ພໍ່ແມ່ທັງຫຼາຍ ຈົ່ງຊ່ວຍສ້າງຄວາມເຊື່ອໃຫ້ລູກຂອງເຈົ້າ
‘ຊາຍໜຸ່ມທັງຫຼາຍກັບຍິງສາວທັງຫຼາຍ . . . ຂໍໃຫ້ສັນລະເສີນນາມຊື່ແຫ່ງພະເຢໂຫວາ.’—ຄຳເພງ 148:12, 13
ເພງ: 88, 115
1, 2. (ກ) ເປັນຫຍັງຈຶ່ງບໍ່ງ່າຍທີ່ພໍ່ແມ່ຈະສອນລູກໃຫ້ມີຄວາມເຊື່ອໃນພະເຢໂຫວາ ແລະອັນໃດເປັນພຽງວິທີດຽວເທົ່ານັ້ນທີ່ພໍ່ແມ່ຈະເຮັດແບບນີ້ໄດ້? (ຂ) ສີ່ຈຸດທີ່ເຮົາຈະພິຈາລະນາໃນຕອນນີ້ມີຫຍັງແດ່?
ພໍ່ແມ່ຄູ່ໜຶ່ງໃນປະເທດຝຣັ່ງ ເຂົາເຈົ້າເວົ້າວ່າ: “ພວກເຮົາເຊື່ອໃນພະເຢໂຫວາ ແຕ່ບໍ່ໄດ້ໝາຍຄວາມວ່າລູກຈະເຊື່ອແບບນັ້ນ. ຄວາມເຊື່ອບໍ່ແມ່ນສິ່ງທີ່ເຮົາຈະຮັບສືບທອດຕໍ່ຈາກກັນໄດ້. ລູກຂອງເຮົາມີຄວາມເຊື່ອເທື່ອລະເລັກລະໜ້ອຍ.” ພີ່ນ້ອງຊາຍຄົນໜຶ່ງໃນປະເທດອົດສະຕຣາລີຂຽນວ່າ: “ການຊ່ວຍສ້າງຄວາມເຊື່ອໃນຫົວໃຈຂອງລູກອາດເປັນເລື່ອງຍາກທີ່ສຸດທີ່ເຈົ້າຈະເຄີຍປະສົບໃນຊີວິດ.” ລາວເວົ້າຕື່ມອີກວ່າ: “ເຈົ້າອາດຮູ້ສຶກວ່າເຈົ້າໄດ້ແກ້ໄຂຂໍ້ສົງໄສຂອງລູກຈົນລາວພໍໃຈແລ້ວ. ແຕ່ຕໍ່ມາກໍເຫັນວ່າລາວຍົກຄຳຖາມເກົ່າຂຶ້ນມາຖາມອີກ! ລູກອາດພໍໃຈກັບຄຳຕອບຕ່າງໆທີ່ເຈົ້າຕອບລາວໃນມື້ນີ້ຕໍ່ກັບຄວາມຄິດທີ່ຢາກຮູ້ຢາກເຫັນຂອງລາວ ແຕ່ຄຳຕອບນັ້ນອາດຈະບໍ່ມີລາຍລະອຽດພຽງພໍສຳລັບລາວໃນມື້ຕໍ່ໄປ.” ເມື່ອລູກໃຫຍ່ຂຶ້ນ ພໍ່ແມ່ຫຼາຍຄົນເຫັນວ່າເຂົາເຈົ້າຕ້ອງອະທິບາຍຫົວເລື່ອງເກົ່າອີກ ແຕ່ເປັນໃນແບບທີ່ລະອຽດຫຼາຍຂຶ້ນ. ນອກຈາກນັ້ນ ເຂົາເຈົ້າກໍເຫັນວ່າຈຳເປັນຕ້ອງໃຊ້ວິທີການຕ່າງໆເພື່ອສອນລູກໃຫ້ຮັກພະເຢໂຫວາ.
