ນາງ​ຣຸດ 1:1-22

  • ຄອບຄົວ​ຂອງ​ເອລີເມເລັກ​ຍ້າຍ​ໄປ​ປະເທດ​ໂມອາບ (1, 2)

  • ນາໂອມີ ໂອປາ ແລະ​ຣຸດ​ເປັນ​ແມ່​ໝ້າຍ (3-6)

  • ຣຸດ​ພັກດີ​ຕໍ່​ນາໂອມີ​ແລະ​ພະເຈົ້າ​ຂອງ​ນາໂອມີ (7-17)

  • ນາໂອມີ​ແລະ​ຣຸດ​ກັບ​ເມືອ​ເມືອງ​ເບັດເລເຮັມ (18-22)

1  ໃນ​ສະໄໝ​ທີ່​ຜູ້ຕັດສິນ+ປົກຄອງ​ປະເທດ​ອິດສະຣາເອນ​ໄດ້ມີ​ຄວາມ​ອຶດຢາກ​ເກີດຂຶ້ນ ຜູ້ຊາຍ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ເມືອງ​ເບັດເລເຮັມ+ໃນ​ແຂວງ​ຢູດາຈຶ່ງ​ພາ​ເມຍ​ແລະ​ລູກຊາຍ 2 ຄົນ​ຍ້າຍ​ໄປ​ຢູ່​ປະເທດ​ໂມອາບ.+ 2  ຜູ້ຊາຍ​ຄົນ​ນັ້ນ​ຊື່​ເອລີເມເລັກ* ເມຍ​ຂອງ​ລາວ​ຊື່​ນາໂອມີ* ແລະ​ລູກຊາຍ 2 ຄົນ​ຊື່​ມາໂລນ*​ກັບ​ກີລີໂອນ.* ເຂົາ​ເຈົ້າ​ມາ​ຈາກ​ເອຟຣາທາ​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາ. ເຂົາ​ເຈົ້າ​ໄປ​ຮອດ​ໂມອາບ​ແລະ​ອາໄສ​ຢູ່​ຫັ້ນ. 3  ຕໍ່ມາ​ເອລີເມເລັກ​ຜົວ​ຂອງ​ນາໂອມີ​ກໍ​ຕາຍ ນາໂອມີ​ຈຶ່ງ​ຢູ່​ກັບ​ລູກຊາຍ 2 ຄົນ. 4  ຫຼັງຈາກນັ້ນ ລູກຊາຍ​ຂອງ​ລາວ​ກໍ​ແຕ່ງດອງ​ກັບ​ຜູ້ຍິງ​ໂມອາບ ຜູ້​ໜຶ່ງ​ຊື່​ໂອປາແລະ​ອີກ​ຜູ້​ໜຶ່ງ​ຊື່​ຣຸດ.+ ເຂົາເຈົ້າ​ຢູ່​ຫັ້ນ 10 ປີ. 5  ຈາກນັ້ນ ມາໂລນ​ກັບ​ກີລີໂອນ​ກໍ​ຕາຍ ນາໂອມີ​ຈຶ່ງ​ຢູ່​ໂດຍ​ບໍ່​ມີ​ລູກ​ບໍ່​ມີ​ຜົວ. 6  ເມື່ອ​ນາໂອມີ​ໄດ້​ຍິນ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້ປະເທດ​ອິດສະຣາເອນ​ບໍ່​ມີ​ຄວາມ​ອຶດຢາກ​ແລ້ວ ລາວ​ກັບ​ລູກໃພ້ 2 ຄົນ​ຈຶ່ງ​ເດີນ​ທາງ​ອອກ​ຈາກ​ໂມອາບ​ໄປ​ອິດສະຣາເອນ. 7  ນາໂອມີ​ແລະ​ລູກໃພ້ 2 ຄົນ​ພາ​ກັນ​ເດີນ​ທາງ​ອອກ​ຈາກ​ໂມອາບ. ຕອນ​ທີ່​ກຳລັງ​ຍ່າງ​ໄປ​ຢູດາ 8  ນາໂອມີ​ເວົ້າ​ກັບ​ລູກໃພ້ 2 ຄົນ​ວ່າ: “ໃຫ້​ພວກ​ລູກ 2 ຄົນ​ກັບ​ເມືອບ້ານ​ເມືອເຮືອນ​ໄປ​ຫາ​ພໍ່​ແມ່​ສະ. ຂໍ​ໃຫ້​ພະ​ເຢໂຫວາ​ສະແດງ​ຄວາມຮັກທີ່ໝັ້ນຄົງ​ຕໍ່​ພວກ​ລູກ+ຄື​ກັບ​ທີ່​ພວກ​ລູກ​ສະແດງ​ຄວາມ​ຮັກ​ຕໍ່​ແມ່​ແລະ​ລູກຊາຍ​ຂອງ​ແມ່. 