ຄຳພີໄບເບິນປ່ຽນຊີວິດຄົນ
ຂ້ອຍເຄີຍເປັນຄົນຊົ່ວຫຼາຍ
ປີເກີດ 1952
ປະເທດບ້ານເກີດ ສະຫະລັດອາເມຣິກາ
ອະດີດ ເປັນຄົນໃຈຮ້ອນແລະຮຸນແຮງ
ຊີວິດທີ່ຜ່ານມາ:
ຂ້ອຍໃຫຍ່ມາໃນເມືອງລັອດແອງເຈີລິດ ລັດຄາລິຟໍເນຍ ສະຫະລັດອາເມຣິກາ. ໃນບ່ອນທີ່ຂ້ອຍຢູ່ມີແຕ່ກຸ່ມຄົນອັນທະພານແລະຢາເສບຕິດ. ພໍ່ແມ່ມີລູກທັງໝົດ 6 ຄົນ ແລະຂ້ອຍເປັນລູກຄົນທີສອງ.
ຄອບຄົວເຮົາເປັນສະມາຊິກໂບດນິກາຍອິແວນເຈລິຄັດ. ແຕ່ຕອນເປັນໄວລຸ້ນຂ້ອຍໃຊ້ຊີວິດແບບຕີສອງໜ້າ. ວັນອາທິດຂ້ອຍເປັນນັກຮ້ອງໃນກຸ່ມປະສານສຽງຂອງໂບດ ສ່ວນວັນທຳມະດາຂອງອາທິດກໍທ່ຽວເຮຮາ ເສບຢາ ແລະເຮັດຜິດສິນລະທຳທາງເພດ.
ຂ້ອຍເປັນຄົນໃຈຮ້ອນແລະມັກໃຊ້ຄວາມຮຸນແຮງ. ຖ້າໃຈຮ້າຍຂຶ້ນມາມີຫຍັງຢູ່ໃກ້ໆ ຂ້ອຍກໍໃຊ້ເປັນອາວຸດໄດ້ໝົດ. ສິ່ງທີ່ຂ້ອຍຮຽນຈາກໂບດບໍ່ໄດ້ຊ່ວຍຫຍັງເລີຍ. ຂ້ອຍມັກບອກຄົນອື່ນໆວ່າ: “ຂ້ອຍເປັນເຄື່ອງມືຂອງອົງພະຜູ້ເປັນເຈົ້າໃນການແກ້ແຄ້ນ!” ຊ່ວງປາຍປີ 1960 ຕອນຢູ່ມັດທະຍົມ ຂ້ອຍໄດ້ຮັບອິດທິພົນຈາກພັກແບັກແພນເຕີເຊິ່ງເປັນກຸ່ມທີ່ຕໍ່ສູ້ເພື່ອສິດຂອງພົນລະເມືອງ. ຂ້ອຍໄດ້ເຂົ້າຮ່ວມສະໂມສອນນັກຮຽນເພື່ອສິດຂອງພົນລະເມືອງ. ແຕ່ລະເທື່ອທີ່ເຮົາລວມຕົວກັນເພື່ອປະທ້ວງ ໂຮງຮຽນກໍຈະປິດຊົ່ວຄາວ.
ເບິ່ງຄືວ່າການປະທ້ວງແບບນີ້ຍັງບໍ່ຮຸນແຮງພໍສຳລັບຂ້ອຍ ຂ້ອຍຈຶ່ງລົງມືທຳຮ້າຍຄົນອື່ນຍ້ອນຄວາມກຽດຊັງທີ່ຂ້ອຍມີຢູ່ແລ້ວ ເຊັ່ນ: ມີເທື່ອໜຶ່ງຂ້ອຍກັບໝູ່ໄປເບິ່ງໜັງກ່ຽວກັບທາດຄົນອາຝຼິກກາທີ່ຖືກຂົ່ມເຫງໃນອາເມຣິກາ. ເມື່ອເຫັນຄວາມບໍ່ຍຸຕິທຳແບບນັ້ນ ພວກເຮົາໃຈຮ້າຍຫຼາຍກໍເລີຍຕີໄວລຸ້ນຜິວຂາວທີ່ຢູ່ໃນໂຮງໜັງ. ຈາກນັ້ນ ເຮົາກໍໄປບ່ອນທີ່ມີຄົນຜິວຂາວຢູ່ເພື່ອຕີເຂົາເຈົ້າ.