2 ຖ້າເຈົ້າເປັນພໍ່ແມ່ ບາງຄັ້ງເຈົ້າສົງໄສບໍວ່າເຈົ້າຈະມີຄວາມສາມາດສອນລູກໄດ້ແທ້ໆຫຼືບໍ່ ເພື່ອໃຫ້ຮັກພະເຢໂຫວາແລະຮັບໃຊ້ພະອົງຕໍ່ໄປແມ່ນແຕ່ເມື່ອເຂົາເຈົ້າໃຫຍ່ຂຶ້ນ? ທີ່ຈິງ ບໍ່ມີໃຜຈັກຄົນທີ່ມີຄວາມສາມາດເຮັດສິ່ງນີ້ໄດ້ດ້ວຍຕົວເອງ. (ເຢເຣມີ 10:23) ດ້ວຍເຫດນີ້ເຮົາຕ້ອງເພິ່ງພະເຢໂຫວາໃຫ້ຊ່ວຍເຮົາ. ພະອົງໄດ້ໃຫ້ຄຳແນະນຳຫຼາຍຢ່າງແກ່ພໍ່ແມ່ ແຕ່ເຈົ້າຈະຊ່ວຍລູກແນວໃດ? (1) ໃຫ້ຮູ້ຈັກລູກເປັນຢ່າງດີ (2) ສອນລູກເລື່ອງຕ່າງໆກ່ຽວກັບພະເຢໂຫວາເຊິ່ງມີຢູ່ໃນຫົວໃຈຂອງເຈົ້າ (3) ໃຊ້ຕົວຢ່າງປຽບທຽບ ແລະ (4) ອະທິດຖານຂໍພະລັງບໍລິສຸດແລະໃຫ້ອົດທົນກັບລູກ.
ໃຫ້ຮູ້ຈັກລູກເປັນຢ່າງດີ
3. ໃນວິທີທີ່ພະເຍຊູສອນພວກລູກສິດ ພໍ່ແມ່ຈະຮຽນແບບໄດ້ແນວໃດ?
3 ພະເຍຊູມັກຖາມພວກລູກສິດໃນສິ່ງທີ່ເຂົາເຈົ້າເຊື່ອ. (ມັດທາຍ 16:13-15) ເຈົ້າສາມາດຮຽນແບບພະອົງໃນເລື່ອງນີ້. ເມື່ອກຳລັງລົມກັບລູກຫຼືກຳລັງເຮັດບາງສິ່ງນຳກັນ ໃຫ້ຖາມລູກວ່າຄິດແນວໃດ ແລະໃຫ້ລູກບອກເຈົ້າວ່າເຂົາເຈົ້າຮູ້ສຶກແນວໃດແທ້ໆ. ບາງທີລູກອາດມີຂໍ້ສົງໄສບາງຢ່າງບໍ? ພີ່ນ້ອງຊາຍຄົນໜຶ່ງໃນປະເທດອົດສະຕຣາລີເຊິ່ງມີອາຍຸ 15 ປີ ລາວເວົ້າວ່າ: “ພໍ່ມັກລົມກັບຂ້ອຍໃນເລື່ອງຄວາມເຊື່ອຂອງຂ້ອຍ ແລະເພິ່ນຊ່ວຍຂ້ອຍໃຫ້ຫາເຫດຜົນ. ພໍ່ຖາມວ່າ: ‘ຄຳພີໄບເບິນບອກວ່າແນວໃດ?’ ‘ລູກເຊື່ອໃນສິ່ງທີ່ຄຳພີໄບເບິນບອກບໍ?’ ‘ເປັນຫຍັງລູກຈຶ່ງເຊື່ອ?’ ພໍ່ຢາກໃຫ້ຂ້ອຍຕອບດ້ວຍຄຳເວົ້າຂອງຕົວເອງ ບໍ່ແມ່ນເວົ້າຕາມຄຳເວົ້າຂອງພໍ່ຫຼືແມ່. ເມື່ອໃຫຍ່ຂຶ້ນ ຂ້ອຍຕ້ອງອະທິບາຍຄຳຕອບຂອງຕົວເອງໃຫ້ກວ້າງອອກ.”
