ຂ້າມໄປທີ່ເນື້ອໃນ

ເປັນ​ຫຍັງ​ຈຶ່ງ​ອະທິດຖານ​ໃນ​ນາມ​ຂອງ​ພະເຢຊູ?

ເປັນ​ຫຍັງ​ຈຶ່ງ​ອະທິດຖານ​ໃນ​ນາມ​ຂອງ​ພະເຢຊູ?

ພະເຢຊູ​ສອນ​ເລື່ອງ​ການ​ອະທິດຖານ​ຢູ່​ເລື້ອຍໆ. ໃນ​ສະໄໝ​ຂອງ​ເພິ່ນ ຜູ້​ນຳ​ສາສະໜາ​ຄົນ​ຢິວ​ມັກ​ອະທິດຖານ “ຕາມ​ແຈ​ຖະໜົນ​ໃຫຍ່.” ຍ້ອນຫຍັງ? ຍ້ອນ “ເພື່ອ​ອວດ​ຄົນອື່ນ” ເຫັນ​ໄດ້​ແຈ້ງ​ວ່າ ເຂົາເຈົ້າ​ຕ້ອງການ​ໃຫ້​ຄົນອື່ນ​ຊົມເຊີຍ​ວ່າ​ເປັນ​ຄົນ​ເຄັ່ງ​ສາສະໜາ. ຫຼາຍ​ຄົນ​ອະທິດຖານ​ແບບ​ຍາວໆຊ້ຳ​ໄປ​ຊ້ຳ​ມາ​ຄື​ກັບ​ວ່າ​ຕ້ອງ “ເວົ້າ​ຫຼາຍໆ” ພະເຈົ້າ​ຈຶ່ງ​ຈະ​ຟັງ​ຄຳ​ອະທິດຖານ. (ມັດທາຍ 6:5-8) ພະເຢຊູ​ເປີດ​ເຜີຍ​ວ່າ​ການ​ກະທຳ​ແບບນັ້ນ​ບໍ່​ມີ​ປະໂຫຍດ ແລະ​ຄຳເວົ້າ​ຂອງ​ເພິ່ນ​ຊ່ວຍ​ໃຫ້​ຜູ້​ທີ່​ຈິງ​ໃຈ​ຮູ້​ວ່າ​ສິ່ງ​ໃດ​ທີ່​ຄວນ​ຫຼີກລ່ຽງ​ເມື່ອ​ອະທິດຖານ. ແນວໃດ​ກໍ​ຕາມ ເພິ່ນ​ບໍ່​ພຽງ​ແຕ່​ສອນ​ວ່າ ເມື່ອ​ອະທິດຖານ​ເຮົາ​ບໍ່ ຄວນ​ເຮັດ​ສິ່ງ​ໃດ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ​ນຳ.

ພະເຢຊູ​ສອນ​ວ່າ​ຄຳ​ອະທິດຖານ​ຂອງ​ເຮົາ​ຄວນ​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ຢາກ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ, ໃຫ້​ການ​ປົກຄອງ​ຂອງ​ເພິ່ນ​ມາ ແລະ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ. ພະເຢຊູ​ໄດ້​ສອນ​ວ່າ​ເປັນ​ເລື່ອງ​ເໝາະສົມ​ທີ່​ຈະ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ເຮົາ​ໃນ​ເລື່ອງ​ສ່ວນຕົວ. (ມັດທາຍ 6:9-13; ລູກາ 11:2-4) ພະເຢຊູ​ໄດ້​ໃຊ້​ຕົວຢ່າງ​ປຽບທຽບ​ຫຼາຍ​ເລື່ອງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ມີ​ຄວາມ​ຕັ້ງໃຈ, ຄວາມ​ພະຍາຍາມ, ຄວາມເຊື່ອ ແລະ​ຄວາມ​ຖ່ອມ ພະເຢໂຫວາ​ຈຶ່ງ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. (ລູກາ 11:5-13; 18:1-14) ແລະ​ພະເຢຊູ​ໄດ້​ເຮັດ​ໃຫ້​ຄຳສອນ​ຂອງ​ເພິ່ນ​ມີ​ພະລັງ​ຫຼາຍ​ຂຶ້ນ​ຈາກ​ຕົວຢ່າງ​ຂອງ​ເພິ່ນ​ເອງ.—ມັດທາຍ 14:23; ມາຣະໂກ 1:35

