ຈົດເຊັນບັນຊີ 32:1-42

  • ການ​ຕັ້ງ​ບ້ານ​ເຮືອນ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ (1-42)

32  ຕະກູນ​ຣູເບັນ+​ກັບ​ຕະກູນ​ຄາດ+​ມີ​ຝູງ​ສັດ​ຫຼາຍ. ເຂົາ​ເຈົ້າ​ເຫັນ​ວ່າ​ດິນ​ຢູ່​ຢາເຊ+​ກັບ​ກິລຽດ​ເໝາະ​ສຳລັບ​ການ​ລ້ຽງ​ສັດ​ຂອງ​ເຂົາ​ເຈົ້າ.  ບາງ​ຄົນ​ໃນ​ຕະກູນ​ຄາດ​ກັບ​ຕະກູນ​ຣູເບັນ​ເລີຍ​ໄປ​ຫາ​ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ. ເຂົາ​ເຈົ້າ​ເວົ້າ​ວ່າ:  “ເມືອງ​ອາຕາໂຣດ ດີໂບນ ຢາເຊ ນິມຣາ ເຮັດຊະໂບນ+ ເອເລອາເລ ເສບາ​ມ ເນໂບ+ ແລະ​ເບໂອນ+  ເຊິ່ງ​ເປັນ​ເມືອງ​ທີ່​ພະ​ເຢໂຫວາ​ຍຶດ​ໃຫ້​ພວກ​ອິດສະຣາເອນ+​ມີ​ບ່ອນ​ທີ່​ດີ​ທີ່​ເໝາະ​ສຳລັບ​ລ້ຽງ​ຝູງ​ສັດ​ຂອງ​ພວກ​ເຮົາ ແລະ​ພວກ​ເຮົາ​ກໍ​ມີ​ຝູງ​ສັດ​ຫຼາຍ.”+  ເຂົາ​ເຈົ້າ​ເວົ້າ​ຕື່ມ​ອີກ​ວ່າ: “ຖ້າ​ພວກ​ທ່ານ​ເຫັນ​ດີ​ນຳ ພວກ​ເຮົາ​ຂໍ​ດິນ​ຢູ່​ບ່ອນ​ນີ້. ພວກ​ເຮົາ​ບໍ່​ຢາກ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຢູ່​ຟາກ​ພຸ້ນ.”  ໂມເຊ​ເລີຍ​ເວົ້າ​ກັບ​ຄົນ​ໃນ​ຕະກູນ​ຄາດ​ແລະ​ຄົນ​ໃນ​ຕະກູນ​ຣູເບັນ​ວ່າ: “ພວກ​ເຈົ້າ​ຊິ​ຢູ່​ນີ້ ແລ້ວ​ປ່ອຍ​ໃຫ້​ພີ່ນ້ອງ​ຂອງ​ພວກ​ເຈົ້າ​ໄປ​ຕໍ່ສູ້​ຊັ້ນ​ບໍ?  ພວກ​ເຈົ້າ​ຊິ​ເຮັດ​ໃຫ້​ພີ່ນ້ອງ​ຂອງ​ພວກ​ເຈົ້າ​ໝົດ​ກຳລັງໃຈ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າບໍ່​ຢາກ​ໄປ​ແຜ່ນດິນ​ທີ່ພະ​ເຢໂຫວາ​ຊິ​ເອົາ​ໃຫ້.  ຕອນ​ທີ່​ຂ້ອຍ​ສົ່ງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ຈາກ​ກາເດັດ​ບາ​ເນອາ​ເພື່ອ​ໄປ​ສອດແນມ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ ເຂົາ​ເຈົ້າ​ໄດ້​ເຮັດ​ຄື​ກັບ​ທີ່​ພວກ​ເຈົ້າ​ກຳລັງ​ເຮັດ​ຢູ່​ຕອນ​ນີ້​ແຫຼະ.+  ຫຼັງ​ຈາກ​ທີ່​ໄປ​ຮອດ​ຮ່ອມພູ​ເອັດຊະໂຄນ+​ແລະ​ເຫັນ​ແຜ່ນດິນ​ນັ້ນ​ແລ້ວ ເຂົາ​ເຈົ້າ​ພັດ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ໝົດ​ກຳລັງໃຈ​ແລະ​ບໍ່​ຢາກ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ຊິ​ເອົາ​ໃຫ້.