ດານີເອນ 4:1-37
4 “ຕໍ່ໄປນີ້ແມ່ນຄຳເວົ້າຂອງກະສັດເນບູກາດເນັດຊາທີ່ສົ່ງມາຫາຄົນໃນທຸກຊາດແລະທຸກພາສາຢູ່ທົ່ວໂລກ. ຂໍໃຫ້ທຸກຄົນຢູ່ສຸກສະບາຍແລະຈະເລີນຮຸ່ງເຮືອງ.
2 ຂ້ອຍຢາກປະກາດເລື່ອງການອັດສະຈັນແລະປາຕິຫານທີ່ພະເຈົ້າສູງສຸດໄດ້ເຮັດຕໍ່ຂ້ອຍ.
3 ການອັດສະຈັນແລະປາຕິຫານທີ່ເພິ່ນເຮັດຍິ່ງໃຫຍ່ແທ້ໆ. ການປົກຄອງຂອງເພິ່ນຢູ່ຕະຫຼອດໄປທຸກຍຸກທຸກສະໄໝ.+
4 ຂ້ອຍເນບູກາດເນັດຊາຢູ່ຢ່າງສຸກສະບາຍແລະຈະເລີນຮຸ່ງເຮືອງໃນວັງຂອງຂ້ອຍ.
5 ຕອນທີ່ນອນຫຼັບຢູ່ຂ້ອຍໄດ້ຝັນ ແລະສິ່ງທີ່ຂ້ອຍເຫັນກໍເປັນຕາຢ້ານຫຼາຍ.+
6 ຂ້ອຍຈຶ່ງສັ່ງໃຫ້ໄປເອີ້ນທີ່ປຶກສາທຸກຄົນໃນບາບີໂລນມາ ເພື່ອໃຫ້ເຂົາເຈົ້າແປຄວາມໝາຍຂອງຄວາມຝັນໃຫ້ຂ້ອຍ.+
7 ແລ້ວໝໍຄາຖາອາຄົມ ໝໍມໍ ແລະພວກການເດອາທີ່ທຳນາຍໂດຍເບິ່ງດວງດາວ+ກໍມາ. ຂ້ອຍເລົ່າຄວາມຝັນໃຫ້ເຂົາເຈົ້າຟັງ ແຕ່ເຂົາເຈົ້າແປຄວາມໝາຍບໍ່ໄດ້.+
8 ໃນທີ່ສຸດ ດານີເອນກໍເຂົ້າມາ. ລາວມີອີກຊື່ໜຶ່ງວ່າເບນເຕຊັດຊາເຣ+ ເຊິ່ງຕັ້ງຕາມຊື່ພະເຈົ້າຂອງຂ້ອຍ.+ ລາວມີພະລັງອຳນາດຂອງພວກພະເຈົ້າທີ່ສັກສິດ.+ ຂ້ອຍເລົ່າຄວາມຝັນໃຫ້ລາວຟັງວ່າ:
9 ‘ເບນເຕຊັດຊາເຣຫົວໜ້າຂອງພວກໝໍຄາຖາອາຄົມ+ ຂ້ອຍຮູ້ດີວ່າເຈົ້າມີພະລັງອຳນາດຂອງພວກພະເຈົ້າຕ່າງໆ+ ແລະບໍ່ມີຄວາມລັບອັນໃດທີ່ຍາກໂພດສຳລັບເຈົ້າ.+ ໃຫ້ເຈົ້າບອກຄວາມໝາຍຂອງສິ່ງທີ່ຂ້ອຍເຫັນໃນຄວາມຝັນໃຫ້ຂ້ອຍຮູ້ແດ່.
10 ຕອນທີ່ນອນຫຼັບຢູ່ ຂ້ອຍຝັນເຫັນຕົ້ນໄມ້ຕົ້ນໜຶ່ງ+ຢູ່ກາງໂລກ. ມັນສູງຫຼາຍ.+
11 ຕົ້ນໄມ້ນີ້ໃຫຍ່ຂຶ້ນແລະແຂງແຮງ. ປາຍມັນສູງຈົນຮອດຟ້າ ແລະຄົນຢູ່ທຸກຈອກທຸກແຈໃນໂລກກໍແນມເຫັນມັນ.
12 ໃບຂອງມັນງາມແລະໝາກກໍດົກ. ໝາກຂອງມັນເປັນອາຫານຂອງຄົນແລະສັດ. ສັດຕ່າງໆໄປອາໄສຢູ່ກ້ອງຮົ່ມຕົ້ນໄມ້ນັ້ນ ແລະນົກກໍໄປຈັບຢູ່ງ່າຂອງມັນ. ສິ່ງທີ່ມີຊີວິດທັງໝົດໄດ້ກິນໝາກຂອງຕົ້ນໄມ້ນັ້ນ.
