ພະບັນຍັດ 10:1-22
10 “ຕອນນັ້ນ ພະເຢໂຫວາບອກຂ້ອຍວ່າ ‘ໃຫ້ເຈົ້າເຮັດແຜ່ນຫີນ 2 ແຜ່ນຂຶ້ນມາໃໝ່ໃຫ້ຄືກັບຊຸດທຳອິດ+ ແລ້ວຂຶ້ນມາຫາເຮົາຢູ່ເທິງພູ. ໃຫ້ເຈົ້າເຮັດຫີບໄມ້ນຳໜ່ວຍໜຶ່ງ.
2 ເຮົາຈະຂຽນຄຳສັ່ງຂອງເຮົາໃສ່ຄືກັບແຜ່ນຫີນ 2 ແຜ່ນທີ່ເຈົ້າເຮັດແຕກໄປແລ້ວນັ້ນ ແລ້ວເຈົ້າຕ້ອງເອົາແຜ່ນຫີນເຫຼົ່ານັ້ນໃສ່ໄວ້ໃນຫີບ.’
3 ຂ້ອຍກໍເລີຍເອົາໄມ້ອະຄາເຊຍມາເຮັດຫີບ ແລະເຮັດແຜ່ນຫີນໃໝ່ 2 ແຜ່ນຄືກັບຊຸດທຳອິດ ແລ້ວຂ້ອຍກໍຖືແຜ່ນຫີນ 2 ແຜ່ນນັ້ນຂຶ້ນໄປເທິງພູ.+
4 ພະເຢໂຫວາໄດ້ຂຽນກົດໝາຍ 10 ຂໍ້+ໃສ່ໃນແຜ່ນຫີນ 2 ແຜ່ນນັ້ນຄືກັບທີ່ເພິ່ນເຄີຍຂຽນໃນຊຸດທຳອິດ+ ເຊິ່ງເປັນຄຳເວົ້າທີ່ເພິ່ນເວົ້າກັບພວກເຈົ້າຈາກໄຟທີ່ລຸກຢູ່ເທິງພູ+ໃນມື້ທີ່ພວກເຈົ້າມາປະຊຸມກັນ.+ ແລ້ວພະເຢໂຫວາກໍເອົາແຜ່ນຫີນຊຸດນັ້ນໃຫ້ຂ້ອຍ.
5 ຈາກນັ້ນ ຂ້ອຍກໍລົງມາຈາກພູ+ ແລະໄດ້ເອົາແຜ່ນຫີນໃສ່ໄວ້ໃນຫີບທີ່ຂ້ອຍໄດ້ເຮັດໄວ້ຕາມທີ່ພະເຢໂຫວາສັ່ງຂ້ອຍ. ແຜ່ນຫີນຢູ່ຫັ້ນຈົນຮອດທຸກມື້ນີ້.
6 ແລ້ວພວກອິດສະຣາເອນກໍເດີນທາງຈາກເບເອໂຣດເບເນຢາອາການໄປທີ່ໂມເສຣາ. ອາໂຣນໄດ້ຕາຍແລະຖືກຝັງຢູ່ຫັ້ນ+ ແລ້ວເອເລອາຊາລູກຊາຍຂອງລາວກໍເປັນປະໂລຫິດຕໍ່ຈາກລາວ.+
7 ຈາກບ່ອນນັ້ນ ເຂົາເຈົ້າເດີນທາງໄປກຸດໂກດາ ແລະຈາກກຸດໂກດາເຂົາເຈົ້າກໍເດີນທາງໄປໂຢດບາທາ+ ເຊິ່ງເປັນແຜ່ນດິນທີ່ມີນ້ຳຫ້ວຍຫຼາຍສາຍ.
8 ຕອນນັ້ນ ພະເຢໂຫວາໄດ້ແຍກຕະກູນເລວີ+ອອກຈາກຕະກູນອື່ນໆເພື່ອໃຫ້ເຂົາເຈົ້າຫາມຫີບສັນຍາຂອງພະເຢໂຫວາ+ ເພື່ອໃຫ້ເຂົາເຈົ້າຮັບໃຊ້ຕໍ່ໜ້າພະເຢໂຫວາ ແລະເພື່ອໃຫ້ເຂົາເຈົ້າຂໍພອນສຳລັບພວກອິດສະຣາເອນໂດຍໃຊ້ຊື່ຂອງເພິ່ນ+ ເຊິ່ງເຂົາເຈົ້າກໍເຮັດມາຈົນຮອດຕອນນີ້.
9 ຍ້ອນແນວນີ້ ພວກເລວີຈຶ່ງບໍ່ໄດ້ຮັບສ່ວນແບ່ງຫຼືມໍລະດົກຄືກັບຕະກູນອື່ນໆ. ພະເຢໂຫວາຈະຈັດກຽມສິ່ງຈຳເປັນໃຫ້ເຂົາເຈົ້າ*ຕາມທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າເຄີຍບອກໄວ້.+
10 ຂ້ອຍຢູ່ເທິງພູຄືກັບເທື່ອທີ່ແລ້ວ 40 ມື້ 40 ຄືນ.+ ຕອນນັ້ນ ພະເຢໂຫວາກໍຟັງຂ້ອຍຄືກັນ+ ພະເຢໂຫວາບໍ່ຢາກທຳລາຍພວກເຈົ້າ.