+ 10  ມື້​ນັ້ນ ພະ​ເຢໂຫວາ​ໃຈ​ຮ້າຍແຮງ​ແລະ​ສາບານ​ວ່າ+ 11  ‘ທຸກ​ຄົນທີ່​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ​ຊິ​ບໍ່​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ+​ວ່າ​ຊິ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ+ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້ເຊື່ອ​ຟັງເຮົາ​ສຸດ​ຫົວໃຈ. 12  ມີ​ແຕ່​ກາເລັບ+ລູກ​ຊາຍ​ຂອງ​ເຢຟຸນເນ​ຄົນ​ເກນິດຊີ​ກັບ​ໂຢຊວຍ+ລູກ​ຊາຍ​ຂອງ​ນູນ​ທີ່​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ ຍ້ອນ​ເຂົາ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ​ສຸດ​ຫົວໃຈ.’+ 13  ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ ເລີຍ​ໃຫ້​ເຂົາ​ເຈົ້າ​ຢູ່​ບ່ອນ​ກັນ​ດານ 40 ປີ+ ຈົນ​ກວ່າ​ຄົນ​ລຸ້ນ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ເຮັດ​ຊົ່ວ​ໄດ້​ຕາຍ​ໝົດ.+ 14  ຕອນ​ນີ້ ພວກ​ເຈົ້າ​ກຳລັງ​ເຮັດ​ຜິດ​ຄື​ກັບ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ ແລະ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ. 15  ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເພິ່ນ​ຊິ​ຖິ້ມ​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນ​ດານ​ນີ້ ແລ້ວ​ທຸກ​ຄົນ​ກະ​ຊິ​ຕາຍ​ໝົດ.” 16  ຈາກ​ນັ້ນ ຄົນ​ໃນ​ຕະກູນ​ຄາດ​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ຂໍ​ໃຫ້​ພວກ​ເຮົາສ້າງ​ຄອກ*ສັດ​ແລະ​ສ້າງ​ເມືອງໃຫ້​ລູກ​ຂອງ​ພວກ​ເຮົາ​ຢູ່​ນີ້​ໄດ້​ບໍ? 17  ພວກ​ເຮົາ​ຊິ​ກຽມ​ໂຕ​ໃຫ້​ພ້ອມ​ອອກ​ໄປ​ສູ້ຮົບ+​ແລະ​ນຳ​ໜ້າ​ພວກ​ອິດສະຣາເອນ​ໄປ​ຈົນ​ກວ່າ​ເຂົາ​ເຈົ້າ​ຊິ​ໄປ​ຮອດ​ແຜ່ນດິນ​ຂອງ​ໂຕເອງ. ລູກ​ຂອງ​ພວກ​ເຮົາ​ຊິ​ຖ້າ​ຢູ່​ໃນ​ເມືອງ​ນີ້​ແລະ​ຊິ​ປອດໄພ​ຈາກ​ຄົນ​ຊາດ​ອື່ນ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້. 18  ພວກ​ເຮົາ​ຊິ​ບໍ່​ກັບ​ມາ​ຈົນ​ກວ່າ​ພວກ​ອິດສະຣາເອນ​ທຸກ​ຄົນ​ຊິ​ໄດ້​ດິນ​ເປັນ​ມໍລະດົກ​ຂອງ​ໂຕເອງ.+ 19  ພວກ​ເຮົາ​ຊິ​ບໍ່​ເອົາ​ດິນ​ທີ່​ຢູ່​ຟາກ​ນັ້ນ​ຂອງ​ແມ່​ນ້ຳ​ຈໍແດນ ເພາະ​ພວກ​ເຮົາ​ໄດ້​ດິນ​ຢູ່​ທາງ​ຟາກ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ນີ້​ແທນ​ແລ້ວ.”