4. ເປັນຫຍັງຈຶ່ງສຳຄັນທີ່ຈະອົດທົນແລະຕອບຄຳຖາມຕ່າງໆຂອງລູກ? ຂໍໃຫ້ຍົກຕົວຢ່າງ.
4 ຖ້າລູກບໍ່ໄດ້ເຊື່ອທັນທີໃນບາງສິ່ງທີ່ຄຳພີໄບເບິນສອນ ຂໍໃຫ້ເຈົ້າອົດທົນ. ຊ່ວຍລູກໃຫ້ໄດ້ຄຳຕອບສຳລັບຄຳຖາມທີ່ຄາໃຈເຂົາເຈົ້າ. ພໍ່ຄົນໜຶ່ງເວົ້າວ່າ: “ໃຫ້ຖືວ່າຄຳຖາມຂອງລູກເປັນເລື່ອງທີ່ຈິງຈັງ. ຢ່າປ່ອຍໃຫ້ຄຳຖາມເຫຼົ່ານັ້ນຜ່ານໄປຄືກັບວ່າມັນບໍ່ສຳຄັນ ແລະຢ່າຫຼີກລ່ຽງໂດຍບໍ່ເວົ້າເຖິງຫົວຂໍ້ນັ້ນພຽງຍ້ອນວ່າມັນອາດເຮັດໃຫ້ເຈົ້າຮູ້ສຶກບໍ່ສະດວກໃຈ.” ທີ່ຈິງ ການທີ່ລູກຖາມຄຳຖາມກໍເປັນສິ່ງທີ່ດີ ເພາະນັ້ນໝາຍຄວາມວ່າລູກຢາກເຂົ້າໃຈໃນເລື່ອງນັ້ນ. ແມ່ນແຕ່ພະເຍຊູກໍຖາມຄຳຖາມຕອນທີ່ພະອົງຍັງນ້ອຍ. (ອ່ານລືກາ 2:46) ຊາຍໜຸ່ມຄົນໜຶ່ງທີ່ຢູ່ປະເທດແດນມາກ ລາວເວົ້າວ່າ: “ເມື່ອຂ້ອຍເວົ້າວ່າ ຂ້ອຍສົງໄສວ່າສາສະໜາທີ່ເຮົານັບຖືເປັນສາສະໜາທີ່ແທ້ຈິງຫຼືບໍ່ ພໍ່ແມ່ຂອງຂ້ອຍເຮັດໃຈເຢັນໆ ເຖິງວ່າພວກເພິ່ນອາດຈະເປັນຫ່ວງຂ້ອຍກໍຕາມ. ພໍ່ແມ່ໃຊ້ຄຳພີໄບເບິນເພື່ອຕອບຄຳຖາມທຸກໆຂໍ້ຂອງຂ້ອຍ.”
ເວົ້າເຖິງພະເຢໂຫວາທຸກໆມື້ເມື່ອກຳລັງເຮັດບາງສິ່ງກັບລູກ
5. ເຖິງວ່າລູກອາດເບິ່ງຄືວ່າມີຄວາມເຊື່ອໃນພະເຢໂຫວາ ແຕ່ພໍ່ແມ່ຄວນເຮັດຫຍັງ?
5 ໃຫ້ຮູ້ຈັກລູກເປັນຢ່າງດີ. ຢ່າຄິດວ່າລູກມີຄວາມເຊື່ອໃນພະເຢໂຫວາ ຍ້ອນວ່າເຂົາເຈົ້າໄປປະກາດແລະໄປປະຊຸມ. ລູກຮູ້ສຶກແນວໃດແທ້ໆຕໍ່ພະເຢໂຫວາ ແລະລູກຄິດແນວໃດກ່ຽວກັບຄຳພີໄບເບິນ? ໃຫ້ພະຍາຍາມສຸດຄວາມສາມາດຂອງເຈົ້າເພື່ອຈະຮູ້ວ່າມີບາງສິ່ງທີ່ຍາກສຳລັບລູກບໍໃນການຮັກສາຄວາມສັດຊື່ຕໍ່ພະເຢໂຫວາ. ໃຫ້ເວົ້າເຖິງພະເຢໂຫວາທຸກໆມື້ເມື່ອກຳລັງເຮັດບາງສິ່ງກັບລູກ. ໃຫ້ອະທິດຖານສຳລັບລູກເມື່ອຢູ່ກັບເຂົາເຈົ້າແລະເມື່ອເຈົ້າຢູ່ຕາມລຳພັງ.
