິຄວາມທຸກລຳບາກຫຼືການຂົ່ມເຫງຍ້ອນເລື່ອງນັ້ນ ເຂົາເຈົ້າກໍເຊົາເຊື່ອ.
18 ສ່ວນບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ຟຸ່ມໄມ້ທີ່ມີໜາມ. ເຂົາເຈົ້າໄດ້ຍິນເລື່ອງນັ້ນ+
19 ແຕ່ປ່ອຍໃຫ້ຄວາມອຸກໃຈ+ກັບຊີວິດໃນໂລກນີ້* ຄວາມຫຼົງໄຫຼໃນຊັບສົມບັດ+ ແລະຄວາມຢາກ+ໄດ້ສິ່ງຕ່າງໆມາຄອບງຳຫົວໃຈແລະປົກຫຸ້ມສິ່ງທີ່ເຂົາເຈົ້າໄດ້ຍິນຈຶ່ງເຮັດໃຫ້ເລື່ອງນັ້ນບໍ່ເກີດຜົນໃນຊີວິດ.
20 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ດິນດີ. ເຂົາເຈົ້າໄດ້ຍິນເລື່ອງນັ້ນແລະມັກຫຼາຍ ບາງຄົນຈຶ່ງເກີດໝາກໄດ້ 30 ເທົ່າ ບາງຄົນໄດ້ 60 ເທົ່າ ແລະບາງຄົນໄດ້ 100 ເທົ່າ.”+
21 ພະເຢຊູເວົ້າກັບເຂົາເຈົ້າຕໍ່ໄປວ່າ: “ມີໃຜບໍທີ່ໄຕ້ຕະກຽງແລ້ວຈະເອົາກະຕ່າມາງວມໄວ້ຫຼືເອົາໄປວາງໄວ້ກ້ອງຕຽງ? ລາວຈະເອົາໄປຕັ້ງໄວ້ເທິງຂາຕະກຽງແມ່ນບໍ?+
22 ທຸກສິ່ງທີ່ເຊື່ອງໄວ້ຈະຕ້ອງຖືກເປີດໂປງ ແລະທຸກສິ່ງທີ່ປົກປິດໄວ້ຢ່າງດີຈະຕ້ອງຖືກເປີດເຜີຍແນ່ນອນ.+
23 ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
24 ພະເຢຊູເວົ້າກັບເຂົາເຈົ້າຕໍ່ໄປວ່າ: “ເມື່ອຟັງຫຍັງ ກໍໃຫ້ຕັ້ງໃຈຟັງດີໆ+ ເພາະຖ້າຕັ້ງໃຈຟັງຫຼາຍ ພວກເຈົ້າກໍຈະເຂົ້າໃຈຫຼາຍ ແລະຄວາມເຂົ້າໃຈຂອງພວກເຈົ້າແຮ່ງຈະມີຫຼາຍຂຶ້ນ.
25 ຍ້ອນຄົນທີ່ມີຄວາມເຂົ້າໃຈຈະເຂົ້າໃຈຫຼາຍຂຶ້ນ+ ແຕ່ຄົນທີ່ບໍ່ມີຄວາມເຂົ້າໃຈ ແມ່ນແຕ່ຄວາມເຂົ້າໃຈເລັກນ້ອຍທີ່ລາວມີກໍຈະເສຍໄປ.”+
26 ແລ້ວພະເຢຊູກໍເວົ້າກັບຄົນທີ່ຢູ່ຫັ້ນຕໍ່ອີກວ່າ: “ການປົກຄອງຂອງພະເຈົ້າປຽບຄືກັບຄົນທີ່ຫວ່ານເມັດເຂົ້າໃສ່ດິນ.
27 ກາງຄືນລາວນອນຫຼັບແລະເມື່ອແຈ້ງລາວກໍຕື່ນ ແຕ່ເມັດເຫຼົ່ານັ້ນປົ່ງແລະໃຫຍ່ຂຶ້ນແນວໃດລາວບໍ່ຮູ້.
28 ຕົ້ນເຂົ້ານັ້ນຄ່ອຍໆໃຫຍ່ຂຶ້ນເອງ ເລີ່ມເປັນຕົ້ນອ່ອນກ່ອນ ແລ້ວກໍຖອກຮວງ ແລະໃນທີ່ສຸດກໍມີເມັດເຕັມຮວງ.
29 ທັນທີທີ່ເຂົ້າເຫຼືອງ ລາວກໍກ່ຽວ ຍ້ອນຮອດຍາມກ່ຽວແລ້ວ.”