ການສອນ​ແບບ​ນີ້​ໄດ້​ຊ່ວຍ​ໃຫ້​ພວກ​ລູກສິດ​ຂອງ​ພະເຢຊູ​ອະທິດຖານ​ໄດ້​ດີ​ຂຶ້ນ. ເຖິງ​ວ່າ​ຈະ​ເປັນ​ແບບນັ້ນ ໃນ​ຄືນ​ສຸດທ້າຍ​ກ່ອນ​ທີ່​ພະເຢຊູ​ຈະ​ຕາຍ ເພິ່ນ​ຍັງ​ໄດ້​ສອນ​ເລື່ອງ​ສຳຄັນ​ທີ່ສຸດ​ໃຫ້​ກັບ​ພວກ​ລູກສິດ​ໃນ​ເລື່ອງ​ການ​ອະທິດຖານ.

“ຈຸດ​ປ່ຽນ​ຂອງ​ການ​ອະທິດຖານ​ໃນ​ປະຫວັດສາດ”

ພະເຢຊູ​ໄດ້​ໃຊ້​ເວລາ​ສ່ວນ​ຫຼາຍ​ໃນ​ຄືນ​ສຸດທ້າຍ​ເພື່ອ​ໃຫ້​ກຳລັງ​ໃຈ​ອັກຄະສາວົກ​ທີ່​ສັດຊື່​ຂອງ​ເພິ່ນ. ເປັນ​ເວລາ​ທີ່​ເໝາະສົມ​ທີ່​ຈະ​ເປີດເຜີຍ​ສິ່ງ​ທີ່​ເຂົາເຈົ້າ​ບໍ່​ເຄີຍ​ຮູ້​ມາ​ກ່ອນ ພະເຢຊູ​ເວົ້າ​ວ່າ: “ຂ້ອຍ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ. ບໍ່​ມີ​ຜູ້​ໃດ​ທີ່​ຈະ​ມາ​ເຖິງ​ພະເຈົ້າ​ຜູ້​ເປັນ​ພໍ່​ໄດ້​ນອກ​ຈາກ​ມາ​ທາງ​ຂ້ອຍ.” ຈາກ​ນັ້ນ ເພິ່ນ​ໄດ້​ໃຫ້​ຄຳ​ສັນຍາ​ເຊິ່ງ​ຊ່ວຍ​ເສີມ​ຄວາມ​ໝັ້ນໃຈ​ໃຫ້​ກັບ​ເຂົາເຈົ້າ​ໂດຍ​ເວົ້າ​ວ່າ: “ບໍ່​ວ່າ​ພວກເຈົ້າ​ຈະ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ ຂ້ອຍ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້ ເພື່ອ​ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ເພາະ​ລູກ​ຂອງ​ພະອົງ. ຖ້າ​ພວກເຈົ້າ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ ຂ້ອຍ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້.” ຕອນ​ທີ່​ພະເຢຊູ​ລົມ​ກັບ​ເຂົາເຈົ້າ​ໃກ້​ຈະ​ແລ້ວ ເພິ່ນ​ກໍ​ເວົ້າ​ວ່າ: “ຜ່ານ​ມາ​ພວກເຈົ້າ​ຍັງ​ບໍ່​ເຄີຍ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ. ຂໍ​ແມ້ ຂໍ​ໃນ​ນາມ​ຂອງ​ຂ້ອຍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ແລະ​ພວກເຈົ້າ​ຈະ​ມີ​ຄວາມສຸກ​ຫຼາຍ.”—ໂຢຮັນ 14:6, 13, 14; 16:24