11 ແລ້ວພະເຢໂຫວາບອກຂ້ອຍວ່າ ‘ໃຫ້ກຽມໂຕອອກເດີນທາງ ແລະນຳໜ້າປະຊາຊົນໄປ ເພື່ອເຂົາເຈົ້າຈະເຂົ້າໄປຍຶດເອົາແຜ່ນດິນທີ່ເຮົາສັນຍາໄວ້ກັບປູ່ຍ່າຕານາຍຂອງເຂົາເຈົ້າວ່າຈະເອົາໃຫ້ເຂົາເຈົ້າ.’+
12 ພວກອິດສະຣາເອນເອີ້ຍ ພະເຢໂຫວາພະເຈົ້າຂອງພວກເຈົ້າບໍ່ໄດ້ຕ້ອງການຫຍັງຫຼາຍ+ ມີແຕ່ໃຫ້ພວກເຈົ້າຢ້ານຢຳພະເຢໂຫວາພະເຈົ້າຂອງພວກເຈົ້າ+ ໃຫ້ໃຊ້ຊີວິດຕາມແນວທາງຂອງເພິ່ນ+ ໃຫ້ຮັກເພິ່ນ ໃຫ້ຮັບໃຊ້ພະເຢໂຫວາພະເຈົ້າຂອງພວກເຈົ້າຢ່າງສຸດຫົວໃຈແລະສຸດຊີວິດ+
13 ແລະໃຫ້ເຮັດຕາມກົດໝາຍແລະຄຳສັ່ງຂອງພະເຢໂຫວາທີ່ຂ້ອຍຊິບອກພວກເຈົ້າໃນມື້ນີ້ ເພື່ອປະໂຫຍດຂອງພວກເຈົ້າ.+
14 ພະເຢໂຫວາພະເຈົ້າຂອງພວກເຈົ້າເປັນເຈົ້າຂອງທຸກສິ່ງໃນໂລກນີ້ ລວມທັງຟ້າແລະສະຫວັນທັງໝົດ+
15 ແຕ່ພະເຢໂຫວາກໍມາໃກ້ຊິດແລະສະແດງຄວາມຮັກຕໍ່ປູ່ຍ່າຕານາຍຂອງພວກເຈົ້າເທົ່ານັ້ນ. ເພິ່ນໄດ້ເລືອກພວກເຈົ້າທີ່ເປັນລູກຫຼານຂອງເຂົາເຈົ້າ+ອອກຈາກຊາດຕ່າງໆຄືກັບທີ່ເປັນຢູ່ຕອນນີ້.
16 ພວກເຈົ້າຕ້ອງເຮັດໃຫ້ຫົວໃຈຂອງພວກເຈົ້າສະອາດ*+ ແລະເຊົາເປັນຄົນຫົວແຂງໄດ້ແລ້ວ.+
17 ເພາະພະເຢໂຫວາພະເຈົ້າຂອງພວກເຈົ້າເປັນພະເຈົ້າຂອງພະເຈົ້າທັງໝົດ+ ແລະເປັນຜູ້ປົກຄອງຂອງຜູ້ປົກຄອງທັງໝົດ. ເພິ່ນເປັນພະເຈົ້າທີ່ຍິ່ງໃຫຍ່ແລະມີລິດເດດຫຼາຍ ເປັນຜູ້ທີ່ຄົນຕ້ອງຢ້ານແລະນັບຖື. ເພິ່ນເປັນພະເຈົ້າທີ່ບໍ່ລຳອຽງ+ແລະບໍ່ຮັບສິນບົນ.
18 ເພິ່ນຍຸຕິທຳກັບລູກກຳພ້າແລະແມ່ໝ້າຍ.+ ເພິ່ນຮັກຄົນຕ່າງຊາດທີ່ຢູ່ນຳພວກເຈົ້າ.+ ເພິ່ນໃຫ້ເຂົາເຈົ້າມີອາຫານກິນແລະມີເຄື່ອງນຸ່ງໃສ່.
19 ພວກເຈົ້າກໍຕ້ອງຮັກຄົນຕ່າງຊາດທີ່ອາໄສຢູ່ນຳພວກເຈົ້າຄືກັນ ເພາະພວກເຈົ້າເຄີຍເປັນຄົນຕ່າງຊາດຢູ່ໃນເອຢິບ.+
20 ພວກເຈົ້າຕ້ອງຢ້ານຢຳພະເຢໂຫວາພະເຈົ້າຂອງພວກເຈົ້າ ຕ້ອງນະມັດສະການເພິ່ນ+ ຕ້ອງໃກ້ຊິດກັບເພິ່ນ ແລະຕ້ອງສາບານໂດຍໃຊ້ຊື່ຂອງເພິ່ນ.
21 ເພິ່ນເປັນຜູ້ທີ່ພວກເຈົ້າຕ້ອງສັນລະເສີນ.+ ເພິ່ນເປັນພະເຈົ້າຂອງພວກເຈົ້າທີ່ເຮັດສິ່ງທີ່ຍິ່ງໃຫຍ່ແລະເປັນຕາຢ້ານເພື່ອພວກເຈົ້າ ເຊິ່ງພວກເຈົ້າກໍໄດ້ເຫັນກັບຕາໂຕເອງແລ້ວ.+
22 ຕອນທີ່ປູ່ຍ່າຕານາຍຂອງພວກເຈົ້າເຂົ້າໄປໃນເອຢິບ+ ເຂົາເຈົ້າມີແຕ່ 70 ຄົນ ແຕ່ຕອນນີ້ພະເຢໂຫວາພະເຈົ້າເຮັດໃຫ້ພວກເຈົ້າມີຈຳນວນຫຼາຍຄືກັບດາວຢູ່ເທິງຟ້າ.”+