ຕອນທີ່ຂ້ອຍຍັງເປັນໄວລຸ້ນ ຂ້ອຍກັບອ້າຍນ້ອງໄດ້ພາກັນກໍ່ອາດຊະຍາກຳທີ່ຮຸນແຮງຫຼາຍຢ່າງ. ພວກເຮົາຖືກຕຳຫຼວດຈັບຢູ່ເລື້ອຍໆ. ນ້ອງຊາຍຄົນໜຶ່ງຂອງຂ້ອຍເປັນສະມາຊິກຂອງແກ໊ງໂຈນແລະຂ້ອຍກໍເຂົ້າຮ່ວມກັບເຂົາເຈົ້ານຳ ນັ້ນເຮັດໃຫ້ຂ້ອຍແຮ່ງເຮັດຊົ່ວກວ່າເກົ່າ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ພໍ່ແມ່ຂອງໝູ່ຂ້ອຍຄົນໜຶ່ງເປັນພະຍານພະເຢໂຫວາ. ເຂົາເຈົ້າຊວນຂ້ອຍໄປປະຊຸມຢູ່ຫໍປະຊຸມນຳ ຢູ່ຫັ້ນຂ້ອຍເຫັນວ່າພະຍານແຕກຕ່າງຈາກຄົນກຸ່ມອື່ນຢ່າງຈະແຈ້ງ. ທຸກຄົນມີຄຳພີໄບເບິນ ແລະເປີດຕາມລະຫວ່າງການປະຊຸມ ແມ່ນແຕ່ໄວລຸ້ນກໍຂຶ້ນບັນລະຍາຍນຳ! ຂ້ອຍປະທັບໃຈຫຼາຍທີ່ໄດ້ຮູ້ວ່າພະເຈົ້າຊື່ເຢໂຫວາ ແລະມີການເວົ້າຊື່ນີ້ເລື່ອຍໆໃນການປະຊຸມ. (ຄຳເພງ 83:18) ໃນຫໍປະຊຸມນັ້ນມີຄົນຈາກຫຼາຍເຊື້ອຊາດ ແຕ່ທີ່ໜ້າປະທັບໃຈແມ່ນເຂົາເຈົ້າຮັກກັນແທ້ໆ.
ຊ່ວງທຳອິດຂ້ອຍຍັງບໍ່ຢາກຮຽນຄຳພີໄບເບິນກັບພະຍານ ແຕ່ຂ້ອຍກໍມັກໄປປະຊຸມ. ມີຄືນໜຶ່ງຕອນທີ່ຂ້ອຍໄປຮ່ວມປະຊຸມ ພວກໝູ່ຂ້ອຍໄປເບິ່ງຄອນເສີດນຳກັນແລະເຂົາເຈົ້າກໍໄປຍາດເອົາເສື້ອໜັງຂອງໄວລຸ້ນຄົນໜຶ່ງເຖິງຂັ້ນຕີລາວຈົນຕາຍ. ມື້ຕໍ່ມາ ພວກໝູ່ຂ້ອຍກໍມາເວົ້າອວດກັນກ່ຽວກັບເລື່ອງທີ່ເກີດຂຶ້ນ. ແມ່ນແຕ່ຕອນທີ່ຂຶ້ນສານ ເຂົາເຈົ້າກໍຍັງບໍ່ສຳນຶກວ່າສິ່ງທີ່ເຂົາເຈົ້າເຮັດເປັນເລື່ອງຮ້າຍແຮງ. ເຂົາເຈົ້າສ່ວນຫຼາຍຖືກຕັດສິນໃຫ້ຕິດຄຸກຕະຫຼອດຊີວິດ. ຂ້ອຍດີໃຈຫຼາຍທີ່ບໍ່ໄດ້ຢູ່ກັບເຂົາເຈົ້າໃນຄືນນັ້ນ. ຂ້ອຍຕັດສິນໃຈປ່ຽນແປງຊີວິດແລະເລີ່ມຮຽນຄຳພີໄບເບິນ.
ຂ້ອຍເຫັນການດູຖູກຢຽດຢາມເຊື້ອຊາດມາຕະຫຼອດ ແຕ່ສິ່ງທີ່ຂ້ອຍເຫັນໃນທ່າມກາງພະຍານພະເຢໂຫວາເຮັດໃຫ້ຂ້ອຍປະຫຼາດໃຈຫຼາຍ. ຕົວຢ່າງເຊັ່ນ: ເມື່ອພະຍານຄົນຜິວຂາວຕ້ອງເດີນທາງໄປຕ່າງປະເທດ ລາວຝາກລູກໄວ້ກັບຄອບຄົວຄົນຜິວດຳ. ແລະຍັງມີຄອບຄົວຄົນຜິວຂາວອີກຄອບຄົວໜຶ່ງທີ່ໃຫ້ໄວລຸ້ນຊາຍຜິວດຳພັກຢູ່ນຳ. ຂ້ອຍຄິດວ່າພະຍານພະເຢໂຫວາເຮັດຕາມທີ່ພະເຢຊູບອກໄວ້ໃນໂຢຮັນ 13:35 ທີ່ບອກວ່າ: “ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍເມື່ອພວກເຈົ້າຮັກກັນ.” ຂ້ອຍຄິດວ່ານີ້ແຫຼະເປັນສັງຄົມພີ່ນ້ອງທີ່ຮັກກັນແທ້ໆ.