ຄຳເວົ້າ​ເຫຼົ່ານີ້​ມີ​ຄວາມ​ສຳຄັນ​ຫຼາຍ. ໜັງສື​ອ້າງ​ອີງ​ຫົວ​ໜຶ່ງ​ເວົ້າ​ເຖິງ​ເຫດການ​ຕອນນີ້​ວ່າ​ເປັນ “ຈຸດ​ປ່ຽນ​ຂອງ​ການ​ອະທິດຖານ​ໃນ​ປະຫວັດສາດ.” ພະເຢຊູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພວກ​ລູກສິດ​ຄວນ​ປ່ຽນ​ຈາກ​ການ​ອະທິດຖານ​ເຖິງ​ພະເຈົ້າ​ມາ​ອະທິດຖານ​ເຖິງ​ເພິ່ນ​ແທນ. ແຕ່​ເພິ່ນ​ກຳລັງ​ເປີດ​ຊ່ອງ​ທາງ​ໃໝ່​ເພື່ອ​ເຂົ້າ​ຫາ​ພະເຢໂຫວາ.

ແມ່ນ​ຢູ່ ພະເຈົ້າ​ໄດ້​ຟັງ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ສະເໝີ. (1 ຊາມູເອນ 1: 9-19; ຄຳເພງ 65:2) ແຕ່​ຫຼັງ​ຈາກ​ພະເຈົ້າ​ໄດ້​ເຮັດ​ສັນຍາ​ກັບ​ຄົນ​ອິດສະຣາເອນ​ແລ້ວ ຜູ້​ທີ່​ຕ້ອງການ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ​ຈະ​ຕ້ອງ​ຍອມຮັບ​ວ່າ​ອິດສະຣາເອນ​ເປັນ​ຊາດ​ທີ່​ພະເຈົ້າ​ໄດ້​ເລືອກ. ແລະ​ຕໍ່ມາ ຕັ້ງແຕ່​ສະໄໝ​ຂອງ​ໂຊໂລໂມນ ເຂົາເຈົ້າ​ກໍ​ຕ້ອງ​ຍອມຮັບ​ວ່າ​ວິຫານ​ເປັນ​ສະຖານ​ທີ​ທີ່​ພະເຈົ້າ​ໄດ້​ເລືອກ​ໄວ້​ສຳລັບ​ການ​ຖວາຍ​ເຄື່ອງ​ບູຊາ. (ພະບັນຍັດ 9:29; 2 ຂ່າວຄາວ 6:32, 33) ແນວໃດ​ກໍ​ຕາມ ການ​ນະມັດສະການ​ດັ່ງ​ກ່າວ​ເປັນ​ການ​ຈັດ​ກຽມ​ຊົ່ວຄາວ​ເທົ່າ​ນັ້ນ. ດັ່ງ​ທີ່ ອັກຄະສາວົກ​ໂປໂລ​ຂຽນ​ໄວ້ ກົດໝາຍ​ທີ່​ພະເຈົ້າ​ໃຫ້​ກັບ​ຄົນ​ອິດສະຣາເອນ​ແລະ​ເຄື່ອງ​ບູຊາ​ທີ່​ຖວາຍ ຢູ່ ວິຫານ​ເປັນ “ເງົາ​ຂອງ​ສິ່ງ​ດີ​ຕ່າງໆ​ທີ່​ຈະ​ມີ​ມາ ແຕ່​ບໍ່​ແມ່ນ​ຂອງ​ແທ້.” (ເຮັບເຣີ 10:1, 2) ເງົາ​ນັ້ນ​ຕ້ອງ​ຖືກ​ແທນ​ທີ່​ດ້ວຍ​ຕົວ​ຈິງ. (ໂກໂລຊາຍ 2:17) ຕັ້ງແຕ່​ປີ ຄ.ສ. 33 ເປັນ​ຕົ້ນ​ມາ ສາຍສຳພັນ​ຂອງ​ມະນຸດ​ແຕ່​ລະ​ຄົນ​ກັບ​ພະເຢໂຫວາ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ການ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ອີກ​ຕໍ່ໄປ ແຕ່​ຂຶ້ນ​ຢູ່​ກັບ​ການ​ເຊື່ອຟັງ​ຜູ້​ທີ່​ກົດໝາຍ​ນັ້ນ​ຊີ້​ເຖິງ ຄື ພະຄລິດ​ເຢຊູ—ໂຢຮັນ 15:14-16; ຄາລາເຕຍ 3:24, 25