9  ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ລູກ​ໃຫ້​ໄດ້​ຜົວ​ທີ່​ດີ​ແລະ​ມີ​ຊີວິດ​ທີ່​ໝັ້ນຄົງ.*+ ແລ້ວ​ນາໂອມີ​ກໍ​ຈູບ​ລູກໃພ້​ທັງ​ສອງ​ຄົນ ແລະ​ເຂົາເຈົ້າ​ກໍ​ພາກັນ​ຮ້ອງໄຫ້​ສຽງ​ດັງ. 10  ລູກໃພ້​ທັງ​ສອງ​ຄົນ​ເວົ້າ​ກັບ​ລາວ​ວ່າ: “ບໍ່ ພວກ​ລູກ​ບໍ່ເມືອ. ພວກ​ລູກ​ຈະ​ໄປນຳແມ່ ໄປ​ຢູ່​ນຳ​ຄົນ​ຊາດດຽວກັນ​ກັບ​ແມ່.” 11  ແຕ່​ນາໂອມີ​ບອກ​ວ່າ: “ກັບ​ເມືອບ້ານ​ເມືອເຮືອນ​ສະ​ລູກ ຊິ​ໄປ​ນຳ​ແມ່​ເຮັດ​ຫຍັງ? ແມ່​ບໍ່​ສາມາດ​ມີ​ລູກຊາຍ​ທີ່​ຈະ​ມາ​ເປັນ​ຜົວ​ພວກ​ລູກ​ໄດ້​ອີກ​ແລ້ວ.+ 12  ລູກ​ເອີ້ຍ ກັບ​ເມືອ​ສະ. ແມ່​ເຖົ້າ​ກາຍ​ຍາມ​ເອົາ​ຜົວ​ແລ້ວ. ເຖິງ​ວ່າ​ແມ່​ຈະ​ໄດ້​ຜົວ​ມື້​ນີ້ແລະ​ມີ​ລູກຊາຍ 13  ລູກ​ຊິ​ຖ້າ​ຈົນ​ເຂົາ​ເຈົ້າ​ໃຫຍ່​ໄດ້​ບໍ? ລູກ​ຊິ​ຖ້າ​ເຂົາເຈົ້າ​ແລະ​ບໍ່​ແຕ່ງດອງ​ໃໝ່​ບໍ? ແມ່​ທຸກ​ໃຈ​ຫຼາຍ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກ​ລູກ​ທັງ​ສອງ​ເພາະ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ແມ່.”+ 14  ແລ້ວ​ເຂົາເຈົ້າ​ກໍ​ຮ້ອງໄຫ້​ສຽງ​ດັງ​ອີກ. ຈາກນັ້ນ ໂອປາ​ກໍ​ຈູບ​ລາ​ແມ່​ຍ່າ​ແລ້ວ​ກໍ​ກັບ​ເມືອ ແຕ່​ຣຸດ​ບໍ່​ຍອມ​ເມືອ. 15  ນາໂອມີ​ຈຶ່ງ​ເວົ້າ​ວ່າ: “ເຫັນ​ບໍ່ ໂອປາ​ກໍ​ກັບ​ເມືອເຮືອນ​ແລະ​ໄປ​ຫາ​ພະເຈົ້າ​ຂອງ​ລາວ​ແລ້ວ. ກັບ​ເມືອ​ນຳ​ລາວ​ສະ​ລູກ.” 16  ແຕ່​ຣຸດ​ບອກ​ວ່າ: “ຢ່າ​ຂໍຮ້ອງ​ລູກ​ໃຫ້​ປະຖິ້ມ​ແມ່​ຫຼືບໍ່​ໃຫ້​ໄປ​ນຳ​ແມ່. ແມ່​ໄປ​ໃສ ລູກ​ກໍ​ຈະ​ໄປ​ນຳ. ແມ່​ນອນ​ໃສ ລູກ​ກໍ​ຈະ​ນອນ​ຫັ້ນ. ຄົນ​ຊາດດຽວກັນ​ກັບ​ແມ່​ກໍ​ຈະ​ເປັນ​ຄົນ​ຊາດດຽວກັນ​ກັບ​ລູກ​ແລະ​ພະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພະເຈົ້າ​ຂອງ​ລູກ.