ຂ້າມໄປທີ່ເນື້ອໃນ

ຂ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ໃຊ້​ເວລາ​ກັບ​ໄວລຸ້ນ​ໃນ​ປະຊາຄົມ

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

ຂ້ອຍ​ຮັກ​ເບດສ໌ບອນ​ຫຼາຍ​ກວ່າ​ທຸກ​ສິ່ງ!

ຂ້ອຍ​ຮັກ​ເບດສ໌ບອນ​ຫຼາຍ​ກວ່າ​ທຸກ​ສິ່ງ!
  • ປີ​ເກີດ 1928

  • ເກີດ​ທີ່​ປະເທດ ກົດສະຕາຣິກາ

  • ອະດີດ ນັກ​ກິລາ​ອາຊີບ​ແລະ​ນັກ​ພະນັນ

ຊີວິດ​ທີ່​ຜ່ານ​ມາ

ຂ້ອຍ​ໃຫຍ່​ມາ​ແຖວ​ໆ​ເປີໂຕລິມອນ​ເຊິ່ງ​ເປັນ​ເມືອງ​ທ່າ​ເຮືອ​ເຂດ​ຊາຍ​ຝັ່ງ​ຕາເວັນ​ອອກ​ຂອງ​ກົດສະຕາຣິກາ. ພໍ່​ແມ່​ຂ້ອຍ​ມີ​ລູກ​ແປດ​ຄົນ ຂ້ອຍ​ເປັນ​ຄົນ​ທີ່​ເຈັດ. ພໍ່​ເສຍ​ຊີວິດ​ຕອນ​ຂ້ອຍ​ອາຍຸ​ແປດ​ປີ ແມ່​ເລີຍ​ຕ້ອງ​ລ້ຽງ​ລູກ​ຄົນ​ດຽວ​ຕັ້ງແຕ່​ນັ້ນ​ມາ.

ກິລາ​ເບດສ໌ບອນ​ເປັນ​ສ່ວນ​ໜຶ່ງ​ໃນ​ຊີວິດ​ຂອງ​ຂ້ອຍ​ສະເໝີ. ຂ້ອຍ​ມັກ​ກິລາ​ນີ້​ມາ​ຕັ້ງແຕ່​ນ້ອຍ. ຊ່ວງ​ໄວລຸ້ນ​ຂ້ອຍ​ໄດ້​ເຂົ້າ​ທີມ​ສະໝັກ​ຫຼິ້ນ ຂ້ອຍ​ຫຼິ້ນ​ໃຫ້​ທີມ​ນີ້​ຈົນ​ຮອດ​ອາຍຸ 20 ປາຍ​ປີ​ກໍ​ມີ​ຄົນ​ມາ​ຊວນ​ຂ້ອຍ​ໃຫ້​ເຂົ້າ​ທີມ​ທີ່​ຫຼິ້ນ​ເປັນ​ອາຊີບ​ໃນ​ນີກາຣາກົວ. ແຕ່​ແມ່​ຂ້ອຍ​ສຸຂະພາບ​ບໍ່​ດີ ຂ້ອຍ​ຕ້ອງ​ໄດ້​ເບິ່ງແຍງ​ແມ່​ກໍ​ເລີຍ​ບໍ່​ຢາກ​ຍ້າຍ​ໄປ​ຢູ່​ນີກາຣາກົວ. ຂ້ອຍ​ຈຶ່ງ​ປະຕິເສດ​ຂໍ້​ສະເໜີ. ຕໍ່​ມາ ມີ​ອີກ​ຄົນ​ໜຶ່ງ​ຊວນ​ຂ້ອຍ​ໃຫ້​ໄປ​ຫຼິ້ນ​ເບດສ໌ບອນ​ໃຫ້​ທີມ​ຊາດ​ກົດສະຕາຣິກາ ເຊິ່ງ​ເປັນ​ທີມ​ທີ່​ຜູ້​ຫຼິ້ນ​ຖືກ​ເລືອກ​ມາ​ຈາກ​ທີມ​ສະໝັກ​ຫຼິ້ນ. ເທື່ອ​ນີ້​ຂ້ອຍ​ໄດ້​ໄປ​ຮ່ວມ​ນຳ. ຂ້ອຍ​ຕິດ​ທີມ​ຊາດ​ຕັ້ງແຕ່​ປີ 1949 ເຖິງ 1952 ແລະ​ໄດ້​ແຂ່ງ​ແບບ​ເປັນ​ຊຸດ​ໃນ​ກູບາ ເມັກຊິກ​ໂກ ແລະ​ນີກາຣາກົວ. ຂ້ອຍ​ຫຼິ້ນ​ຕຳແໜ່ງ​ເບດສ໌ແມນ ແລະ​ບໍ່​ເຄີຍ​ຫຼິ້ນ​ພາດ​ເລີຍ​ຕັ້ງ​ວ່າ 17 ເກມ​ລວດ. ຂ້ອຍ​ມັກ​ຟັງ​ສຽງ​ຂອງ​ກອງ​ເຊຍ​ທີ່​ເອີ້ນ​ຊື່​ຂ້ອຍ!