13 ຕອນທີ່ຂ້ອຍຍັງຝັນຢູ່ ຂ້ອຍເຫັນຜູ້ສົ່ງຂ່າວ*ທີ່ບໍລິສຸດຜູ້ໜຶ່ງລົງມາຈາກສະຫວັນ.+
14 ລາວຮ້ອງດັງໆວ່າ “ຕັດຕົ້ນໄມ້ນີ້ໃຫ້ລົ້ມລົງ+ ຕັດງ່າ ຕັດໃບ ແລະສັ່ນໃຫ້ໝາກມັນຕົກຊະໄປ. ສັດທີ່ຢູ່ກ້ອງຮົ່ມຂອງມັນກັບນົກທີ່ຈັບຢູ່ງ່າກໍຈະໜີໄປ.
15 ແຕ່ໃຫ້ຈົ່ງຕໍກັບຮາກຄາດິນໄວ້. ໃຫ້ເອົາປອກເຫຼັກກັບປອກທອງແດງມາຮັດໄວ້ ແລ້ວປະມັນໄວ້ຢູ່ທົ່ງຫຍ້າ. ໃຫ້ຕໍນັ້ນປຽກນ້ຳຄ້າງ. ໃຫ້ມັນຢູ່ກັບສັດປ່າແລະຢູ່ກັບຫຍ້າ.+
16 ໃຫ້ໃຈຂອງມັນທີ່ເປັນໃຈຄົນປ່ຽນເປັນໃຈຂອງສັດປ່າ ແລະໃຫ້ເປັນແບບນີ້ 7 ປີ.*+
17 ນີ້ເປັນຄຳຕັດສິນແລະຄຳສັ່ງຂອງຜູ້ສົ່ງຂ່າວ+ທີ່ບໍລິສຸດ ເພື່ອໃຫ້ທຸກຄົນຮູ້ວ່າພະເຈົ້າສູງສຸດເປັນຜູ້ປົກຄອງອານາຈັກຂອງມະນຸດ.+ ຖ້າເພິ່ນຕ້ອງການ ເພິ່ນຈະເອົາອຳນາດໃນການປົກຄອງໃຫ້ໃຜກໍໄດ້ ເຖິງວ່າຜູ້ນັ້ນຈະເປັນຄົນທີ່ຕ່ຳຕ້ອຍທີ່ສຸດ.”
18 ຂ້ອຍກະສັດເນບູກາດເນັດຊາຝັນແບບນີ້. ຕອນນີ້ ຂໍໃຫ້ເຈົ້າເບນເຕຊັດຊາເຣແປຄວາມຝັນໃຫ້ຂ້ອຍແດ່ ຍ້ອນວ່າທີ່ປຶກສາທຸກຄົນໃນອານາຈັກຂອງຂ້ອຍແປບໍ່ໄດ້.+ ແຕ່ເຈົ້າເຮັດໄດ້ ເພາະເຈົ້າມີພະລັງອຳນາດຂອງພວກພະເຈົ້າຕ່າງໆ.’
19 ດານີເອນທີ່ມີອີກຊື່ໜຶ່ງວ່າເບນເຕຊັດຊາເຣ+ຮູ້ສຶກຢ້ານແລະຊຶງຢູ່.
ກະສັດຈຶ່ງເວົ້າວ່າ ‘ເບນເຕຊັດຊາເຣ ຢ່າໃຫ້ຄວາມຝັນແລະຄວາມໝາຍຂອງຄວາມຝັນເຮັດໃຫ້ເຈົ້າຢ້ານ.’
ເບນເຕຊັດຊາເຣຈຶ່ງເວົ້າວ່າ ‘ກະສັດເອີ້ຍ ຂໍໃຫ້ຄວາມຝັນນີ້ເປັນເລື່ອງກ່ຽວກັບຄົນທີ່ຊັງທ່ານ ແລະຂໍໃຫ້ຄວາມໝາຍຂອງຄວາມຝັນເກີດຂຶ້ນກັບສັດຕູຂອງທ່ານ.
