ປະຖົມມະການ 42:1-38
42 ເມື່ອຢາໂຄບຮູ້ວ່າຢູ່ເອຢິບມີອາຫານ+ ລາວກໍເວົ້າກັບພວກລູກຊາຍວ່າ: “ເປັນຫຍັງພວກເຈົ້າຄືນັ່ງເບິ່ງໜ້າກັນຊື່ໆ?”
2 ລາວເວົ້າຕື່ມວ່າ: “ພໍ່ໄດ້ຍິນວ່າຢູ່ເອຢິບມີອາຫານ. ໃຫ້ພວກລູກໄປຊື້ອາຫານຢູ່ຫັ້ນ ເພື່ອພວກເຮົາຈະບໍ່ອຶດຕາຍ.”+
3 ພວກອ້າຍຂອງໂຢເຊັບທັງ 10 ຄົນ+ຈຶ່ງອອກໄປຊື້ອາຫານຢູ່ເອຢິບ.
4 ແຕ່ຢາໂຄບບໍ່ໃຫ້ເບັນຢາມິນ+ທີ່ເປັນນ້ອງຂອງໂຢເຊັບໄປກັບພວກອ້າຍ ເພາະລາວຢ້ານວ່າຊິມີແນວບໍ່ດີເກີດຂຶ້ນກັບເບັນຢາມິນແລະເຮັດໃຫ້ລາວຕາຍ.+
5 ພວກລູກຊາຍຂອງອິດສະຣາເອນກໍເດີນທາງໄປພ້ອມກັບຄົນອື່ນໆເພື່ອຊື້ອາຫານ ເພາະຄວາມອຶດຢາກຂະຫຍາຍໄປທົ່ວແຜ່ນດິນການາອານ.+
6 ໂຢເຊັບເປັນຜູ້ທີ່ມີອຳນາດໃນເອຢິບ.+ ລາວເບິ່ງແຍງເລື່ອງການຂາຍອາຫານໃຫ້ຄົນທີ່ມາຊື້ຈາກທົ່ວທຸກດິນແດນ.+ ເມື່ອພວກອ້າຍຂອງໂຢເຊັບມາຮອດ ເຂົາເຈົ້າກໍໝູບໜ້າລົງພື້ນສະແດງຄວາມນັບຖືໂຢເຊັບ.+
7 ເມື່ອໂຢເຊັບເຫັນພວກອ້າຍ ລາວກໍຈື່ໄດ້ໂລດ. ແຕ່ລາວບໍ່ໄດ້ບອກເຂົາເຈົ້າວ່າລາວແມ່ນໃຜ.+ ລາວເວົ້າກັບເຂົາເຈົ້າແບບສຽງແຂງໆວ່າ: “ພວກເຈົ້າມາແຕ່ໃສ?” ພວກອ້າຍຕອບວ່າ: “ພວກເຮົາມາແຕ່ແຜ່ນດິນການາອານ ເພື່ອມາຂໍຊື້ອາຫານນຳທ່ານ.”+
8 ໂຢເຊັບຈື່ພວກອ້າຍໄດ້ ແຕ່ພວກອ້າຍຈື່ລາວບໍ່ໄດ້.
9 ຕອນນັ້ນ ໂຢເຊັບກໍຈື່ຄວາມຝັນກ່ຽວກັບພວກອ້າຍໄດ້.+ ລາວເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າເປັນຄົນສອດແນມ! ພວກເຈົ້າຊິມາຊອກຫາຈຸດອ່ອນໃນແຜ່ນດິນນີ້ແມ່ນບໍ?”
10 ແລ້ວພວກອ້າຍກໍຕອບວ່າ: “ບໍ່ແມ່ນເດີ້ນາຍທ່ານ ຄົນຮັບໃຊ້ຂອງທ່ານມາເພື່ອຊື້ອາຫານເທົ່ານັ້ນ.
11 ພວກເຮົາເປັນລູກພໍ່ດຽວກັນ. ພວກເຮົາເປັນຄົນສັດຊື່. ພວກເຮົາບໍ່ແມ່ນຄົນສອດແນມເດີ້.”