ສອນລູກເລື່ອງຕ່າງໆ ກ່ຽວກັບພະເຢໂຫວາເຊິ່ງມີຢູ່ໃນຫົວໃຈຂອງເຈົ້າ
6. ເມື່ອພໍ່ແມ່ຮຽນຮູ້ຕໍ່ໆໄປກ່ຽວກັບພະເຢໂຫວາແລະຄຳພີໄບເບິນ ສິ່ງນີ້ສາມາດຊ່ວຍເຂົາເຈົ້າແນວໃດໃຫ້ສອນລູກຂອງຕົນເອງ?
6 ຜູ້ຄົນມັກຟັງສິ່ງທີ່ພະເຍຊູສອນເພາະພະອົງຮັກພະເຢໂຫວາແລະຮູ້ຈັກພະຄຳພີເປັນຢ່າງດີ. ຄົນເຫຼົ່ານັ້ນຍັງຮູ້ສຶກວ່າພະເຍຊູຮັກເຂົາເຈົ້າ ດັ່ງນັ້ນ ເຂົາເຈົ້າຈຶ່ງຕັ້ງໃຈຟັງພະອົງ. (ລືກາ 24:32; ໂຢຮັນ 7:46) ຄ້າຍຄືກັນ ເມື່ອລູກເຫັນວ່າເຈົ້າຮັກພະເຢໂຫວາ ສິ່ງນີ້ກໍຊ່ວຍລູກໃຫ້ຮັກພະອົງເຊັ່ນກັນ. (ອ່ານພະບັນຍັດ 6:5-8; ລືກາ 6:45) ດັ່ງນັ້ນ ຂໍໃຫ້ພໍ່ແມ່ທັງຫຼາຍສຶກສາຄຳພີໄບເບິນຢ່າງລະອຽດຕໍ່ໆໄປ ອ່ານສັບພະໜັງສືຂອງອົງການເປັນປະຈຳ ແລະຮຽນຮູ້ກ່ຽວກັບສິ່ງຕ່າງໆທີ່ພະເຢໂຫວາໄດ້ສ້າງ. (ມັດທາຍ 6:26, 28) ເມື່ອເຈົ້າຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາ ເຈົ້າກໍສາມາດສອນລູກໃຫ້ຮູ້ຫຼາຍຂຶ້ນໃນເລື່ອງຂອງພະອົງ.—ລືກາ 6:40
ເລົ່າໃຫ້ລູກຟັງໃນສິ່ງທີ່ເຈົ້າກຳລັງຮຽນຮູ້ກ່ຽວກັບພະເຢໂຫວາ
7, 8. ເມື່ອເຈົ້າຮຽນຮູ້ບາງສິ່ງກ່ຽວກັບພະເຢໂຫວາ ເຈົ້າສາມາດເຮັດຫຍັງ? ພໍ່ແມ່ບາງຄົນໄດ້ເຮັດແນວໃດໃນເລື່ອງນີ້?
