ປັນຍາຈານ 9:1-18

  • ທຸກຄົນ​ມີ​ຈຸດຈົບ​ຄື​ກັນ (1-3)

  • ໃຫ້​ມີ​ຄວາມສຸກ​ກັບ​ຊີວິດ​ເຖິງ​ວ່າ​ຈະ​ຕ້ອງ​ຕາຍ (4-12)

    • ຄົນ​ຕາຍ​ແລ້ວ​ບໍ່​ຮູ້​ຫຍັງ (5)

    • ບໍ່​ມີ​ວຽກ​ໃນ​ຂຸມ​ຝັງ​ສົບ (10)

    • ເວລາ​ແລະ​ເຫດການ​ທີ່​ບໍ່​ຄາດ​ຄິດ (11)

  • ຜູ້ຄົນ​ບໍ່​ເຫັນ​ຄ່າ​ສະຕິປັນຍາ (13-18)

9  ຂ້ອຍ​ຄິດ​ກ່ຽວ​ກັບ​ສິ່ງ​ທັງໝົດ​ນີ້​ແລະ​ສະຫຼຸບ​ໄດ້​ວ່າ ທັງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຄົນ​ສະຫຼາດ​ລວມ​ທັງ​ຜົນ​ງານ​ທັງໝົດ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ມື​ຂອງ​ພະເຈົ້າ​ທ່ຽງແທ້.+ ມະນຸດ​ບໍ່​ຮູ້​ວ່າ​ຄົນ​ທີ່​ຢູ່​ກ່ອນ​ໜ້າ​ເຂົາ​ເຈົ້າ​ຮັກ​ຫຼື​ຊັງ​ກັນ​ຫຼາຍ​ສ່ຳ​ໃດ. 2  ມະນຸດ​ທຸກ​ຄົນ​ມີ​ຈຸດຈົບ​ຄື​ກັນ+ ທັງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຄົນ​ຊົ່ວ+ ຄົນ​ດີ​ກັບ​ຄົນ​ສະອາດ​ແລະ​ຄົນ​ທີ່​ບໍ່​ສະອາດ ຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແລະ​ຄົນ​ທີ່​ບໍ່​ໄດ້​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້ ຄົນ​ທີ່​ເຮັດ​ດີ​ແລະ​ຄົນ​ທີ່​ເຮັດ​ຜິດ ຄົນ​ທີ່​ສາບານ​ແບບ​ບໍ່​ຄິດ​ແລະ​ຄົນ​ທີ່​ຢ້ານ​ບໍ່​ກ້າ​ສາບານ. 3  ມີ​ອີກ​ເລື່ອງ​ໜຶ່ງ​ທີ່​ເປັນ​ເລື່ອງ​ໜ້າ​ເສົ້າ​ທີ່​ເກີດ​ຂຶ້ນ​ໃຕ້​ດວງ​ຕາເວັນ ຍ້ອນ​ມະນຸດ​ທຸກ​ຄົນ​ມີ​ຈຸດຈົບ​ແບບ​ດຽວ​ກັນ+ ໃຈ​ຂອງ​ມະນຸດ​ຈຶ່ງ​ເຕັມ​ແຕ່​ສິ່ງ​ຊົ່ວ. ໃນ​ຊ່ວງ​ຊີວິດ​ຂອງ​ເຂົາ​ເຈົ້າ ເຂົາ​ເຈົ້າ​ຄິດ​ແຕ່​ແນວ​ໂງ່​ໆ​ແລ້ວ​ເຂົາ​ເຈົ້າ​ກໍ​ຕາຍ​ໄປ. 4  ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ຍັງ​ມີ​ຄວາມ​ຫວັງ ຍ້ອນ​ໂຕ​ໝາ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ດີ​ກວ່າ​ໂຕ​ສິງ​ທີ່​ຕາຍ​ແລ້ວ.