+ 20  ໂມເຊ​ບອກ​ເຂົາ​ເຈົ້າ​ວ່າ: “ຖ້າພວກ​ເຈົ້າ​ກຽມ​ໂຕເພື່ອ​ໄປ​ຕໍ່​ສູ້​ຕໍ່​ໜ້າ​ພະ​ເຢໂຫວາ+ 21  ແລະ​ຖ້າ​ພວກ​ເຈົ້າ​ທຸກ​ຄົນ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຕໍ່ສູ້ເພື່ອ​ພະ​ເຢໂຫວາຕອນ​ທີ່​ເພິ່ນ​ຈັດ​ການ​ກັບ​ພວກ​ສັດຕູ+ 22  ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ຍຶດ​ແຜ່ນດິນ​ໃຫ້​ພວກ​ອິດສະຣາເອນ​ແລ້ວ+ ພວກ​ເຈົ້າ​ກໍ​ກັບ​ມາ​ຢູ່​ບ່ອນ​ນີ້​ໄດ້+ ແລະ​ຈະ​ຖື​ວ່າ​ພວກ​ເຈົ້າບໍ່​ໄດ້​ເຮັດ​ຜິດ​ຕໍ່ພະ​ເຢໂຫວາ​ແລະ​ຕໍ່​ພວກ​ອິດສະຣາເອນ. ພະ​ເຢໂຫວາ​ຈະ​ເອົາ​ດິນ​ຢູ່​ບ່ອນ​ນີ້​ໃຫ້​ເປັນ​ຂອງ​ພວກ​ເຈົ້າ.+ 23  ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ທີ່​ເວົ້າ​ມາ​ນີ້ ກໍ​ຈະ​ຖື​ວ່າ​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ ແລະ​ພວກ​ເຈົ້າ​ຕ້ອງ​ຮັບຜິດຊອບ​ຕໍ່​ຄວາມ​ຜິດ​ຂອງ​ໂຕເອງ. 24  ຄັນ​ພວກ​ເຈົ້າ​ຢາກ​ສ້າງ​ເມືອງ​ໃຫ້​ລູກ​ແລະ​ສ້າງ​ຄອກ​ສັດ​ຂອງ​ພວກ​ເຈົ້າ+​ຢູ່​ບ່ອນ​ນີ້​ກໍ​ເຮັດ​ໂລດ ແຕ່​ຢ່າ​ລືມ​ເຮັດ​ຕາມ​ທີ່​ພວກ​ເຈົ້າ​ໄດ້​ສັນຍາ​ໄວ້.” 25  ຄົນ​ໃນ​ຕະກູນ​ຄາດ​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ: “ນາຍ​ເອີ້ຍ ພວກ​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ແລະ​ພວກ​ເຮົາ​ຊິ​ເຮັດ​ຕາມ​ທີ່​ທ່ານ​ບອກ. 26  ພວກ​ເຮົາ​ຊິ​ປະ​ລູກ​ກັບ​ເມຍ​ແລະ​ຝູງ​ສັດ​ຂອງ​ພວກ​ເຮົາ​ໄວ້​ໃນ​ເມືອງ​ຕ່າງ​ໆ​ທີ່​ຢູ່​ກິລຽດ​ນີ້.+ 27  ແລ້ວ​ພວກ​ເຮົາ​ຊິ​ກຽມ​ອາວຸດ​ແລະຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ສູ້ຮົບ​ເພື່ອ​ພະ​ເຢໂຫວາ+​ຕາມ​ທີ່​ທ່ານ​ບອກ.” 28  ຈາກ​ນັ້ນ ໂມເຊ​ກໍ​ຝາກ​ເລື່ອງ​ນີ້​ໄວ້​ກັບ​ປະໂລຫິດ​ເອເລອາຊາ ໂຢຊວຍ​ລູກ​ຊາຍ​ຂອງ​ນູນ ແລະ​ພວກ​ຫົວ​ໜ້າ​ຕະກູນ​ຕ່າງ​ໆ​ຂອງ​ພວກ​ອິດສະຣາເອນ 29  ໂດຍ​ເວົ້າ​ວ່າ: “ຖ້າ​ຄົນ​ໃນ​ຕະກູນ​ຄາດ​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ແລະ​ຕໍ່ສູ້​ເພື່ອ​ພະ​ເຢໂຫວາ​ນຳ​ພວກ​ເຈົ້າ ພວກ​ເຈົ້າ​ຕ້ອງ​ເອົາ​ດິນ​ທີ່​ຢູ່​ກິລຽດ​ໃຫ້​ເປັນ​ມໍລະດົກ​ຂອງ​ເຂົາ​ເຈົ້າ.