7 ເມື່ອເຈົ້າຮຽນຮູ້ບາງສິ່ງກ່ຽວກັບພະເຢໂຫວາ ເລົ່າເລື່ອງນັ້ນໃຫ້ລູກຟັງ. ໃຫ້ເຮັດແບບນີ້ໃນທຸກໆໂອກາດທີ່ເຈົ້າຢູ່ກັບລູກ ບໍ່ແມ່ນສະເພາະຕອນທີ່ກຽມສຳລັບການປະຊຸມຫຼືໃນການສຶກສາປະຈຳຄອບຄົວເທົ່ານັ້ນ. ພໍ່ແມ່ຄູ່ໜຶ່ງໃນປະເທດອາເມຣິກາໄດ້ເຮັດດັ່ງນີ້ ເຂົາເຈົ້າລົມກັບລູກໃນເລື່ອງຂອງພະເຢໂຫວາເມື່ອເຫັນບາງສິ່ງທີ່ສວຍງາມໃນທຳມະຊາດ ຫຼືເມື່ອມີຄວາມສຸກກັບການກິນອາຫານທີ່ແຊບໆ. ເຂົາເຈົ້າເວົ້າວ່າ: “ເຮົາເຕືອນລູກໃຫ້ຄິດເຖິງຄວາມຮັກແລະຄວາມສຸຂຸມຮອບຄອບທີ່ພະເຢໂຫວາໄດ້ໃສ່ໄວ້ໃນທຸກສິ່ງທີ່ພະອົງຈັດຕຽມໃຫ້ເຮົາ.” ຜົວເມຍຄູ່ໜຶ່ງໃນອາຝຼິກກາໃຕ້ມັກເວົ້າກັບລູກສາວສອງຄົນໃນເລື່ອງການສ້າງເມື່ອເຂົາເຈົ້າເຮັດສວນນຳກັນ. ຕົວຢ່າງເຊັ່ນ: ເຂົາເຈົ້າອາດລົມກັນວ່າເປັນເລື່ອງໜ້າອັດສະຈັນໃຈແທ້ໆທີ່ເມັດພືດແຕກໜໍ່ເປັນຕົ້ນໄມ້. ຜູ້ເປັນພໍ່ແມ່ເວົ້າວ່າ: “ເຮົາພະຍາຍາມປູກຝັງລູກສາວທັງສອງຄົນໃຫ້ມີຄວາມນັບຖືແທ້ໆຕໍ່ຊີວິດແລະຄວາມສະຫຼັບຊັບຊ້ອນທີ່ໜ້າເຫຼືອເຊື່ອຂອງຊີວິດ.”
8 ພໍ່ຄົນໜຶ່ງໃນປະເທດອົດສະຕຣາລີໄດ້ພາລູກຊາຍອາຍຸປະມານ 10 ປີໄປຫໍພິພິທະພັນ. ລາວຕັດສິນໃຈທີ່ຈະໃຊ້ໂອກາດນີ້ເພື່ອທີ່ຈະຊ່ວຍສ້າງຄວາມເຊື່ອໃຫ້ລູກ ແລະໃຫ້ລູກເຫັນຫຼັກຖານວ່າພະເຢໂຫວາເປັນຜູ້ສ້າງ. ຜູ້ເປັນພໍ່ເວົ້າວ່າ: “ເຮົາເຫັນການວາງສະແດງໂຕແອະໂມນາຍ (ammonoids) ແລະໂຕໄທຣໂລໄບ (trilobites) ເຊິ່ງເປັນສັດບູຮານທີ່ອາໄສຢູ່ໃນທະເລ. ເຮົາຮູ້ສຶກວ່າສັດເຫຼົ່ານີ້ທີ່ສູນພັນໄປແລ້ວ ພວກມັນງາມ ສະຫຼັບຊັບຊ້ອນ ແລະສົມບູນແບບ ນັ້ນຄືບໍ່ມີຫຍັງແຕກຕ່າງຈາກທີ່ເຮົາສາມາດເຫັນໄດ້ໃນຕອນນີ້. ດັ່ງນັ້ນ ຖ້າຊີວິດໄດ້ວິວັດທະນາການຈາກສິ່ງທີ່ທຳມະດາເພື່ອກາຍເປັນຮູບຮ່າງທີ່ສະຫຼັບຊັບຊ້ອນຫຼາຍຂຶ້ນ ຄັນຊັ້ນ ເປັນຫຍັງສັດບູຮານເຫຼົ່ານີ້ຈຶ່ງມີຄວາມສະຫຼັບຊັບຊ້ອນຢູ່ແລ້ວ? ນັ້ນເປັນບົດຮຽນທີ່ປະທັບໃຈຂ້ອຍຫຼາຍແລະຍ້ອນແນວນັ້ນຂ້ອຍຈຶ່ງບອກໃຫ້ລູກຮູ້.”