12 ແຕ່ໂຢເຊັບເວົ້າວ່າ: “ຂ້ອຍບໍ່ເຊື່ອດອກ! ພວກເຈົ້າມາສືບເບິ່ງຈຸດອ່ອນໃນແຜ່ນດິນນີ້ແທ້ໆ!”
13 ເຂົາເຈົ້າກໍຕອບວ່າ: “ຜູ້ຮັບໃຊ້ຂອງທ່ານມີອ້າຍນ້ອງນຳກັນ 12 ຄົນ+ ເປັນລູກຊາຍພໍ່ດຽວກັນ+ຢູ່ໃນແຜ່ນດິນການາອານ. ຕອນນີ້ຜູ້ຫຼ້າຢູ່ກັບພໍ່+ ແຕ່ອີກຜູ້ໜຶ່ງບໍ່ໄດ້ຢູ່ແລ້ວ.”+
14 ແຕ່ໂຢເຊັບບອກເຂົາເຈົ້າວ່າ: “ມັນແມ່ນຄວາມຂ້ອຍ ພວກເຈົ້າເປັນຄົນສອດແນມ!
15 ຂ້ອຍຊິລອງເບິ່ງວ່າພວກເຈົ້າເວົ້າຄວາມຈິງບໍ. ຂ້ອຍຂໍສາບານວ່າຖ້າຟາໂຣ*ຍັງມີຊີວິດຢູ່ ພວກເຈົ້າຊິບໍ່ໄດ້ເມືອເຮືອນແທ້ໆ ຄັນນ້ອງຫຼ້າຂອງພວກເຈົ້າບໍ່ໄດ້ມາພີ້.+
16 ໃຫ້ຄົນໜຶ່ງໃນພວກເຈົ້າໄປພານ້ອງຫຼ້າມາ ສ່ວນຄົນອື່ນໆຈະຖືກຂັງໄວ້ກ່ອນ. ເມື່ອເຮັດແນວນີ້ຂ້ອຍຈຶ່ງຊິຮູ້ວ່າພວກເຈົ້າເວົ້າຄວາມຈິງບໍ. ຖ້າພວກເຈົ້າຕົວະຂ້ອຍ ຂ້ອຍກໍຊິຮູ້ວ່າພວກເຈົ້າເປັນຄົນສອດແນມ.”
17 ແລ້ວໂຢເຊັບກໍຂັງເຂົາເຈົ້າທຸກຄົນໄວ້ 3 ມື້.
18 ໃນມື້ທີ 3 ໂຢເຊັບບອກເຂົາເຈົ້າວ່າ: “ຂ້ອຍເປັນຄົນທີ່ນັບຖືພະເຈົ້າຫຼາຍ* ຄັນບໍ່ຢາກຕາຍກໍໃຫ້ເຮັດຕາມທີ່ຂ້ອຍບອກ.
19 ຂ້ອຍຊິຂັງຄົນໜຶ່ງໄວ້ກ່ອນ ສ່ວນຄົນທີ່ເຫຼືອໃຫ້ເມືອເຮືອນແລະເອົາອາຫານໄປໃຫ້ຄອບຄົວ.+
20 ແລ້ວໃຫ້ພານ້ອງຊາຍຫຼ້າມາຫາຂ້ອຍ. ຖ້າພວກເຈົ້າເຮັດຈັ່ງຊີ້ ຂ້ອຍຈຶ່ງຊິເຊື່ອແລະບໍ່ຂ້າພວກເຈົ້າ.” ເຂົາເຈົ້າກໍເຮັດຕາມທີ່ໂຢເຊັບບອກ.
21 ເຂົາເຈົ້າລົມກັນວ່າ: “ຕອນນີ້ພວກເຮົາຖືກລົງໂທດແລ້ວ+ ຍ້ອນເຮັດຜິດຕໍ່ນ້ອງ. ຕອນທີ່ນ້ອງຮ້ອງຂໍໃຫ້ອີ່ຕົນລາວ ພວກເຮົາກໍບໍ່ຟັງ. ຕອນນີ້ບັນຫາມາຖືກພວກເຮົາແລ້ວ.”