+ 5  ຄົນ​ເປັນ​ຮູ້​ວ່າ​ໂຕເອງ​ຈະ​ຕາຍ+ ແຕ່​ຄົນ​ຕາຍ​ແລ້ວ​ບໍ່​ຮູ້​ຫຍັງ​ເລີຍ.+ ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ລາງວັນ*​ອີກ​ຕໍ່​ໄປ​ຍ້ອນ​ຄົນ​ອື່ນ​ໆ​ພາກັນ​ລືມ​ເຂົາ​ເຈົ້າ​ໄປ​ໝົດ​ແລ້ວ.+ 6  ນອກ​ຈາກ​ນັ້ນ ຄວາມ​ຮັກ ຄວາມ​ກຽດຊັງ ແລະ​ຄວາມ​ອິດສາ​ຂອງ​ເຂົາ​ເຈົ້າ​ກໍ​ໝົດ​ໄປ. ເຂົາ​ເຈົ້າ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ໃຕ້​ດວງ​ຕາເວັນ​ອີກ​ຕໍ່​ໄປ.+ 7  ໃຫ້​ເຈົ້າ​ໄປ​ກິນ​ອາຫານ​ຢ່າງ​ມີ​ຄວາມ​ສຸກ​ແລະ​ກິນ​ເຫຼົ້າແວງ​ດ້ວຍ​ໃຈ​ທີ່​ເບີກບານ+ ຍ້ອນ​ພະເຈົ້າ​ທ່ຽງແທ້​ພໍໃຈ​ກັບ​ສິ່ງ​ທີ່​ເຈົ້າ​ເຮັດ.+ 8  ຂໍ​ໃຫ້​ເຈົ້າ​ນຸ່ງ​ເຄື່ອງນຸ່ງ​ສີ​ຂາວ*​ສະເໝີ​ແລະ​ຢ່າ​ລືມ​ເອົາ​ນ້ຳມັນ​ໃສ່​ຫົວ​ຂອງ​ເຈົ້າ​ນຳ.+ 9  ໃຫ້​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ​ກັບ​ເມຍ​ທີ່​ເຈົ້າ​ຮັກ+​ຕະຫຼອດ​ຊ່ວງ​ຊີວິດ​ສັ້ນ​ໆ​ຂອງ​ເຈົ້າ​ທີ່​ພະເຈົ້າ​ໄດ້​ເອົາ​ໃຫ້​ໃຕ້​ດວງ​ຕາເວັນ ຍ້ອນ​ນີ້​ແມ່ນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ໃນ​ຊ່ວງ​ຊີວິດ​ສັ້ນ​ໆ​ແລະ​ນີ້​ແມ່ນ​ລາງວັນ​ຂອງ​ເຈົ້າ​ສຳລັບ​ວຽກ​ໜັກ​ທີ່​ເຈົ້າ​ເຮັດ​ຢ່າງ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ.+ 10  ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍ​ໃຫ້​ເຮັດ​ສຸດ​ກຳລັງ ຍ້ອນ​ບໍ່​ມີ​ວຽກ ບໍ່​ມີ​ໂຄງ​ການ ບໍ່​ມີ​ຄວາມ​ຮູ້ ແລະ​ບໍ່​ມີ​ສະຕິ​ປັນຍາ​ໃນ​ຂຸມ​ຝັງ​ສົບ*+​ທີ່​ເຈົ້າ​ຈະ​ໄປ​ນັ້ນ. 11  ຂ້ອຍ​ໄດ້​ເຫັນ​ບາງ​ຢ່າງ​ອີກ​ໃຕ້​ດວງ​ຕາເວັນ. ຂ້ອຍ​ເຫັນ​ວ່າ​ຄົນ​ທີ່​ວ່ອງໄວ​ບໍ່​ໄດ້​ຊະນະ​ການ​ແຂ່ງ​ຂັນ​ສະເໝີ​ໄປ ຄົນ​ທີ່​ແຂງແຮງ​ບໍ່​ໄດ້​ຊະນະ​ສົງຄາມ​ທຸກ​ເທື່ອ+ ຄົນ​ສະຫຼາດ​ບໍ່​ໄດ້​ມີ​ອາຫານ​ກິນ​ຕະຫຼອດ ຄົນ​ທີ່​ມີ​ສະຕິ​ປັນຍາ​ບໍ່​ໄດ້​ມີ​ຊັບ​ສົມບັດ​ຫຼາຍ​ຕະຫຼອດ+ ແລະ​ຄົນ​ທີ່​ມີ​ຄວາມ​ຮູ້​ບໍ່​ໄດ້​ປະສົບ​ຄວາມ​ສຳເລັດ​ສະເໝີ​ໄປ+ ຍ້ອນ​ເວລາ​ແລະ​ເຫດການ​ທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ທຸກ​ຄົນ. 12  ມະນຸດ​ບໍ່​ຮູ້​ຊ້ຳ​ວ່າ​ຕອນ​ໃດ​ແນວ​ບໍ່​ດີ​ຈະ​ເກີດ​ຂຶ້ນ​ກັບ​ໂຕເອງ.