ໃຊ້ຕົວຢ່າງປຽບທຽບ
9. ເປັນຫຍັງການໃຊ້ຕົວຢ່າງປຽບທຽບຈຶ່ງເປັນສິ່ງທີ່ດີ? ແມ່ຄົນໜຶ່ງໃຊ້ຕົວຢ່າງປຽບທຽບໃນເລື່ອງໃດ?
9 ພະເຍຊູມັກໃຊ້ຕົວຢ່າງປຽບທຽບເລື້ອຍໆ. ພະອົງສອນບົດຮຽນທີ່ສຳຄັນໂດຍການເລົ່າເລື່ອງຫຼືການໃຊ້ຕົວຢ່າງ. (ມັດທາຍ 13:34, 35) ເມື່ອເຈົ້າໃຊ້ຕົວຢ່າງປຽບທຽບ ເຈົ້າກໍໃຫ້ລູກໄດ້ໃຊ້ຈິນຕະນາການຂອງເຂົາເຈົ້າ ເຊິ່ງສິ່ງນີ້ຈະຊ່ວຍລູກໃຫ້ຄິດກ່ຽວກັບບົດຮຽນທີ່ເຈົ້າກຳລັງສອນ ໃຫ້ລູກເຂົ້າໃຈຢ່າງຈະແຈ້ງໃນເລື່ອງນັ້ນ ແລະຈື່ຈຳໄດ້. ນອກຈາກນັ້ນ ລູກກໍຈະມ່ວນນຳອີກ. ຕົວຢ່າງເຊັ່ນ: ແມ່ຄົນໜຶ່ງໃນປະເທດຍີ່ປຸ່ນຢາກໃຫ້ລູກຊາຍທັງສອງຄົນຮຽນຮູ້ວ່າ ວິທີທີ່ພະເຢໂຫວາສ້າງຊັ້ນບັນຍາກາດຂອງໂລກສະແດງໃຫ້ເຫັນວ່າພະອົງຫ່ວງໃຍເຮົາຫຼາຍ. ລູກຊາຍກົກອາຍຸ 10 ປີ ແລະຜູ້ທີສອງອາຍຸ 8 ປີ ດັ່ງນັ້ນ ແມ່ຈຶ່ງໃຊ້ຕົວຢ່າງປຽບທຽບໜຶ່ງທີ່ເໝາະກັບອາຍຸຂອງລູກ. ລາວເອົານົມ ນ້ຳຕານ ແລະກາເຟໃຫ້ລູກ ແລ້ວຈາກນັ້ນກໍບອກລູກແຕ່ລະຄົນເຮັດກາເຟໃຫ້ລາວ. ຜູ້ເປັນແມ່ອະທິບາຍວ່າ: “ລູກທັງສອງຄົນເອົາໃຈໃສ່ຫຼາຍໃນການເຮັດກາເຟ. ເມື່ອຂ້ອຍຖາມວ່າເປັນຫຍັງລູກຈຶ່ງເອົາໃຈໃສ່ຫຼາຍແທ້ ເຂົາເຈົ້າຕອບວ່າຢາກເຮັດກາເຟໃນແບບທີ່ຂ້ອຍມັກກິນ. ຂ້ອຍຈຶ່ງອະທິບາຍວ່າພະເຢໂຫວາປະສົມທາດຕ່າງໆໃນຊັ້ນບັນຍາກາດດ້ວຍຄວາມເອົາໃຈໃສ່ໃນແບບທີ່ຄ້າຍໆກັນ ນັ້ນຄືໃຫ້ເໝາະສົມກັບພວກເຮົາ.” ເດັກຊາຍທັງສອງຄົນມ່ວນກັບການຮຽນຮູ້ນີ້ແລະເຂົາເຈົ້າກໍຈະບໍ່ມີວັນລືມກ່ຽວກັບສິ່ງນີ້!