ແຕ່​ໜ້າ​ເສົ້າ ຂ້ອຍ​ໃຊ້​ຊີວິດ​ແບບ​ຜິດ​ສິນລະທຳ. ເຖິງ​ຂ້ອຍ​ຈະ​ມີ​ແຟນ​ພຽງ​ຄົນ​ດຽວ ແຕ່​ຂ້ອຍ​ກໍ​ລັກ​ມີ​ຜູ້​ຍິງ​ຄົນ​ອື່ນ​ຢູ່​ຕະຫຼອດ. ຂ້ອຍ​ຍັງ​ກິນ​ເຫຼົ້າ​ຫຼາຍ​ນຳ. ມື້​ໜຶ່ງ​ຂ້ອຍ​ເມົາ​ຫຼາຍ ເມື່ອ​ຕື່ນ​ມາ​ກໍ​ນອນ​ຢູ່​ເທິງ​ຕຽງ​ແລ້ວ ບໍ່​ຮູ້​ວ່າ​ກັບ​ບ້ານ​ມາ​ໄດ້​ແນວ​ໃດ! ຂ້ອຍ​ຍັງ​ຫຼິ້ນ​ການ​ພະນັນ​ໂດມີໂນ​ແລະ​ມັກ​ຊື້​ເລກ​ນຳ.

ຊ່ວງ​ທີ່​ຂ້ອຍ​ໃຊ້​ຊີວິດ​ແບບ​ນັ້ນ ແມ່​ຂອງ​ຂ້ອຍ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ແມ່​ພະຍາຍາມ​ເຮັດ​ໃຫ້​ຂ້ອຍ​ສົນໃຈ​ສິ່ງ​ທີ່​ແມ່​ເຊື່ອ ແຕ່​ຕອນ​ທຳອິດ​ບໍ່​ສຳເລັດ​ຍ້ອນ​ຂ້ອຍ​ທຸ່ມເທ​ໃຫ້​ແຕ່​ກິລາ. ເວລາ​ທີ່​ຂ້ອຍ​ຊ້ອມ ຂ້ອຍ​ຈະ​ບໍ່​ຮູ້ສຶກ​ຫິວ​ເລີຍ! ໃຈ​ຂ້ອຍ​ຈົດຈໍ່​ຢູ່​ກັບ​ກັນ​ແຂ່ງ​ຂັນ​ຢ່າງ​ດຽວ​ເທົ່າ​ນັ້ນ. ຂ້ອຍ​ຮັກ​ເບດສ໌ບອນ​ຫຼາຍ​ກວ່າ​ທຸກ​ສິ່ງ!

ແຕ່​ຕອນ​ທີ່​ອາຍຸ 29 ປີ ຂ້ອຍ​ບາດເຈັບ​ຢ່າງ​ໜັກ​ໃນ​ການ​ແຂ່ງ​ເທື່ອ​ໜຶ່ງ ເພາະ​ພະຍາຍາມ​ທີ່​ຈະ​ຮັບ​ບານ​ໃຫ້​ໄດ້. ຫຼັງ​ຈາກ​ຟື້ນ​ໂຕ​ຈາກ​ອາການ​ບາດເຈັບ ຂ້ອຍ​ຕັດສິນໃຈ​ເຊົາ​ຫຼິ້ນ​ເບດສ໌ບອນ​ເປັນ​ອາຊີບ ແຕ່​ຂ້ອຍ​ຍັງ​ມີ​ສ່ວນ​ຮ່ວມ​ກັບ​ທີມ​ເບດສ໌ບອນ​ໂດຍ​ຝຶກ​ສອນ​ທີມ​ສະໝັກ​ຫຼິ້ນ​ທີ່​ຢູ່​ໃກ້​ບ້ານ.