+ ລາວ​ອາດຈະ​ເຈິ​ກັບ​ຄວາມ​ຈິບຫາຍ​ແບບ​ບໍ່​ຮູ້​ໂຕ​ຄື​ກັບ​ປາ​ທີ່​ຕິດ​ດາງ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແລະ​ຄື​ກັບ​ນົກ​ທີ່​ຕິດ​ແຮ້ວ. 13  ຂ້ອຍ​ໄດ້​ສັງເກດ​ອີກ​ຕົວຢ່າງ​ໜຶ່ງ​ຂອງ​ການໃຊ້​ສະຕິ​ປັນຍາ​ໃຕ້​ດວງ​ຕາເວັນ​ແລະ​ມັນ​ເຮັດ​ໃຫ້​ຂ້ອຍ​ປະທັບໃຈ. 14  ມີ​ເມືອງ​ນ້ອຍ​ໆ​ເມືອງ​ໜຶ່ງ​ທີ່​ມີ​ຄົນ​ບໍ່​ຫຼາຍ​ແລະ​ມີ​ກະສັດ​ອົງ​ໜຶ່ງ​ທີ່​ມີ​ກຳລັງ​ຫຼາຍ​ມາ​ໂຈມຕີ​ເມືອງ​ນີ້. ລາວ​ໄດ້​ເອົາ​ດິນ​ມາ​ກອງ​ເປັນ​ໂນນ​ຈຸ​ກຳແພງ​ເພື່ອ​ລ້ອມ​ເມືອງ​ໄວ້. 15  ໃນ​ເມືອງ​ນັ້ນ​ມີ​ຄົນ​ທຸກ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ສະຫຼາດ​ແລະ​ລາວ​ປົກປ້ອງ​ເມືອງ​ໄວ້​ໄດ້​ດ້ວຍ​ສະຕິ​ປັນຍາ​ຂອງ​ລາວ ແຕ່​ບໍ່​ມີ​ໃຜ​ຈື່​ຄົນ​ທຸກ​ຄົນ​ນັ້ນ​ໄດ້​ເລີຍ.+ 16  ແລ້ວ​ຂ້ອຍ​ກໍ​ເວົ້າ​ກັບ​ໂຕເອງ​ວ່າ: “ເປັນ​ຄົນ​ສະຫຼາດ​ກໍ​ດີ​ກວ່າ​ເປັນ​ຄົນ​ທີ່​ມີ​ກຳລັງ​ຫຼາຍ+ ແຕ່​ຜູ້​ຄົນ​ພັດ​ບໍ່​ເຫັນຄ່າ​ສະຕິ​ປັນຍາ​ຂອງ​ຄົນ​ທຸກ​ຄົນ​ນັ້ນ​ແລະ​ບໍ່​ສົນໃຈ​ຄຳ​ເວົ້າ​ຂອງ​ລາວ.”+ 17  ການ​ໃສ່​ໃຈ​ຟັງ​ຄຳ​ແນະນຳ​ທີ່​ອ່ອນໂຍນ​ຂອງ​ຄົນ​ສະຫຼາດ​ດີ​ກວ່າ​ການ​ຟັງ​ສຽງ​ຮ້ອງ​ດັງ​ໆ​ຂອງ​ຜູ້​ນຳ​ທີ່​ປົກຄອງ​ພວກ​ຄົນ​ໂງ່. 18  ສະຕິ​ປັນຍາ​ດີ​ກວ່າ​ອາວຸດ​ສົງຄາມ ແຕ່​ຄົນ​ທີ່​ເຮັດ​ຜິດ​ຄົນ​ດຽວ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ໄດ້​ຫຼາຍ​ອີ່ຫຼີ.+

ຂໍຄວາມໄຂເງື່ອນ

ຫຼື “ຄ່າ​ຈ້າງ”
ໝາຍເຖິງ​ເຄື່ອງນຸ່ງ​ສີ​ແຈ້ງ​ໆ​ທີ່​ສະທ້ອນ​ໃຫ້​ເຫັນ​ອາລົມ​ດີ ບໍ່​ແມ່ນ​ເຄື່ອງນຸ່ງ​ສຳລັບ​ໄວ້ທຸກ