ປະຖົມມະການ 3:1-24
3 ໃນຈຳພວກສັດຕ່າງໆທີ່ພະເຢໂຫວາພະເຈົ້າສ້າງ ງູ+ເປັນສັດທີ່ສະຫຼາດທີ່ສຸດ.* ງູຖາມຜູ້ຍິງວ່າ: “ພະເຈົ້າຫ້າມພວກເຈົ້າບໍ່ໃຫ້ກິນໝາກໄມ້ທຸກຕົ້ນໃນສວນນີ້ແມ່ນບໍ?”+
2 ຜູ້ຍິງກໍຕອບງູວ່າ: “ພວກເຮົາກິນໝາກໄມ້ໃນສວນນີ້ໄດ້.+
3 ແຕ່ພະເຈົ້າບອກວ່າ ‘ຫ້າມກິນໝາກໄມ້ຈາກຕົ້ນໜຶ່ງທີ່ຢູ່ກາງສວນ+ ບໍ່ໃຫ້ຈັບ ບໍ່ໃຫ້ບາຍ ຖ້າເຮັດແບບນັ້ນພວກເຈົ້າຊິຕາຍ.’”
4 ແລ້ວງູກໍບອກຜູ້ຍິງວ່າ: “ພວກເຈົ້າຊິບໍ່ຕາຍດອກ.+
5 ພະເຈົ້າຮູ້ຢູ່ແລ້ວວ່າ ຖ້າພວກເຈົ້າກິນໝາກໄມ້ຈາກຕົ້ນນັ້ນ ພວກເຈົ້າກໍຈະສະຫຼາດຂຶ້ນ. ພວກເຈົ້າຈະເປັນຄືກັບພະເຈົ້າ ຮູ້ຈັກດີແລະຊົ່ວ.”*+
6 ແລ້ວຜູ້ຍິງກໍເຫັນວ່າໝາກໄມ້ຈາກຕົ້ນນັ້ນງາມສະດຸດຕາແລະເປັນຕາແຊບ ລາວຈຶ່ງປິດເອົາໝາກໄມ້ມາກິນ.+ ຫຼັງຈາກນັ້ນເມື່ອຢູ່ນຳຜົວ ລາວກໍເອົາໝາກໄມ້ໃຫ້ຜົວກິນນຳ.+
7 ແລ້ວເຂົາເຈົ້າກໍມີຄວາມເຂົ້າໃຈຫຼາຍຂຶ້ນ ແລະຮູ້ວ່າໂຕເອງປະເປືອຍຢູ່. ເຂົາເຈົ້າຈຶ່ງເອົາໃບໝາກເດື່ອມາຫຍິບຕິດກັນເປັນເຄື່ອງນຸ່ງ ເພື່ອເຂົາເຈົ້າຈະບໍ່ໄດ້ປະເປືອຍ.+
8 ຕໍ່ມາ ເຂົາເຈົ້າໄດ້ຍິນສຽງຂອງພະເຢໂຫວາຕອນທີ່ເພິ່ນຍ່າງຢູ່ໃນສວນ ໃນຍາມທີ່ມີລົມພັດເຢັນສະບາຍ ຜູ້ຊາຍຄົນນັ້ນກັບເມຍຈຶ່ງໄປລີ້ຢູ່ຕົ້ນໄມ້ໃນສວນ ເພື່ອບໍ່ໃຫ້ພະເຢໂຫວາພະເຈົ້າເຫັນ.
9 ພະເຢໂຫວາພະເຈົ້າໄດ້ຮ້ອງຫາຜູ້ຊາຍຄົນນັ້ນຫຼາຍເທື່ອວ່າ: “ເຈົ້າຢູ່ໃສ?”
10 ໃນທີ່ສຸດ ລາວກໍຕອບວ່າ: “ລູກໄດ້ຍິນສຽງຂອງພະອົງແລ້ວ ແຕ່ລູກຢ້ານ ເພາະລູກປະເປືອຍຢູ່ ລູກກໍເລີຍມາລີ້ຢູ່ນີ້.”
11 ແລ້ວພະເຈົ້າກໍຖາມວ່າ: “ແມ່ນໃຜບອກເຈົ້າວ່າເຈົ້າປະເປືອຍຢູ່?+ ເຈົ້າໄດ້ກິນໝາກໄມ້ທີ່ເຮົາຫ້າມບໍ່ໃຫ້ເຈົ້າກິນແມ່ນບໍ?”+
12 ຜູ້ຊາຍຄົນນັ້ນຕອບວ່າ: “ຜູ້ຍິງທີ່ພະອົງໃຫ້ລູກຫັ້ນແຫຼະເອົາໝາກໄມ້ມາໃຫ້ລູກກິນ ລູກກໍເລີຍກິນ.”
13 ພະເຢໂຫວາຈຶ່ງຖາມຜູ້ຍິງຄົນນັ້ນວ່າ: “ເປັນຫຍັງເຈົ້າຈຶ່ງເຮັດແບບນີ້?” ຜູ້ຍິງຕອບວ່າ: “ຍ້ອນງູມາຕົວະລູກ ລູກກໍເລີຍກິນ.”+
14 ພະເຢໂຫວາພະເຈົ້າເວົ້າກັບງູ+ວ່າ: “ຍ້ອນເຈົ້າເຮັດແນວນີ້ ເຈົ້າຈະຖືກສາບແຊ່ງ. ໃນບັນດາສັດຕ່າງໆ ບໍ່ວ່າຈະເປັນສັດບ້ານຫຼືສັດປ່າ ເຈົ້າຈະເປັນສັດທີ່ຖືກສາບແຊ່ງ. ເຈົ້າຈະຕ້ອງເລືອໄປແລະຕ້ອງກິນຂີ້ດິນຕະຫຼອດຊີວິດ.