ເມື່ອຮຽນຄຳພີໄບເບິນຂ້ອຍກໍຮູ້ວ່າໂຕເອງຕ້ອງປ່ຽນຄວາມຄິດຈິດໃຈທັງໝົດໃໝ່ເພື່ອຈະເປັນຄົນຮັກສັນຕິ ເພາະມີແຕ່ການເວົ້າວ່າຮັກສັນຕິຢ່າງດຽວນັ້ນບໍ່ພໍ ແຕ່ຕ້ອງໃຫ້ທັງຊີວິດເປັນແບບນັ້ນແທ້ໆ ເພາະຂ້ອຍໝັ້ນໃຈວ່ານີ້ເປັນແນວທາງຊີວິດທີ່ດີທີ່ສຸດ. (ໂຣມ 12:2) ຂ້ອຍຄ່ອຍໆພັດທະນາຄວາມເຊື່ອຂຶ້ນເທື່ອລະເລັກລະນ້ອຍ. ໃນເດືອນມັງກອນປີ 1974 ຂ້ອຍກໍຮັບບັບເຕມາເຂົ້າມາເປັນພະຍານພະເຢໂຫວາ.
ຂ້ອຍຮູ້ວ່າໂຕເອງຕ້ອງປ່ຽນຄວາມຄິດຈິດໃຈທັງໝົດໃໝ່ເພື່ອຈະເປັນຄົນຮັກສັນຕິ ເພາະມີແຕ່ການເວົ້າວ່າຮັກສັນຕິຢ່າງດຽວນັ້ນບໍ່ພໍ ແຕ່ຕ້ອງໃຫ້ທັງຊີວິດເປັນແບບນັ້ນແທ້ໆ ເພາະຂ້ອຍໝັ້ນໃຈວ່ານີ້ເປັນແນວທາງຊີວິດທີ່ດີທີ່ສຸດ
ເຖິງວ່າຂ້ອຍຈະຮັບບັບເຕມາແລ້ວ ຂ້ອຍກໍຍັງຝຶກຄວບຄຸມອາລົມຢູ່ ເຊັ່ນ: ມີມື້ໜຶ່ງຕອນທີ່ຂ້ອຍສອນຄຳພີໄບເບິນຕາມບ້ານ ຂ້ອຍເຫັນໂຈນລັກວິທະຍຸຈາກລົດຂ້ອຍ ຂ້ອຍຈຶ່ງແລ່ນໄລ່ລາວ. ເມື່ອຂ້ອຍເກືອບຈະຈັບລາວໄດ້ ລາວກໍຖິ້ມວິທະຍຸແລະແລ່ນໜີໄປ. ຕອນທີ່ຂ້ອຍເລົ່າໃຫ້ຄົນອື່ນຟັງວ່າຂ້ອຍໄດ້ວິທະຍຸຄືນແນວໃດ ຜູ້ດູແລກຸ່ມຄົນໜຶ່ງຖາມຂ້ອຍວ່າ: “ສະຕີເຟັນ ຖ້າເຈົ້າຈັບລາວໄດ້ ເຈົ້າຈະເຮັດຫຍັງລາວ?” ຄຳຖາມນີ້ເຮັດໃຫ້ຂ້ອຍຄິດໄດ້ ແລະກະຕຸ້ນຂ້ອຍວ່າຕ້ອງພະຍາຍາມເປັນຄົນຮັກສັນຕິແທ້ໆ.