20 ຕົ້ນໄມ້ທີ່ທ່ານເຫັນ ມັນໃຫຍ່ແລະແຂງແຮງ ມີປາຍສູງຈົນຮອດຟ້າ ແລະຄົນຢູ່ທຸກຈອກທຸກແຈໃນໂລກກໍແນມເຫັນ.+
21 ໃບມັນງາມແລະໝາກກໍດົກ. ໝາກຂອງມັນເປັນອາຫານຂອງຄົນແລະສັດ. ສັດຕ່າງໆໄປອາໄສຢູ່ກ້ອງຮົ່ມຕົ້ນໄມ້ນັ້ນ ແລະນົກກໍໄປຈັບຢູ່ງ່າຂອງມັນ.+
22 ກະສັດເອີ້ຍ ຕົ້ນໄມ້ນັ້ນໝາຍເຖິງທ່ານ. ທ່ານຍິ່ງໃຫຍ່ແລະເຂັ້ມແຂງ. ຄວາມຍິ່ງໃຫຍ່ຂອງທ່ານສູງຈົນຮອດຟ້າ+ ແລະທ່ານປົກຄອງທົ່ວໂລກ.+
23 ກະສັດເຫັນຜູ້ສົ່ງຂ່າວທີ່ບໍລິສຸດຜູ້ໜຶ່ງ+ລົງມາຈາກສະຫວັນ. ລາວເວົ້າວ່າ: “ຕັດຕົ້ນໄມ້ນີ້ໃຫ້ລົ້ມລົງແລະທຳລາຍມັນ ແຕ່ໃຫ້ຈົ່ງຕໍກັບຮາກຄາດິນໄວ້. ໃຫ້ເອົາປອກເຫຼັກກັບປອກທອງແດງມາຮັດໄວ້ ແລ້ວປະມັນໄວ້ຢູ່ທົ່ງຫຍ້າ. ໃຫ້ຕໍນັ້ນປຽກນ້ຳໝອກ. ໃຫ້ມັນຢູ່ກັບສັດຈົນຮອດ 7 ປີ.”+
24 ກະສັດ ຕໍ່ໄປນີ້ແມ່ນຄວາມໝາຍຂອງຄວາມຝັນ. ພະເຈົ້າສູງສຸດໄດ້ຕັດສິນແລ້ວວ່າສິ່ງນີ້ຈະຕ້ອງເກີດຂຶ້ນກັບທ່ານ.
25 ທ່ານຈະຖືກໄລ່ໜີບໍ່ໃຫ້ຢູ່ນຳຄົນ. ທ່ານຈະຢູ່ກັບສັດໃນທົ່ງຫຍ້າແລະກິນຫຍ້າຄືກັບງົວ. ຕົນໂຕທ່ານຈະປຽກແຕ່ນ້ຳຄ້າງ+ ແລະມັນຈະເປັນແບບນີ້ 7 ປີ+ ຈົນກວ່າທ່ານຈະສຳນຶກວ່າພະເຈົ້າສູງສຸດເປັນຜູ້ປົກຄອງອານາຈັກຂອງມະນຸດ ແລະເພິ່ນຈະເອົາອຳນາດການປົກຄອງໃຫ້ໃຜກໍໄດ້ຕາມທີ່ເພິ່ນຕ້ອງການ.+
26 ແຕ່ຜູ້ສົ່ງຂ່າວບອກໃຫ້ຈົ່ງຕໍກັບຮາກຂອງຕົ້ນໄມ້ໄວ້+ ນີ້ຈຶ່ງໝາຍຄວາມວ່າ ຫຼັງຈາກທີ່ກະສັດສຳນຶກວ່າພະເຈົ້າໃນສະຫວັນເປັນຜູ້ປົກຄອງທີ່ແທ້ຈິງ ທ່ານກໍຈະໄດ້ອານາຈັກຄືນມາ.
27 ດັ່ງນັ້ນ ຂໍໃຫ້ທ່ານຟັງສິ່ງທີ່ຂ້ອຍເວົ້າ. ຂໍໃຫ້ທ່ານເຊົາເຮັດຜິດ ແລ້ວປ່ຽນມາເຮັດສິ່ງທີ່ຖືກຕ້ອງ. ໃຫ້ເຊົາເຮັດຊົ່ວ ແລ້ວມາອີ່ຕົນຄົນທຸກ. ຖ້າເຮັດແບບນີ້ ຊີວິດຂອງທ່ານຊິຈະເລີນຮຸ່ງເຮືອງຕໍ່ໆໄປ.’”+
28 ເລື່ອງທັງໝົດນີ້ໄດ້ເກີດຂຶ້ນກັບກະສັດເນບູກາດເນັດຊາ.
29 ສິບສອງເດືອນຕໍ່ມາ ຕອນທີ່ກະສັດຍ່າງຢູ່ເທິງດາດຟ້າໃນວັງຂອງລາວຢູ່ບາບີໂລນ
30 ກະສັດເວົ້າວ່າ: “ຂ້ອຍນິແຫຼະເປັນຜູ້ສ້າງເມືອງບາບີໂລນທີ່ຍິ່ງໃຫຍ່ໃຫ້ເປັນວັງຂອງຂ້ອຍ. ຂ້ອຍສ້າງມັນດ້ວຍກຳລັງແລະອຳນາດຂອງຂ້ອຍເພື່ອຂ້ອຍຈະໄດ້ຮັບກຽດທີ່ຍິ່ງໃຫຍ່.”