ເຈົ້າສາມາດໃຊ້ຕົວຢ່າງປຽບທຽບທີ່ງ່າຍໆເພື່ອສະແດງໃຫ້ລູກເຫັນວ່າຕ້ອງມີຜູ້ສ້າງ (ເບິ່ງຂໍ້ 10)
10, 11. (ກ) ຕົວຢ່າງປຽບທຽບອັນໃດທີ່ເຈົ້າສາມາດໃຊ້ເພື່ອສະແດງໃຫ້ລູກເຫັນວ່າຈະຕ້ອງມີຜູ້ສ້າງ? (ເບິ່ງຮູບທຳອິດ) (ຂ) ມີຕົວຢ່າງປຽບທຽບຫຍັງແດ່ທີ່ເຈົ້າໄດ້ໃຊ້?
10 ຕົວຢ່າງປຽບທຽບອັນໃດທີ່ເຈົ້າສາມາດໃຊ້ເພື່ອສະແດງໃຫ້ລູກເຫັນວ່າຈະຕ້ອງມີຜູ້ສ້າງ? ເຈົ້າອາດເຮັດເຂົ້າໜົມກັບລູກໂດຍໃຊ້ສູດຂອງເຂົ້າໜົມນັ້ນ. ໃຫ້ອະທິບາຍວ່າເປັນຫຍັງຈຶ່ງສຳຄັນທີ່ຈະເຮັດຕາມສູດ. ຈາກນັ້ນໃຫ້ເອົາໝາກແອັບເປິ້ນໜ່ວຍໜຶ່ງຫຼືໝາກໄມ້ປະເພດອື່ນໃຫ້ລູກ ແລະໃຫ້ຖາມວ່າ: “ລູກຮູ້ບໍວ່າຢູ່ທາງໃນໝາກແອັບເປິ້ນໜ່ວຍນີ້ກໍມີສູດຄືກັນ?” ຈາກນັ້ນໃຫ້ຜ່າເຄິ່ງໝາກແອັບເປິ້ນໜ່ວຍນັ້ນ ແລະຍື່ນແກ່ນມັນໃຫ້ລູກ. ໃຫ້ອະທິບາຍວ່າແກ່ນນັ້ນກໍເປັນຄືກັບສູດໆໜຶ່ງ ເພາະແກ່ນມີຄຳສັ່ງຕ່າງໆກ່ຽວກັບວິທີເຮັດໃຫ້ເປັນໝາກແອັບເປິ້ນ. ແຕ່ຄຳສັ່ງເຫຼົ່ານັ້ນສະຫຼັບຊັບຊ້ອນຫຼາຍກວ່າສູດເຮັດເຂົ້າໜົມ. ເຈົ້າອາດຖາມລູກວ່າ: “ບາງຄົນໄດ້ຂຽນສູດສຳລັບເຮັດເຂົ້າໜົມ ແຕ່ແມ່ນໃຜຂຽນສູດທີ່ເຮັດໃຫ້ເປັນໝາກແອັບເປິ້ນ?” ຖ້າລູກໃຫຍ່ແລ້ວ ເຈົ້າອາດອະທິບາຍວ່າມີຄຳສັ່ງຕ່າງໆເພື່ອເຮັດໃຫ້ໝາກແອັບເປິ້ນຕົ້ນໜຶ່ງເປັນໝາກຫຼາຍໆ ຄຳສັ່ງນັ້ນຢູ່ໃນດີເອັນເອ (DNA) ເຊິ່ງກໍຄືໜ່ວຍສືບພັນທີ່ຢູ່ໃນແກ່ນຂອງໝາກແອັບເປິ້ນ. ນອກຈາກນັ້ນ ເຈົ້າອາດໃຫ້ລູກເບິ່ງຮູບຂອງດີເອັນເອແລະຕົວຢ່າງຕ່າງໆທີ່ຢູ່ໃນໜ້າ 10-20 ຂອງຈຸນລະສານຕົ້ນກຳເນີດຊີວິດ—ຫ້າຄຳຖາມທີ່ໜ້າຄິດ.