“ຊື່​ທີ່​ຍິ່ງໃຫຍ່​ກວ່າ​ຊື່​ໃດໆທັງໝົດ”

ພະເຢຊູ​ໄດ້​ວາງ​ພື້ນຖານ​ທີ່​ເໜືອ​ກວ່າ​ສຳລັບ​ການ​ເຂົ້າ​ຫາ​ພະເຢໂຫວາ ໂດຍ​ລະບຸ​ຕົວ​ເພິ່ນ​ເອງ​ເປັນ​ໝູ່​ທີ່​ມີ​ອຳນາດ​ເຊິ່ງ​ສາມາດ​ເປີດ​ທາງ​ໃຫ້​ຄຳ​ອະທິດຖານ​ຂອງ​ເຮົາ​ໄດ້​ຮັບ​ການ​ຟັງ​ແລະ​ໄດ້​ຮັບ​ການ​ຕອບ​ຈາກ​ພະເຈົ້າ. ພະເຢຊູ​ເຮັດ​ແບບນັ້ນ​ໄດ້​ແນວໃດ?

ເນື່ອງ​ຈາກ​ວ່າ​ເຮົາ​ທຸກ​ຄົນ​ເປັນ​ຄົນ​ບໍ່​ສົມບູນແບບ ບໍ່​ວ່າ​ເຮົາ​ຈະ​ເຮັດ​ວຽກ​ຫຍັງ​ຫຼື​ຖວາຍ​ເຄື່ອງ​ບູຊາ​ແບບ​ໃດ ເຮົາ​ກໍ​ບໍ່​ສາມາດ​ຫຼຸດ​ພົ້ນ​ຈາກ​ບາບ​ຫຼື​ມີ​ສິດ​ທີ່​ຈະ​ມີ​ສາຍສຳພັນ​ກັບ​ພະເຢໂຫວາ ພະເຈົ້າ​ອົງ​ບໍລິສຸດ​ໄດ້. (ໂຣມ 3:20, 24; ເຮັບເຣີ 1:3, 4) ແນວໃດ​ກໍ​ຕາມ ພະເຢຊູ​ໄດ້​ໃຫ້​ຊີວິດ​ມະນຸດ​ສົມບູນ​ຂອງ​ເພິ່ນ​ເພື່ອ​ຈ່າຍ​ຄ່າໄຖ່​ສຳລັບ​ບາບ​ຂອງ​ມະນຸດ​ທຸກ​ຄົນ. (ໂຣມ 5: 12, 18, 19) ຕອນນີ້ ທຸກ​ຄົນ​ທີ່​ຢາກ​ໄດ້​ຮັບ​ການ​ໄຖ່​ບາບ​ແບບນັ້ນ​ມີ​ໂອກາດ​ຢູ່​ໃນ​ຖານະ​ທີ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຢໂຫວາ​ແລະ “ກ້າ​ເວົ້າ” ກັບ​ພະເຈົ້າ​ໃນ​ຄຳ​ອະທິດຖານ​ໄດ້. ແຕ່​ຈະ​ເປັນ​ແບບນັ້ນ​ໄດ້​ກໍ​ຕໍ່​ເມື່ອ​ເຂົາເຈົ້າ​ສະແດງ​ຄວາມເຊື່ອ​ໃນ​ຄ່າໄຖ່​ຂອງ​ພະເຢຊູ​ແລະ​ອະທິດຖານ​ໃນ​ນາມ​ຂອງ​ເພິ່ນ.—ເອເຟໂຊ 3:11, 12