30 ຈາກນັ້ນ ພະເຢຊູເວົ້າຕໍ່ອີກວ່າ: “ຈະປຽບທຽບການປົກຄອງຂອງພະເຈົ້າກັບຫຍັງ? ຫຼືຈະຍົກຕົວຢ່າງປຽບທຽບເລື່ອງໃດມາອະທິບາຍກ່ຽວກັບການປົກຄອງນັ້ນ?
31 ການປົກຄອງນັ້ນປຽບຄືກັບເມັດມັດສະຕາດ.* ຕອນທີ່ເອົາມາປູກໄວ້ໃນດິນມັນເປັນເມັດພືດທີ່ນ້ອຍທີ່ສຸດໃນໂລກ.+
32 ແຕ່ເມື່ອປູກແລ້ວ ມັນກໍໃຫຍ່ຂຶ້ນແລະຕົ້ນຂອງມັນກໍສູງໃຫຍ່ກວ່າພືດຜັກທັງໝົດ ແລະມັນແຕກງ່າໃຫຍ່ຈົນນົກມາອາໄສຢູ່ກ້ອງຮົ່ມຂອງມັນໄດ້.”
33 ພະເຢຊູຍົກຕົວຢ່າງປຽບທຽບແບບນີ້ຫຼາຍເລື່ອງ+ເພື່ອສອນປະຊາຊົນໃຫ້ຮູ້ເລື່ອງພະເຈົ້າເທົ່າທີ່ເຂົາເຈົ້າຈະເຂົ້າໃຈໄດ້.
34 ທີ່ຈິງ ເພິ່ນສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບເລື້ອຍໆ ແຕ່ເພິ່ນຈະອະທິບາຍຄວາມໝາຍທຸກຢ່າງໃຫ້ພວກລູກສິດຮູ້ຕອນທີ່ບໍ່ມີປະຊາຊົນຢູ່ນຳ.+
35 ເມື່ອຮອດຕອນແລງມື້ນັ້ນ ພະເຢຊູບອກພວກລູກສິດວ່າ: “ໄປ໋ ພວກເຮົາພາກັນຂ້າມໄປອີກຟາກໜຶ່ງ.”+
36 ຫຼັງຈາກພວກລູກສິດບອກປະຊາຊົນໃຫ້ເມືອ ເຂົາເຈົ້າກໍພາພະເຢຊູຂຶ້ນເຮືອໄປ ແຕ່ກໍມີເຮືອລຳອື່ນໆນຳຫຼັງເພິ່ນໄປ.+
37 ແລ້ວກໍມີພາຍຸໃຫຍ່ ແລະຄື້ນໄດ້ຊັດນ້ຳເຂົ້າມາຈົນເກືອບເຕັມເຮືອ.+
38 ແຕ່ພະເຢຊູນອນໝູນໝອນຫຼັບຢູ່ທ້າຍເຮືອ ເຂົາເຈົ້າຈຶ່ງປຸກເພິ່ນແລ້ວເວົ້າວ່າ: “ອາຈານ ພວກເຮົາກຳລັງຊິຕາຍແລ້ວ ທ່ານບໍ່ເປັນຫ່ວງເລີຍບໍ?”
39 ພະເຢຊູກໍລຸກຂຶ້ນແລ້ວສັ່ງຄື້ນກັບລົມວ່າ: “ສະຫງົບດຽວນີ້!”+ ລົມພາຍຸກໍເຊົາແລະທຸກຢ່າງກໍສະຫງົບເປັນປົກກະຕິ.
40 ແລ້ວເພິ່ນເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງຢ້ານ ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້?”
41 ແຕ່ເຂົາເຈົ້າຢ້ານຫຼາຍແລະເວົ້າວ່າ: “ເພິ່ນແມ່ນໃຜ? ຂະໜາດລົມກັບທະເລກໍຍັງເຊື່ອຟັງເພິ່ນ.”+
ຂໍ ຄວາມ ໄຂ ເງື່ອນ
^ ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
^ ຫຼື “ຍຸກນີ້.” ເບິ່ງຄຳວ່າ “ຍຸກ” ໃນສ່ວນອະທິບາຍຄຳສັບ.
^ ເມັດພືດນ້ອຍໆຊະນິດໜຶ່ງທີ່ມີຢູ່ແຖວອິດສະຣາເອນ. ເມື່ອໃຫຍ່ເຕັມທີຕົ້ນຂອງມັນສູງຮອດ 4 ແມັດແລະມີງ່າແຜ່ອອກໄປ.