ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດຄລິດສະຕຽນ

ຫຼີກລ່ຽງບ້ວງແຮ້ວເຫຼົ່ານີ້ເມື່ອນຳການສຶກສາຄຳພີໄບເບິນ

ຫຼີກລ່ຽງບ້ວງແຮ້ວເຫຼົ່ານີ້ເມື່ອນຳການສຶກສາຄຳພີໄບເບິນ

ເວົ້າຫຼາຍໂພດ: ຢ່າຮູ້ສຶກວ່າເຈົ້າຕ້ອງອະທິບາຍທຸກສິ່ງ. ພະເຍຊູໃຊ້ຄຳຖາມເພື່ອຊ່ວຍຜູ້ຄົນໃຫ້ຄິດແລະໄດ້ຂໍ້ສະຫຼຸບທີ່ຖືກຕ້ອງ. (ມັດ. 17:24-27) ຄຳຖາມເຮັດໃຫ້ການສຶກສາມີຊີວິດຊີວາແລະຊ່ວຍໃຫ້ເຈົ້າຮູ້ວ່ານັກສຶກສາເຂົ້າໃຈແລະເຊື່ອແນວໃດ. (ຮຮ ໜ້າ 253 ຫຍໍ້ໜ້າ 3-4) ເມື່ອຖາມຄຳຖາມ ໃຫ້ອົດທົນແລະລໍຖ້າຟັງຄຳຕອບ. ຖ້ານັກສຶກສາຕອບຜິດ ແທນທີ່ຈະບອກຄຳຕອບທີ່ຖືກຕ້ອງໃຫ້ລາວ ແຕ່ໃຫ້ຊ່ວຍລາວເພື່ອຈະໄດ້ຂໍ້ສະຫຼຸບທີ່ຖືກຕ້ອງໂດຍການໃຊ້ຄຳຖາມເສີມ. (ຮຮ ໜ້າ 238 ຫຍໍ້ໜ້າ 1-2) ເວົ້າດ້ວຍຄວາມໄວປານກາງເພື່ອໃຫ້ນັກສຶກສາເຂົ້າໃຈແນວຄິດໃໝ່ໆ.—ຮຮ ໜ້າ 230 ຫຍໍ້ໜ້າ 4

ເຮັດໃຫ້ມັນຍາກ: ໃຫ້ຫຼີກລ່ຽງການເວົ້າທຸກສິ່ງທີ່ເຈົ້າຮູ້ກ່ຽວກັບຫົວເລື່ອງນັ້ນ. (ໂຢ. 16:12) ໃຫ້ເລັງໃສ່ຈຸດສຳຄັນຂອງຂໍ້ນັ້ນ. (ຮຮ ໜ້າ 226 ຫຍໍ້ໜ້າ 4-5) ແມ່ນແຕ່ກັບຄົນທີ່ສົນໃຈ ຂໍ້ປີກຍ່ອຍຕ່າງໆກໍສາມາດປົກບັງຈຸດທີ່ສຳຄັນໄດ້. (ຮຮ ໜ້າ 235 ຫຍໍ້ໜ້າ 3) ເມື່ອນັກສຶກສາເຂົ້າໃຈຈຸດທີ່ສຳຄັນແລ້ວ ໃຫ້ສຶກສາຂໍ້ຕໍ່ໄປ.

ສຶກສາເພື່ອໃຫ້ຈົບບົດຄວາມ: ຈຸດປະສົງຂອງເຮົາແມ່ນໃຫ້ບົດຮຽນນັ້ນເຂົ້າເຖິງໃຈຂອງນັກສຶກສາ ບໍ່ແມ່ນເພື່ອຮຽນຜ່ານເນື້ອໃນຂອງບົດເທົ່ານັ້ນ. (ລືກາ 24:32) ໃຊ້ລິດເດດໃນພະຄຳຂອງພະເຈົ້າໃຫ້ເປັນປະໂຫຍດໂດຍເລັງໃສ່ຂໍ້ພະຄຳພີສຳຄັນທີ່ຢູ່ໃນບົດນັ້ນ. (2 ໂກ. 10:4; ເຫບ. 4:12; ຮຮ ໜ້າ 144 ຫຍໍ້ໜ້າ 1-3) ໃຊ້ຕົວຢ່າງປຽບທຽບທີ່ງ່າຍໆ. (ຮຮ ໜ້າ 245 ຫຍໍ້ໜ້າ 2-4) ຄິດເຖິງຂໍ້ທ້າທາຍສ່ວນຕົວແລະຄວາມເຊື່ອຂອງນັກສຶກສາ ແລະປັບບົດຮຽນໃຫ້ເຂົ້າກັບລາວ. ເຈົ້າອາດຖາມຄຳຖາມໃນທຳນອງນີ້: “ເຈົ້າຮູ້ສຶກແນວໃດໃນສິ່ງທີ່ຮຽນໃນຂໍ້ນີ້?” “ເລື່ອງນີ້ສອນຫຍັງເຮົາກ່ຽວກັບພະເຢໂຫວາ?” “ເຈົ້າເຫັນວ່າຈະໄດ້ຮັບປະໂຫຍດແນວໃດຈາກການນຳໃຊ້ຄຳແນະນຳນັ້ນ?”—ຮຮ ໜ້າ 238 ຫຍໍ້ໜ້າ 3-5; ໜ້າ 259 ຫຍໍ້ໜ້າ 1