ເມື່ອ​ເຮົາ​ອະທິດຖານ​ໃນ​ນາມ​ພະເຢຊູ ເຮົາ​ກຳລັງ​ສະແດງ​ຄວາມເຊື່ອ​ໃນ​ບົດບາດ​ຂອງ​ເພິ່ນ​ຢ່າງ​ໜ້ອຍ​ສາມ​ດ້ານ​ໃນ​ການ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ບັນລຸ​ຜົນ​ສຳເລັດ ຄື (1) ເພິ່ນ​ເປັນ “ລູກ​ແກະ​ຂອງ​ພະເຈົ້າ” ຜູ້​ປະທານ​ຄ່າໄຖ່​ເພື່ອ​ເປັນ​ພື້ນຖານ​ສຳລັບ​ການ​ອະໄພ​ບາບ. (2) ພະເຢຊູ​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໂດຍ​ພະເຢໂຫວາ​ແລະ​ຂະນະ​ນີ້​ໄດ້​ປະຕິບັດ​ໜ້າທີ່​ເປັນ “ມະຫາປະໂລຫິດ” ເພື່ອ​ຈັດການ​ກັບ​ຜົນ​ປະໂຫຍດ​ຈາກ​ຄ່າໄຖ່. (3) ເພິ່ນ​ແຕ່​ຜູ້​ດຽວ​ໄດ້​ເປັນ “ທາງ​ນັ້ນ” ເພື່ອ​ຈະ​ເຂົ້າ​ຫາ​ພະເຢໂຫວາ​ໃນ​ຄຳ​ອະທິດຖານ.—ໂຢຮັນ 1:29; 14:6; ເຮັບເຣີ 4:14, 15

ການ​ອະທິດຖານ​ໃນ​ນາມ​ພະເຢຊູ​ເປັນ​ການ​ໃຫ້​ກຽດ​ເພິ່ນ. ພະເຢຊູ​ສົມຄວນ​ໄດ້​ຮັບ​ກຽດ​ແບບນັ້ນ ເພາະ​ຄວາມ​ຕ້ອງການ​ຂອງ​ພະເຢໂຫວາ​ຄື “ເພື່ອ​ທຸກ​ຄົນ. . . .ຈະ​ຄູ້​ເຂົ່າ​ລົງ​ໃນ​ນາມ​ພະເຢຊູ ແລະ​ລີ້ນ​ທຸກ​ລີ້ນ​ຈະ​ຍອມຮັບ​ຢ່າງ​ເປີດເຜີຍ​ວ່າ​ພະເຢຊູ​ຄລິດ​ແມ່ນ​ຜູ້​ເປັນ​ນາຍ ທັງໝົດ​ນີ້​ກໍ​ເພື່ອ​ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ໄດ້​ຮັບ​ການຍ້ອງຍໍ​ສັນລະເສີນ.” (ຟີລິບປອຍ 2:10, 11) ແຕ່​ທີ່​ສຳຄັນ​ຫຼາຍ​ກວ່າ​ນັ້ນ​ແມ່ນ​ການ​ອະທິດຖານ​ໃນ​ນາມ​ພະເຢຊູ​ເປັນ​ການ​ຖວາຍ​ກຽດ​ໃຫ້​ກັບ​ພະເຢໂຫວາ ຜູ້​ທີ່​ໄດ້​ສະລະ​ລູກ​ຊາຍ​ຄົນ​ດຽວ​ເພິ່ນ​ເພື່ອ​ຜົນ​ປະໂຫຍດ​ຂອງ​ມະນຸດ​ທຸກ​ຄົນ.—ໂຢຮັນ 3:16