+ 30  ແຕ່​ຖ້າ​ເຂົາ​ເຈົ້າ​ບໍ່​ກຽມ​ອາວຸດ​ແລະ​ບໍ່​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ນຳ​ພວກ​ເຈົ້າ ເຂົາ​ເຈົ້າ​ຕ້ອງ​ໄປ​ຢູ່​ແຜ່ນດິນ​ການາອານ​ນຳ​ພວກ​ເຈົ້າ.” 31  ຄົນ​ໃນ​ຕະກູນ​ຄາດ​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ບອກ​ອີກ​ວ່າ: “ພວກ​ເຮົາ​ຊິ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສັ່ງ. 32  ພວກ​ເຮົາ​ຊິ​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ+​ແລະ​ຕໍ່ສູ້​ເພື່ອ​ພະ​ເຢໂຫວາ ແຕ່​ດິນ​ມູນ​ຂອງ​ພວກ​ເຮົາ​ຊິ​ຢູ່​ທາງ​ຟາກ​ນີ້​ຂອງ​ແມ່​ນ້ຳ.” 33  ໂມເຊ​ເອົາ​ເມືອງ​ກັບ​ແຜ່ນດິນ​ຕ່າງ​ໆ​ຂອງ​ສີໂຮນ+​ກະສັດ​ຂອງ​ຄົນ​ອາໂມ​ແລະ​ຂອງ​ໂອກ+ກະສັດ​ຂອງ​ຄົນ​ບາຊານ​ໃຫ້​ຕະກູນ​ຄາດ​ກັບ​ຕະກູນ​ຣູເບັນ+ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ+​ເຊິ່ງ​ເປັນ​ຕະກູນ​ທີ່​ມາ​ຈາກ​ລູກ​ຊາຍ​ຂອງ​ໂຢເຊັບ. 34  ຄົນ​ໃນ​ຕະກູນ​ຄາດ​ສ້າງ​ເມືອງ​ດີໂບນ+ ອາຕາໂຣດ+ ອາໂຣເອ+ 35  ອາດໂຣດໂຊຟັນ ຢາເຊ+ ໂຢກເບຮາ+ 36  ເບັດ​ນິມຣາ+ ແລະ​ເບັດ​ຮາຣານ+​ຂຶ້ນ​ໃໝ່. ເມືອງ​ເຫຼົ່ານີ້​ມີ​ກຳແພງ​ອ້ອມ​ຮອບ​ແລະ​ມີ​ປ້ອມ​ທີ່​ແຂງແຮງ. ເຂົາ​ເຈົ້າ​ຍັງ​ເອົາ​ກ້ອນ​ຫີນ​ມາ​ສ້າງ​ຄອກ​ໃຫ້​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ນຳ. 37  ສ່ວນ​ຄົນ​ໃນ​ຕະກູນ​ຣູເບັນ​ໄດ້​ສ້າງ​ເມືອງ​ເຮັດຊະໂບນ+ ເອເລອາເລ+ ກີຣິອາດທາຢິມ+ 38  ເນໂບ+ ບາອານເມໂອນ+ ແລະ​ສິບ​ມາ​ຂຶ້ນ​ໃໝ່. ເຂົາ​ເຈົ້າ​ໄດ້​ປ່ຽນ​ຊື່​ໃຫ້​ເມືອງ​ເຫຼົ່ານີ້​ນຳ. 39  ລູກ​ຫຼານ​ມາກີ+ລູກ​ຊາຍ​ຂອງ​ມານາເຊ​ໄດ້​ໄປ​ໂຈມຕີ​ແຜ່ນດິນ​ກິລຽດ ແລະ​ໄດ້​ໄລ່​ຄົນ​ອາໂມ​ອອກ​ຈາກ​ແຜ່ນດິນ​ນັ້ນ. 40  ໂມເຊ​ເລີຍ​ເອົາ​ສ່ວນ​ໜຶ່ງ​ຂອງ​ແຜ່ນດິນ​ກິລຽດໃຫ້​ລູກ​ຫຼານ​ມາກີ​ລູກ​ຊາຍ​ຂອງ​ມານາເຊ ແລ້ວ​ເຂົາ​ເຈົ້າ​ກໍ​ອາໄສ​ຢູ່​ຫັ້ນ.+ 41  ຢາອີ​ທີ່​ເປັນລູກ​ຫຼານ​ຂອງ​ມານາເຊ​ກໍ​ໄດ້​ໄປ​ໂຈມຕີ​ແລະ​ຍຶດ​ເອົາ​ບ້ານ​ນ້ອຍ​ໆ​ທີ່​ຢູ່​ໃນ​ແຜ່ນດິນ​ກິລຽດ ແລ້ວ​ເອີ້ນ​ຊື່​ບ້ານ​ເຫຼົ່າ​ນັ້ນ​ວ່າ​ຮາໂວດຢາອີ.+ 42  ໂນ​ບາ​ໄດ້​ໄປ​ໂຈມຕີ​ແລະ​ຍຶດ​ເມືອງ​ເກນາດ​ກັບ​ບ້ານ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ລາວ​ເອີ້ນ​ເມືອງ​ນັ້ນ​ວ່າ​ໂນ​ບາ​ຕາມ​ຊື່​ຂອງ​ລາວ.

ຂໍຄວາມໄຂເງື່ອນ

ໝາຍເຖິງ​ຄອກ​ທີ່​ມີ​ກຳແພງ​ເປັນ​ຫີນ