ຄຳພີ​ໄບເບິນ​ປ່ຽນແປງ​ຊີວິດ​ຂ້ອຍ​ແນວ​ໃດ

ໃນ​ປີ 1957 ຂ້ອຍ​ໄປ​ຮ່ວມ​ການ​ປະຊຸມ​ໃຫຍ່​ຕາມ​ຄຳ​ເຊີນ​ຂອງ​ພະຍານ​ພະ​ເຢໂຫວາ​ເຊິ່ງ​ຈັດ​ຂຶ້ນ​ໃນ​ສະໜາມ​ກິລາ​ທີ່​ຂ້ອຍ​ເຄີຍ​ແຂ່ງ​ເບດສ໌ບອນ. ຕອນ​ທີ່​ນັ່ງ​ຢູ່​ຫັ້ນ ຂ້ອຍ​ສັງເກດ​ເຫັນ​ຢ່າງ​ຊັດເຈນ​ວ່າ​ພະຍານ​ພະ​ເຢໂຫວາ​ແຕກຕ່າງ​ຈາກ​ກອງ​ເຊຍ​ທີ່​ຂ້ອຍ​ຄຸ້ນ​ເຄີຍ ຍ້ອນ​ເຂົາເຈົ້າ​ສຸພາບ​ຮຽບຮ້ອຍ ແຕ່​ຄົນ​ທີ່​ມາ​ເບິ່ງ​ເບດສ໌ບອນ​ມັກ​ໂມໂຫ​ແລະ​ໂວຍວາຍ. ສິ່ງ​ທີ່​ຂ້ອຍ​ເຫັນ​ໃນ​ການ​ປະຊຸມ​ເທື່ອ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ແລະ​ໄປ​ປະຊຸມ​ຢູ່​ປະຊາຄົມ​ຂອງ​ເຂົາເຈົ້າ.

ຂ້ອຍ​ປະທັບໃຈ​ຄຳສອນ​ຫຼາຍ​ຢ່າງ​ໃນ​ຄຳພີ​ໄບເບິນ. ເຊັ່ນ ພະ​ເຢຊູ​ບອກ​ລ່ວງ​ໜ້າ​ເລື່ອງ​ສະໄໝ​ສຸດທ້າຍ ແລະ​ລູກສິດ​ຂອງ​ເພິ່ນ​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ. (ມັດທາຍ 24:14) ຂ້ອຍ​ໄດ້​ມາ​ຮູ້​ນຳ​ວ່າ​ຄລິດສະຕຽນ​ແທ້​ຈະ​ບໍ່​ຮັບໃຊ້​ພະເຈົ້າ​ເພື່ອ​ຈະ​ໄດ້​ຄ່າ​ຕອບ​ແທນ. ພະ​ເຢຊູ​ບອກ​ວ່າ: “ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ມາ​ລ້າ​ໆ ກໍ​ໃຫ້​ຄົນ​ອື່ນ​ໄປ​ລ້າ​ໆ.”—ມັດທາຍ 10:8

ຕອນ​ທີ່​ສຶກສາ​ຄຳພີ​ໄບເບິນ ຂ້ອຍ​ປຽບທຽບ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກັບ​ສິ່ງ​ທີ່​ຂ້ອຍ​ເຫັນ​ຈາກ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ມັກ​ທີ່​ເຂົາເຈົ້າ​ພະຍາຍາມ​ຢ່າງ​ບໍ່​ທໍ້ຖອຍ​ເພື່ອ​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ. ຂ້ອຍ​ເຫັນ​ວ່າ​ເຂົາເຈົ້າ​ມີ​ນ້ຳໃຈ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢຊູ​ສັ່ງ​ໃຫ້​ຄລິດສະຕຽນ​ເຮັດ. ດັ່ງນັ້ນ​ເມື່ອ​ຂ້ອຍ​ໄດ້​ອ່ານ​ມາຣະໂກ 10:21 ແລະ​ເຫັນ​ຄຳ​ເຊີນ​ຂອງ​ພະ​ເຢຊູ​ທີ່​ວ່າ “ຕາມ​ຂ້ອຍ​ມາ” ຂ້ອຍ​ເລີຍ​ຢາກ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ນຳ.