ເຮົາ​ຄວນ​ອະທິດຖານ “ດ້ວຍ​ສຸດ​ໃຈ” ຂອງ​ເຮົາ ບໍ່​ແມ່ນ​ພໍ​ເປັນ​ພິທີ

ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ພະເຢຊູ​ໄດ້​ຢູ່​ໃນ​ຖານະ​ທີ່​ສຳຄັນ​ສ່ຳ​ໃດ ຄຳພີໄບເບິນ​ຈຶ່ງ​ໃຊ້​ຕຳແໜ່ງ​ແລະ​ຊື່​ຕ່າງໆ​ເມື່ອ​ເວົ້າ​ເຖິງ​ເພິ່ນ. ຕຳແໜ່ງ​ແລະ​ຊື່​ເຫຼົ່ານີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຜົນ​ປະໂຫຍດ​ຫຼວງ​ຫຼາຍ​ທີ່​ເຮົາ​ຈະ​ໄດ້​ຮັບ​ໂດຍ​ອາໄສ​ສິ່ງ​ທີ່​ພະເຢຊູ​ໄດ້​ເຮັດ, ກຳລັງ​ເຮັດ, ແລະ​ຈະ​ເຮັດ​ເພື່ອ​ປະໂຫຍດ​ຂອງ​ມະນຸດ​ທຸກ​ຄົນ. (ເບິ່ງ​ຂອບ “ ບົດບາດ​ສຳຄັນ​ຂອງ​ພະເຢຊູ”.) ທີ່​ຈິງ ພະເຢຊູ​ໄດ້​ຮັບ “ຊື່​ທີ່​ຍິ່ງໃຫຍ່​ກວ່າ​ຊື່​ໃດໆທັງໝົດ.” a ພະເຈົ້າ​ໄດ້​ໃຫ້​ອຳນາດ​ທັງໝົດ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ​ໃຫ້​ກັບ​ເພິ່ນ.—ຟີລິບປອຍ 2:9; ມັດທາຍ 28:18

ບໍ່​ພຽງ​ແຕ່​ເວົ້າ​ຄຳ​ທີ່​ລຶ້ງ​ເຄີຍ

ແທ້ໆແລ້ວ​ຕ້ອງ​ອະທິດຖານ​ໃນ​ຊື່​ພະເຢຊູ​ຖ້າ​ເຮົາ​ຢາກ​ໃຫ້​ພະເຢໂຫວາ​ຟັງ​ຄຳ​ອະທິດຖານ. (ໂຢຮັນ 14:13, 14) ແຕ່​ເຮົາ​ບໍ່​ຕ້ອງ​ເວົ້າ​ຄຳ​ວ່າ “ໃນ​ນາມ​ພະເຢຊູ” ຊ້ຳ​ແລ້ວ​ຊ້ຳ​ອີກ​ຍ້ອນ​ເຮົາ​ລຶ້ງ​ເຄີຍ. ຍ້ອນຫຍັງ?