31 ກະສັດເວົ້າຍັງບໍ່ທັນສຸດຄວາມກໍມີສຽງມາຈາກເທິງຟ້າວ່າ: “ກະສັດເນບູກາດເນັດຊາ ມີຄຳຕັດສິນຕໍ່ທ່ານວ່າ ‘ອານາຈັກຂອງທ່ານຈະຖືກຍຶດໄປຈາກທ່ານ+
32 ແລະທ່ານຈະຖືກໄລ່ໜີບໍ່ໃຫ້ຢູ່ນຳຄົນ. ທ່ານຈະຢູ່ກັບສັດໃນທົ່ງຫຍ້າແລະກິນຫຍ້າຄືກັບງົວ. ມັນຈະເປັນແບບນີ້ 7 ປີ ຈົນກວ່າທ່ານຈະສຳນຶກວ່າພະເຈົ້າສູງສຸດເປັນຜູ້ປົກຄອງອານາຈັກຂອງມະນຸດ ແລະເພິ່ນຈະເອົາອຳນາດການປົກຄອງໃຫ້ໃຜກໍໄດ້ຕາມທີ່ເພິ່ນຕ້ອງການ.’”+
33 ໃນຕອນນັ້ນ ທຸກຢ່າງກໍເກີດຂຶ້ນແທ້ກັບກະສັດເນບູກາດເນັດຊາ. ລາວຖືກໄລ່ໜີບໍ່ໃຫ້ຢູ່ນຳຄົນ. ລາວກິນຫຍ້າຄືກັບງົວແລະຕົນໂຕຂອງລາວກໍປຽກແຕ່ນ້ຳຄ້າງ. ຜົມຂອງລາວຍາວຄືກັບຂົນຂອງນົກອິນຊີ ແລະເລັບຂອງລາວກໍຍາວຄືກັບເລັບຂອງນົກ.+
34 “ເມື່ອຮອດ 7 ປີແລ້ວ+ ຂ້ອຍເນບູກາດເນັດຊາໄດ້ແນມຂຶ້ນໄປເທິງຟ້າ ແລະສະຕິຂອງຂ້ອຍໄດ້ກັບມາເປັນຄືກັບຄົນປົກກະຕິ. ຂ້ອຍຈຶ່ງສັນລະເສີນແລະໃຫ້ກຽດພະເຈົ້າສູງສຸດຜູ້ທີ່ມີຊີວິດຢູ່ຕະຫຼອດໄປ ຍ້ອນການປົກຄອງຂອງເພິ່ນຢູ່ຕະຫຼອດໄປທຸກຍຸກທຸກສະໄໝ.+
35 ຖ້າທຽບກັບພະເຈົ້າແລ້ວ ຄົນຢູ່ໃນໂລກກໍບໍ່ມີຄ່າຫຍັງ. ເພິ່ນເຮັດສິ່ງຕ່າງໆຕໍ່ກອງທັບໃນສະຫວັນແລະຕໍ່ມະນຸດທຸກຄົນໃນໂລກຕາມທີ່ເພິ່ນຕ້ອງການ. ບໍ່ມີໃຜຈະຂັດຂວາງ+ຫຼືເວົ້າໃຫ້ເພິ່ນໄດ້ວ່າ ‘ເປັນຫຍັງພະອົງຈຶ່ງເຮັດຈັ່ງຊີ້?’+
36 ເມື່ອສະຕິຂອງຂ້ອຍກັບຄືນມາຄືກັບຄົນປົກກະຕິແລ້ວ ຂ້ອຍກໍໄດ້ອານາຈັກກັບຄວາມງາມທຸກຢ່າງທີ່ຢູ່ຫັ້ນກັບຄືນມາ. ຂ້ອຍໄດ້ຮັບກຽດຕິຍົດແລະຄວາມນັບຖືອີກເທື່ອໜຶ່ງ.+ ພວກຂ້າລາຊະການແລະພວກຜູ້ປົກຄອງກໍມາຂໍຄຳແນະນຳຈາກຂ້ອຍຄືເກົ່າ. ຂ້ອຍໄດ້ເລີ່ມປົກຄອງໃໝ່ແລະໄດ້ຮັບກຽດຕິຍົດຫຼາຍກວ່າເກົ່າອີກ.
37 ຕອນນີ້ ຂ້ອຍເນບູກາດເນັດຊາ ຂໍຍົກຍ້ອງສັນລະເສີນແລະໃຫ້ກຽດກະສັດທີ່ຢູ່ໃນສະຫວັນ+ ຍ້ອນທຸກສິ່ງທີ່ເພິ່ນເຮັດຖືກຕ້ອງແລະຍຸຕິທຳ+ ແລະຍ້ອນເພິ່ນເຮັດໃຫ້ຄົນຍິ່ງຕ້ອງອັບອາຍຂາຍໜ້າ.”+