ໃນເດືອນຕຸລາປີ 1974 ຂ້ອຍກໍເລີ່ມຮັບໃຊ້ເຕັມເວລາ ໂດຍໃຊ້ເວລາ 100 ຊົ່ວໂມງຕໍ່ເດືອນໃນການສອນຄຳພີໄບເບິນໃຫ້ຄົນອື່ນໆ. ຫຼັງຈາກນັ້ນ ຂ້ອຍກໍໄດ້ຮັບສິດທິພິເສດທີ່ຈະຮັບໃຊ້ເປັນອາສາສະໝັກໃນສຳນັກງານໃຫຍ່ຂອງພະຍານພະເຢໂຫວາຢູ່ບຣຸກລິນ ນິວຢອກ. ໃນປີ 1978 ຂ້ອຍກັບໄປລັອດແອງເຈີລິດເພື່ອເບິ່ງແຍງແມ່ທີ່ບໍ່ສະບາຍ. ສອງປີຕໍ່ມາຂ້ອຍແຕ່ງດອງກັບອາຣັນດາ. ລາວຊ່ວຍຂ້ອຍຫຼາຍໃນການເບິ່ງແຍງແມ່ຈົນຮອດມື້ທີ່ແມ່ເສຍຊີວິດ. ຫຼັງຈາກນັ້ນບໍ່ດົນ ຂ້ອຍກັບອາຣັນດາກໍເຂົ້າໂຮງຮຽນກິລຽດແລະເຮົາໄດ້ຮັບມອບໝາຍໃຫ້ໄປປານາມາໃນຖານະມິດຊັນນາລີ.
ຕັ້ງແຕ່ຮັບບັບເຕມາ ຂ້ອຍເຈິເຫດການຫຼາຍຢ່າງທີ່ອາດເຮັດໃຫ້ຂ້ອຍລະເບີດອາລົມໂດຍໃຊ້ຄວາມຮຸນແຮງ ແຕ່ຂ້ອຍພະຍາຍາມໃຈເຢັນຫຼືບໍ່ກໍຍ່າງໜີຈາກຄົນທີ່ພະຍາຍາມເຮັດໃຫ້ຂ້ອຍໃຈຮ້າຍ. ເມຍຂ້ອຍລວມເຖິງຄົນອື່ນໆພາກັນຊົມເຊີຍທີ່ເຫັນຂ້ອຍຮັບມືກັບສະຖານະການແບບນີ້ໄດ້. ຂ້ອຍບໍ່ຄິດເລີຍວ່າໂຕເອງຈະເຮັດໄດ້! ແຕ່ນີ້ບໍ່ໄດ້ມາຈາກຄວາມສາມາດຂອງໂຕຂ້ອຍເອງ. ຕອນນີ້ຂ້ອຍເຊື່ອວ່າຄຳພີໄບເບິນມີພະລັງປ່ຽນຊີວິດແທ້ໆ.—ເຮັບເຣີ 4:12
ປະໂຫຍດທີ່ໄດ້ຮັບ:
ຄຳພີໄບເບິນຊ່ວຍຂ້ອຍໃຫ້ຮູ້ວ່າເຮົາເກີດມາເພື່ອຫຍັງແລະສອນໃຫ້ຂ້ອຍເປັນຄົນຮັກສັນຕິແທ້ໆ. ຕອນນີ້ຂ້ອຍບໍ່ໄດ້ໄປຫາເລື່ອງຕີກັບຄົນອື່ນອີກແລ້ວ ແຕ່ຂ້ອຍຊ່ວຍເຂົາເຈົ້າໃຫ້ມາຮູ້ຈັກພະເຈົ້າ. ຂ້ອຍຍັງສອນຄຳພີໄບເບິນໃຫ້ກັບຄົນທີ່ເຄີຍເປັນສັດຕູຂອງຂ້ອຍໃນສະໄໝຮຽນມັດທະຍົມນຳ. ຫຼັງຈາກທີ່ລາວຮັບບັບເຕມາ ລາວກໍມາຢູ່ກັບຂ້ອຍໄລຍະໜຶ່ງ ແລະດຽວນີ້ພວກເຮົາກໍສະໜິດກັນຫຼາຍ. ມາຮອດຕອນນີ້ ຂ້ອຍກັບເມຍສອນຄຳພີໄບເບິນໃຫ້ກັບຄົນອື່ນໆແລະຊ່ວຍ 80 ປາຍຄົນໃຫ້ເຂົ້າມາເປັນພະຍານພະເຢໂຫວາ.
ຂ້ອຍຂອບໃຈພະເຢໂຫວາຫຼາຍແທ້ໆທີ່ຊ່ວຍຂ້ອຍໃຫ້ຮູ້ວ່າເຮົາເກີດມາເພື່ອຫຍັງແລະເຮັດໃຫ້ຂ້ອຍມີຄວາມສຸກທີ່ໄດ້ຢູ່ໃນສັງຄົມພີ່ນ້ອງທີ່ຮັກກັນແທ້ໆ.