ແຕ່​ຂ້ອຍ​ເອງ​ກໍ​ໃຊ້​ເວລາ​ດົນ​ຄື​ກັນ​ກວ່າ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ຕັ້ງໃຈ​ໄວ້​ໄດ້​ແທ້​ໆ. ຕົວຢ່າງ​ເຊັ່ນ ເປັນ​ຫຼາຍ​ປີ​ທີ່​ທຸກ​ໆ​ອາທິດ​ຂ້ອຍ​ຈະ​ລຸ້ນ​ວ່າ “ເລກ​ນຳ​ໂຊກ” ທີ່​ຂ້ອຍ​ຊື້​ຈະ​ຖືກ​ບໍ່. ແຕ່​ເມື່ອ​ຮຽນ​ຄຳພີ​ໄບເບິນ ຂ້ອຍ​ກໍ​ຮູ້​ວ່າ​ພະເຈົ້າ​ບໍ່​ມັກ​ຄົນ​ທີ່​ນະມັດສະການ “ພະເຈົ້າ​ແຫ່ງ​ໂຊກ​ລາບ” ແລະ​ຄົນ​ໂລບ. (ເອຊາຢາ 65:11; ໂກໂລຊາຍ 3:5) ເມື່ອ​ຮູ້​ແບບ​ນັ້ນ ຂ້ອຍ​ຈຶ່ງ​ເຊົາ​ຫຼິ້ນ​ການ​ພະນັນ. ແຕ່​ໃນ​ວັນ​ອາທິດ​ທຳອິດ​ທີ່​ຂ້ອຍ​ເຊົາ​ຫຼິ້ນ ຫວຍ​ກໍ​ອອກ​ຄື​ກັບ​ເລກ​ນຳ​ໂຊກ​ຂອງ​ຂ້ອຍ​ພໍ​ດີ! ຫຼາຍ​ຄົນ​ເຍາະເຍີ້ຍ​ຂ້ອຍ​ທີ່​ບໍ່​ໄດ້​ຊື້​ເລກ​ໃນ​ອາທິດ​ນັ້ນ ແລະ​ຍັງ​ກົດ​ດັນ​ໃຫ້​ຂ້ອຍ​ກັບ​ໄປ​ຫຼິ້ນ​ໃໝ່​ອີກ​ນຳ. ແຕ່​ຂ້ອຍ​ບໍ່​ເຮັດ ຂ້ອຍ​ຈະ​ບໍ່​ກັບ​ໄປ​ຫຼິ້ນ​ການ​ພະນັນ​ອີກ.