22 ແລ້ວຣູເບັນກໍເວົ້າກັບພວກນ້ອງວ່າ: “ອ້າຍບອກພວກເຈົ້າແລ້ວເດ້ວ່າ ‘ບໍ່ຕ້ອງເຮັດຫຍັງໃຫ້ນ້ອງ’ ແຕ່ພວກເຈົ້າກໍບໍ່ຟັງອ້າຍ+ ຕອນນີ້ຮອດເວລາທີ່ພວກເຮົາຕ້ອງຮັບໂທດທີ່ເຮັດໃຫ້ນ້ອງຕາຍ.”*+
23 ເຂົາເຈົ້າບໍ່ຮູ້ວ່າໂຢເຊັບເຂົ້າໃຈເລື່ອງທີ່ເຂົາເຈົ້າລົມກັນ ຍ້ອນໂຢເຊັບໃຊ້ຄົນມາແປພາສາໃຫ້.
24 ໂຢເຊັບຈຶ່ງອອກໄປຮ້ອງໄຫ້+ ແລ້ວກໍກັບມາເວົ້າກັບເຂົາເຈົ້າອີກ. ຈາກນັ້ນ ໂຢເຊັບກໍເອົາຊີເມໂອນ+ມາມັດຕໍ່ໜ້າເຂົາເຈົ້າ.+
25 ແລ້ວໂຢເຊັບກໍສັ່ງຄົນຂອງລາວໃຫ້ເອົາອາຫານໃສ່ໃນເປົາຂອງເຂົາເຈົ້າໃຫ້ເຕັມ ເອົາເງິນໃສ່ໃນເປົາໃຫ້ເຂົາເຈົ້າຄືນ ແລະເອົາອາຫານໃຫ້ເຂົາເຈົ້າໄປກິນຕອນເດີນທາງນຳ. ຄົນເຫຼົ່ານັ້ນກໍເຮັດຕາມທີ່ໂຢເຊັບສັ່ງ.
26 ພວກອ້າຍກໍເອົາອາຫານໃສ່ເທິງຫຼັງລາ ແລ້ວອອກເດີນທາງ.
27 ເມື່ອຮອດບ່ອນພັກ ມີຜູ້ໜຶ່ງຊິເອົາເຟືອງໃຫ້ລາກິນ ລາວຈຶ່ງເປີດເບິ່ງເປົາອາຫານແລະກໍເຫັນເງິນຂອງໂຕເອງຢູ່ຫັ້ນ.
28 ລາວຈຶ່ງໄປບອກພວກອ້າຍນ້ອງວ່າ: “ເງິນຂອງຂ້ອຍຄືຍັງຢູ່ຄືເກົ່າ. ຂ້ອຍເຫັນມັນຢູ່ໃນເປົາອາຫານຂອງຂ້ອຍ.” ເມື່ອເຂົາເຈົ້າໄດ້ຍິນແນວນັ້ນກໍທັງຢ້ານທັງສັ່ນ ແລະລົມກັນວ່າ: “ເປັນຫຍັງພະເຈົ້າຄືເຮັດກັບພວກເຮົາແນວນີ້?”
29 ເມື່ອເຂົາເຈົ້າມາຮອດການາອານ ເຂົາເຈົ້າກໍເລົ່າເລື່ອງທີ່ເກີດຂຶ້ນໃຫ້ຢາໂຄບພໍ່ຂອງເຂົາເຈົ້າຟັງວ່າ:
30 “ຄົນທີ່ເປັນເຈົ້ານາຍຢູ່ໃນແຜ່ນດິນນັ້ນເວົ້າກັບພວກເຮົາສຽງແຂງໆ+ ແລະຫາເລື່ອງວ່າພວກເຮົາເປັນຄົນສອດແນມ.