15 ເຮົາຈະໃຫ້ເຈົ້າ+ກັບຜູ້ຍິງ+ເປັນສັດຕູກັນ+ ແລະເຊື້ອສາຍຂອງເຈົ້າ+ກັບເຊື້ອສາຍຂອງຜູ້ຍິງ+ຈະເປັນສັດຕູກັນ. ເຊື້ອສາຍຂອງຜູ້ຍິງຈະຢຽບຫົວຂອງເຈົ້າຈົນມຸ່ນ+ ແລະເຈົ້າຈະເຮັດໃຫ້ສົ້ນຕີນຂອງເຊື້ອສາຍຂອງຜູ້ຍິງບວມຊ້ຳ.”+
16 ພະເຈົ້າເວົ້າກັບຜູ້ຍິງວ່າ: “ເຮົາຈະໃຫ້ເຈົ້າມີຄວາມລຳບາກຕອນທີ່ຖືພາ ແລະຕອນທີ່ເກີດລູກເຈົ້າຈະມີຄວາມເຈັບປວດຫຼາຍ. ເຈົ້າຈະຂາດຜົວບໍ່ໄດ້ແລະຜົວຈະປົກຄອງເຈົ້າ.”
17 ແລ້ວພະເຈົ້າກໍເວົ້າກັບອາດາມ*ວ່າ: “ຍ້ອນເຈົ້າຟັງຄວາມເມຍແລະໄດ້ກິນໝາກໄມ້ທີ່ເຮົາສັ່ງ+ວ່າ ‘ບໍ່ໃຫ້ເຈົ້າກິນ’ ດິນຈຶ່ງຖືກສາບແຊ່ງຍ້ອນເຈົ້າ.+ ເຈົ້າຈະຫາກິນດ້ວຍຄວາມທຸກລຳບາກໄປຕະຫຼອດຊີວິດ.+
18 ແຜ່ນດິນຈະເກີດພືດທີ່ມີໜາມແລະເຈົ້າຈະກິນພືດຜັກຈາກດິນນັ້ນ.
19 ເຈົ້າຈະຫາກິນດ້ວຍຄວາມຍາກລຳບາກຈົນກວ່າເຈົ້າຈະກັບໄປເປັນດິນອີກ ເພາະເຈົ້າຖືກສ້າງຈາກດິນ.+ ຍ້ອນເຈົ້າເປັນດິນ ເຈົ້າຈະຕ້ອງກັບໄປເປັນດິນອີກ.”+
20 ຈາກນັ້ນ ອາດາມກໍຕັ້ງຊື່ໃຫ້ເມຍຂອງລາວວ່າເອວາ* ເພາະລາວຈະເປັນແມ່ຂອງທຸກຄົນ.+
21 ແລ້ວພະເຢໂຫວາພະເຈົ້າໄດ້ເອົາໜັງສັດມາເຮັດເປັນເສື້ອຍາວໃຫ້ອາດາມກັບເອວານຸ່ງ.+
22 ແລ້ວພະເຢໂຫວາພະເຈົ້າກໍເວົ້າວ່າ: “ຕອນນີ້ມະນຸດກໍຮູ້ຈັກຄວາມດີຄວາມຊົ່ວຄືກັບພວກເຮົາແລ້ວ.+ ເພື່ອຈະບໍ່ໃຫ້ລາວໄປປິດເອົາໝາກໄມ້ທີ່ໃຫ້ຊີວິດ+ມາກິນແລະໄດ້ຊີວິດຕະຫຼອດໄປ ເຮົາຕ້ອງເຮັດຫຍັງບາງຢ່າງ.”
23 ພະເຢໂຫວາພະເຈົ້າຈຶ່ງໄລ່ລາວອອກຈາກສວນເອເດັນ+ ໃຫ້ໄປເຮັດໄຮ່ເຮັດສວນ.+
24 ຈາກນັ້ນ ພະເຈົ້າກໍໄລ່ເຂົາເຈົ້າ*ອອກຈາກສວນເອເດັນ ເພື່ອຈະບໍ່ໃຫ້ເຂົາເຈົ້າກັບມາຫາຕົ້ນໄມ້ທີ່ໃຫ້ຊີວິດ. ແລ້ວພະເຈົ້າກໍໃຫ້ພວກເຄຣູບ*+ເຝົ້າຢູ່ທາງທິດຕາເວັນອອກຂອງສວນ ແລະຢູ່ບ່ອນນັ້ນເພິ່ນກໍໃຫ້ມີດາບໄຟໝູນຢູ່.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ມີເລ່ລ່ຽມທີ່ສຸດ; ລະມັດລະວັງທີ່ສຸດ”
^ ຫຼື “ຕັດສິນເອງວ່າສິ່ງໃດດີສິ່ງໃດຊົ່ວ”
^ ແປວ່າ “ມະນຸດ; ມະນຸດຊາດ”
^ ແປວ່າ “ຜູ້ມີຊີວິດ”
^ ແປຕາມໂຕວ່າ “ມະນຸດ”
^ ເບິ່ງສ່ວນອະທິບາຍຄຳສັບ