ການ​ທົດສອບ​ອີກ​ຢ່າງ​ໜຶ່ງ​ທີ່​ຂ້ອຍ​ຕ້ອງ​ເຈິ​ເປັນ​ເລື່ອງ​ກ່ຽວກັບ “ລັກສະນະ​ນິ​ໄສ​ໃໝ່.” ຂ້ອຍ​ເຈິ​ການ​ທົດສອບ​ນີ້​ໃນ​ມື້​ດຽວ​ກັບ​ທີ່​ຂ້ອຍ​ຮັບ​ບັບເຕມາ​ຢູ່​ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ. (ເອເຟໂຊ 4:24) ເມື່ອ​ຂ້ອຍ​ກັບ​ໄປ​ໂຮງ​ແຮມ​ໃນ​ແລງ​ມື້​ນັ້ນ ຂ້ອຍ​ກໍ​ເຫັນ​ແຟນ​ເກົ່າ​ຢືນ​ຖ້າ​ຢູ່​ໜ້າ​ຫ້ອງ. ລາວ​ຍົ້ວຍວນ​ຂ້ອຍ​ວ່າ: “ມາ​ແມ້​ແຊມ​ມີ້ ມາ​ມີ​ຄວາມ​ສຸກ​ກັບ​ຂ້ອຍ!” ແຕ່​ຂ້ອຍ​ປະຕິເສດ​ທັນທີ​ວ່າ: “ບໍ່!” ຂ້ອຍ​ບອກ​ລາວ​ວ່າ​ຕອນນີ້​ຂ້ອຍ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ໃນ​ຄຳພີ​ໄບເບິນ​ແລ້ວ. (1 ໂກຣິນໂທ 6:18) ລາວ​ເວົ້າ​ຂຶ້ນ​ມາ​ທັນທີ​ວ່າ: “ຫ໋ະ! ແມ່ນ​ຫຍັງ?” ແລ້ວ​ລາວ​ກໍ​ພະຍາຍາມ​ເວົ້າ​ໃຫ້​ຂ້ອຍ​ຄິດ​ວ່າ​ມາດຕະຖານ​ສິນລະທຳ​ທາງ​ເພດ​ໃນ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ບໍ່​ສຳຄັນ​ແລະ​ໂນ້ມນ້າວ​ໃຫ້​ຂ້ອຍ​ກັບ​ໄປ​ຄົບ​ກັບ​ລາວ​ອີກ. ແຕ່​ຂ້ອຍ​ບໍ່​ຍອມ ຂ້ອຍ​ຍ່າງ​ໜີ​ເຂົ້າ​ຫ້ອງ​ແລະ​ລ໋ອກ​ປະຕູ​ທັນທີ. ຕອນນີ້​ຂ້ອຍ​ມີ​ຄວາມ​ສຸກ​ແລະ​ເວົ້າ​ໄດ້​ຢ່າງ​ເຕັມ​ປາກ​ວ່າ ຕັ້ງແຕ່​ປີ 1958 ທີ່​ຂ້ອຍ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ຂ້ອຍ​ຍັງ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ທີ່​ຂ້ອຍ​ໄດ້​ເລືອກ​ແລ້ວ​ຢ່າງ​ສັດຊື່.

ປະໂຫຍດ​ທີ່​ຂ້ອຍ​ໄດ້​ຮັບ

ຖ້າ​ໃຫ້​ຂ້ອຍ​ຂຽນ​ຂໍ້​ດີ​ຂອງ​ການ​ເຮັດ​ຕາມ​ການ​ຊີ້ນຳ​ຈາກ​ຄຳພີ​ໄບເບິນ ຂ້ອຍ​ຄື​ຊິ​ຂຽນ​ໄດ້​ເປັນ​ເຫຼັ້ມ​ເລີຍ! ເຊັ່ນ ຂ້ອຍ​ມີ​ໝູ່​ແທ້​ຫຼາຍ​ຄົນ ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ ແລະ​ມີ​ຄວາມ​ສຸກ​ຢ່າງ​ແທ້​ຈິງ.

ຂ້ອຍ​ກໍ​ຍັງ​ມ່ວນ​ກັບ​ການ​ຫຼິ້ນ​ເບດສ໌ບອນ​ຢູ່ ແຕ່​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຄື​ເມື່ອ​ກ່ອນ​ແລ້ວ. ເຖິງ​ເບດສ໌ບອນ​ເຮັດ​ໃຫ້​ຂ້ອຍ​ຮັ່ງມີ​ແລະ​ມີ​ຊື່​ສຽງ ແຕ່​ສິ່ງ​ເຫຼົ່າ​ນັ້ນ​ບໍ່​ໄດ້​ຢູ່​ຕະຫຼອດ​ໄປ ຄວາມ​ສຳພັນ​ຂອງ​ຂ້ອຍ​ກັບ​ພະເຈົ້າ​ແລະ​ສັງຄົມ​ພີ່ນ້ອງ​ຄລິດສະຕຽນ​ເທົ່າ​ນັ້ນ​ທີ່​ຈະ​ຄົງ​ຢູ່​ຕະຫຼອດ​ໄປ. ຄຳພີ​ໄບເບິນ​ບອກ​ວ່າ: “ໂລກ​ນີ້​ກຳລັງ​ຜ່ານ​ພົ້ນ​ໄປ​ພ້ອມ​ໆ​ກັບ​ຄວາມ​ຕ້ອງການ​ຂອງ​ໂລກ ແຕ່​ຄົນ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຈະ​ຢູ່​ຕະຫຼອດ​ໄປ.” (1 ໂຢຮັນ 2:17) ຕອນນີ້​ຂ້ອຍ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ແລະ​ປະຊາຊົນ​ຂອງ​ເພິ່ນ​ຫຼາຍ​ກວ່າ​ສິ່ງ​ໃດ​ທັງໝົດ!