31 ແຕ່ພວກເຮົາບອກລາວວ່າ ‘ພວກເຮົາເປັນຄົນສັດຊື່. ພວກເຮົາບໍ່ແມ່ນຄົນສອດແນມ.+
32 ພວກເຮົາມີອ້າຍນ້ອງນຳກັນ 12 ຄົນ+ ເປັນລູກຊາຍພໍ່ດຽວກັນ. ຜູ້ໜຶ່ງບໍ່ໄດ້ຢູ່ນຳແລ້ວ+ ແລະຜູ້ຫຼ້າກໍຢູ່ການາອານກັບພໍ່.’+
33 ແຕ່ເຈົ້ານາຍຂອງປະເທດນັ້ນເວົ້າວ່າ ‘ເພື່ອຂ້ອຍຊິຮູ້ວ່າພວກເຈົ້າເວົ້າແທ້ຫຼືບໍ່ ຂ້ອຍຊິຈັບຄົນໜຶ່ງໃນພວກເຈົ້າຂັງໄວ້+ ສ່ວນຄົນທີ່ເຫຼືອໃຫ້ເອົາອາຫານກັບເມືອຫາຄົນໃນຄອບຄົວໄດ້.+
34 ໃຫ້ພານ້ອງຫຼ້າມາຫາຂ້ອຍ ເພື່ອຂ້ອຍຈະຮູ້ວ່າພວກເຈົ້າບໍ່ໄດ້ຕົວະຂ້ອຍແລະບໍ່ແມ່ນຄົນສອດແນມ. ແລ້ວຂ້ອຍຊິສົ່ງຄົນທີ່ກັກໂຕໄວ້ຄືນໃຫ້ພວກເຈົ້າ ແລະພວກເຈົ້າກໍຊິຊື້ອາຫານໃນແຜ່ນດິນນີ້ໄດ້.’”
35 ຕອນທີ່ຖອກເຂົ້າອອກຈາກເປົາ ເຂົາເຈົ້າກໍເຫັນຖົງເງິນຂອງໂຕເອງຢູ່ໃນເປົາເຂົ້າ. ເມື່ອເຂົາເຈົ້າກັບພໍ່ເຫັນຖົງເງິນເຫຼົ່ານັ້ນກໍພາກັນຢ້ານ.
36 ຢາໂຄບຮ້ອງຂຶ້ນວ່າ: “ພວກເຈົ້າຊິໃຫ້ພໍ່ເສຍລູກໄປອີກເບາະ?+ ໂຢເຊັບກໍບໍ່ຢູ່ແລ້ວ+ ຊີເມໂອນກໍຖືກຈັບ+ ຕອນນີ້ຊິມາເອົາເບັນຢາມິນໄປອີກຫວະ? ເປັນຫຍັງຂ້ອຍຈຶ່ງມາເຈິເລື່ອງແບບນີ້?”
37 ແຕ່ຣູເບັນບອກພໍ່ວ່າ: “ລູກຈະເບິ່ງແຍງເບັນຢາມິນແລະພານ້ອງກັບມາຫາພໍ່.+ ຖ້າລູກບໍ່ພານ້ອງກັບມາ ໃຫ້ພໍ່ຂ້າລູກຊາຍ 2 ຄົນຂອງລູກໂລດ.”+
38 ແຕ່ພໍ່ກໍເວົ້າວ່າ: “ພໍ່ຊິບໍ່ໃຫ້ລູກພານ້ອງໄປດອກ ເພາະວ່າອ້າຍຂອງລາວກໍຕາຍແລ້ວ ເຫຼືອແຕ່ລາວ.+ ຖ້າເກີດຫຍັງຂຶ້ນກັບລາວລະຫວ່າງທາງແລະເຮັດໃຫ້ລາວຕາຍ ລູກຊິເຮັດໃຫ້ຜູ້ເຖົ້າຫົວຫງອກຄືພໍ່ລົງໄປໃນບ່ອນຝັງສົບ*+ດ້ວຍຄວາມໂສກເສົ້າ.”+
ຂໍ ຄວາມ ໄຂ ເງື່ອນ
^ ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
^ ແປຕາມໂຕວ່າ “ຢ້ານຢຳພະເຈົ້າ”
^ ແປຕາມໂຕວ່າ “ເລືອດຂອງລາວ”
^ ເບິ່ງສ່ວນອະທິບາຍຄຳສັບ