+ 17  ແມ່​ຕາຍ​ຢູ່​ໃສ ລູກ​ກໍ​ຈະ​ຕາຍ​ຢູ່​ຫັ້ນ. ແມ່​ຖືກ​ຝັງ​ຢູ່ບ່ອນ​ໃດກໍ​ໃຫ້​ຝັງ​ລູກ​ຢູ່​ບ່ອນ​ນັ້ນ. ຈະ​ບໍ່​ມີ​ສິ່ງ​ໃດ​ແຍກ​ລູກ​ຈາກ​ແມ່​ໄດ້​ນອກ​ຈາກ​ຄວາມ​ຕາຍ. ຄັນ​ບໍ່​ຊັ້ນ​ກໍ​ຂໍ​ໃຫ້​ພະ​ເຢໂຫວາ​ລົງໂທດ​ລູກ​ໜັກ​ໆ​.” 18  ເມື່ອ​ນາໂອມີ​ເຫັນ​ວ່າ​ຈັ່ງ​ໃດ​ຣຸດ​ກໍ​ຈະ​ໄປ​ນຳ​ລາວ ລາວ​ກໍ​ເລີຍ​ເຊົາ​ຫ້າມ​ຣຸດ. 19  ທັງ​ສອງ​ຄົນ​ຈຶ່ງ​ເດີນ​ທາງ​ໄປ​ນຳ​ກັນ​ຈົນ​ຮອດ​ເມືອງ​ເບັດເລເຮັມ.+ ເມື່ອ​ຮອດ​ເມືອງ​ເບັດເລເຮັມ ຄົນ​ໝົດ​ເມືອງ​ກໍ​ຕົກ​ໃຈ​ເມື່ອ​ເຫັນ​ເຂົາເຈົ້າ. ພວກ​ຜູ້ຍິງ​ພາກັນ​ເວົ້າ​ວ່າ: “ແມ່ນ​ນາໂອມີເບາະ​ນິ?” 20  ລາວ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຢ່າ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ. ໃຫ້​ເອີ້ນ​ຂ້ອຍ​ວ່າ​ມາຣາ* ເພາະ​ຜູ້ມີລິດເດດ​ສູງສຸດ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ອຍ​ຂົມຂື່ນ​ຫຼາຍ.+ 21  ຕອນ​ໄປ​ຂ້ອຍ​ມີ​ທຸກສິ່ງ​ທຸກຢ່າງ ແຕ່​ຕອນ​ກັບ​ມາ​ພະ​ເຢໂຫວາ​ພັດ​ເຮັດ​ໃຫ້​ຂ້ອຍ​ບໍ່​ເຫຼືອ​ຫຍັງ​ເລີຍ. ເປັນ​ຫຍັງ​ຈຶ່ງ​ຊິ​ມາ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ ໃນ​ເມື່ອ​ພະ​ເຢໂຫວາ​ກາຍ​ເປັນ​ສັດຕູ​ຂອງ​ຂ້ອຍ​ແລະ​ຜູ້​ມີ​ລິດເດດ​ສູງສຸດ​ເຮັດ​ໃຫ້​ເລື່ອງ​ໂຫດຮ້າຍ​ແບບ​ນີ້​ເກີດຂຶ້ນ​ກັບ​ຂ້ອຍ?”+ 22  ນີ້​ແມ່ນເລື່ອງ​ຂອງ​ນາໂອມີ​ຕອນ​ທີ່​ລາວ​ອອກ​ຈາກ​ໂມອາບ+ພ້ອມ​ກັບ​ຣຸດ​ທີ່​ເປັນ​ລູກໃພ້. ເຂົາເຈົ້າ​ມາ​ຮອດ​ເມືອງ​ເບັດເລເຮັມ​ໃນ​ຍາມ​ກ່ຽວເຂົ້າ​ບາເລ.+

ຂໍຄວາມໄຂເງື່ອນ

ແປ​ວ່າ “ພະເຈົ້າ​ຂອງ​ຂ້ອຍ​ເປັນ​ກະສັດ”
ແປ​ວ່າ “ຜູ້​ມີ​ຄວາມ​ຊົມຊື່ນ​ຍິນດີ”
ອາດມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ອ່ອນແອ; ເຈັບ​ປ່ວຍ”
ແປ​ວ່າ “ຄົນ​ທີ່​ລົ້ມເຫຼວ; ຄົນ​ທີ່​ກຳລັງ​ຈະ​ເຈິ​ຈຸດຈົບ”
ແປ​ຕາມ​ໂຕ​ວ່າ “ບ່ອນ​ພັກ​ເຊົາ”
ແປ​ວ່າ “ຜູ້​ມີ​ຄວາມ​ຂົມຂື່ນ”