ໃຫ້​ເຮົາ​ມາ​ພິຈາລະນາ​ຕົວຢ່າງ​ໜຶ່ງ. ເມື່ອ​ເຈົ້າ​ໄດ້​ຮັບ​ຈົດໝາຍ​ຈາກ​ນັກ​ທຸລະກິດ​ຄົນ​ໜຶ່ງ​ຈົດໝາຍ​ນັ້ນ​ອາດຈະ​ລົງ​ທ້າຍ​ຕາມ​ທຳນຽມ​ວ່າ “ຂໍ​ສະແດງ​ຄວາມ​ນັບຖື.” ເຈົ້າ​ຮູ້ສຶກ​ບໍ່​ວ່າ​ຄຳ​ລົງ​ທ້າຍ​ນີ້​ເປັນ​ການ​ສະແດງ​ຄວາມ​ຮູ້ສຶກ​ຈາກ​ໃຈ​ຂອງ​ນັກ​ທຸລະກິດ ຫຼື​ວ່າ​ລາວ​ພຽງ​ແຕ່​ໃຊ້​ຄຳ​ຍ້ອນ​ເປັນ​ການ​ຍອມຮັບ​ກັນ​ຕາມ​ມາລະຍາດ​ໃນ​ການ​ຂຽນ​ຈົດໝາຍ​ເທົ່າ​ນັ້ນ? ແທ້ໆແລ້ວ ການໃຊ້​ຊື່​ພະເຢຊູ​ໃນ​ຄຳ​ອະທິດຖານ​ຂອງ​ເຮົາ​ຈຳເປັນ​ຕ້ອງ​ມີ​ຄວາມໝາຍ​ຫຼາຍ​ກວ່າ​ຄຳ​ລົງ​ທ້າຍ​ຢ່າງ​ເປັນ​ທາງ​ການ​ໃນ​ຈົດໝາຍ​ຂອງ​ນັກ​ທຸລະກິດ. ເຖິງ​ວ່າ​ເຮົາ​ຕ້ອງ “ອະທິດຖານ​ເປັນ​ປະຈຳ” ແຕ່​ເຮົາ​ກໍ​ຕ້ອງ​ເຮັດ “ດ້ວຍ​ສຸດ​ໃຈ” ຂອງ​ເຮົາ ບໍ່​ແມ່ນ​ເຮັດ​ພໍ​ເປັນ​ພິທີ​ເທົ່າ​ນັ້ນ.—1 ເທຊະໂລນິກ 5:17; ຄຳເພງ 119:145

ເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ບໍ່​ໃຫ້​ຄຳ​ວ່າ “ໃນ​ນາມ​ພະເຢຊູ” ເປັນ​ພຽງ​ເວົ້າ​ຄຳ​ທີ່​ລຶ້ງ​ເຄີຍ? ເຈົ້າ​ອາດຈະ​ລອງ​ຄິດເຖິງ​ຄຸນລັກສະນະ​ຕ່າງໆ​ຂອງ​ພະເຢຊູ​ເຊິ່ງ​ເຮັດ​ໃຫ້​ອົບອຸ່ນ​ໃຈ. ຂໍ​ໃຫ້​ຄິດເຖິງ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ໄປ​ແລ້ວ​ແລະ​ສິ່ງ​ທີ່​ໄດ້​ເຕັມໃຈ​ຈະ​ເຮັດ​ເພື່ອ​ເຈົ້າ. ໃນ​ຄຳ​ອະທິດຖານ​ໃຫ້​ຂອບໃຈ ແລະ​ສັນລະເສີນ​ພະເຢໂຫວາ​ທີ່​ໄດ້​ໃຊ້​ລູກ​ຂອງ​ເພິ່ນ​ໃນ​ວິທີ​ທີ່​ອັດສະຈັນ. ຖ້າ​ເຈົ້າ​ເຮັດ​ແບບນັ້ນ ເຈົ້າ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ຂອງ​ພະເຢຊູ​ທີ່​ວ່າ “ຖ້າ​ພວກເຈົ້າ​ຂໍ​ຫຍັງ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ນາມ​ຂອງ​ຂ້ອຍ ພະອົງ​ຈະ​ໃຫ້​ສິ່ງ​ນັ້ນ​ແກ່​ພວກເຈົ້າ.”—ໂຢຮັນ 16:23

a ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ນາມ” ອາດ​ໝາຍເຖິງ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ນາມ​ນັ້ນ​ເຊິ່ງ​ລວມ​ເຖິງ​ອຳນາດ, ບຸກຄະລິກ​ຫຼື​ລັກສະນະ, ຖານະ​ຕຳແໜ່ງ, ຄວາມ​ສູງ​ສົ່ງ, ລິດເດດ, [ແລະ] ຄວາມ​ດີ​ເລີດ.”