11 ພໍ່ແມ່ຫຼາຍຄົນອ່ານວາລະສານຕື່ນເຖີດ! ກັບລູກໃນບົດຄວາມຊຸດທີ່ຊື່ວ່າ: “ມີຜູ້ອອກແບບບໍ?” ຖ້າລູກຍັງນ້ອຍ ພໍ່ແມ່ສາມາດອະທິບາຍຂໍ້ມູນໃນແບບທີ່ເຂົ້າໃຈໄດ້ງ່າຍໆ. ຕົວຢ່າງເຊັ່ນ: ຜົວເມຍຄູ່ໜຶ່ງໃນປະເທດແດນມາກສົມທຽບ ຍົນໃສ່ນົກ. ເຂົາເຈົ້າເວົ້າວ່າ: “ຍົນເບິ່ງຄ້າຍຄືກັບນົກ ແຕ່ຍົນສາມາດໄຂ່ແລ້ວກໍແຕກອອກເປັນຍົນນ້ອຍໆໄດ້ບໍ? ນົກຈຳເປັນຕ້ອງມີເດີ່ນພິເສດເພື່ອລົງຈອດບໍ? ແລະລູກຈະສົມທຽບແນວໃດລະຫວ່າງສຽງຍົນກັບສຽງນົກຮ້ອງ? ດັ່ງນັ້ນ ໃຜສະຫຼາດຫຼາຍກວ່າກັນ ຄົນທີ່ສ້າງຍົນຫຼືຄົນທີ່ສ້າງນົກ?” ເມື່ອເຈົ້າອ່ານປຶ້ມກັບລູກແລະຖາມຄຳຖາມເຂົາເຈົ້າ ເຈົ້າກໍຊ່ວຍລູກໃຫ້ໃຊ້ “ຄວາມຄຶດຕຶກຕອງ” ແລະເສີມຄວາມເຊື່ອຂອງລູກໃນພະເຢໂຫວາ.—ສຸພາສິດ 2:10-12
12. ເຈົ້າສາມາດໃຊ້ຕົວຢ່າງປຽບທຽບຕ່າງໆແນວໃດເພື່ອສອນລູກວ່າ ສິ່ງທີ່ຄຳພີໄບເບິນບອກແມ່ນຖືກຕ້ອງສະເໝີ?
12 ເຈົ້າສາມາດໃຊ້ຕົວຢ່າງປຽບທຽບຕ່າງໆເພື່ອສອນລູກວ່າສິ່ງທີ່ຄຳພີໄບເບິນບອກແມ່ນຖືກຕ້ອງສະເໝີ. ຕົວຢ່າງເຊັ່ນ: ເຈົ້າອາດອ່ານໂຢບ 26:7 (ອ່ານ). ຢ່າພຽງແຕ່ບອກລູກວ່າຂໍ້ນີ້ໃນພະຄຳພີຕ້ອງມາຈາກພະເຢໂຫວາ ແຕ່ໃຫ້ຊ່ວຍລູກໃຊ້ຈິນຕະນາການຂອງເຂົາເຈົ້າ. ເຈົ້າອາດເວົ້າວ່າຄົນໃນສະໄໝຂອງໂຢບອາດບໍ່ເຊື່ອວ່າໜ່ວຍໂລກລອຍຢູ່ໃນອະວະກາດ ເພາະເຂົາເຈົ້າຮູ້ວ່າວັດຖຸໃດໜຶ່ງທີ່ມີຮູບຊົງຄ້າຍກັບໝາກບານຫຼືກ້ອນຫີນຕ້ອງຫ້ອຍຕິດຢູ່ກັບບາງສິ່ງ. ໃນຕອນນັ້ນ ຍັງບໍ່ມີໃຜພິສູດໄດ້ວ່າໜ່ວຍໂລກລອຍຢູ່ໃນອະວະກາດ ຍ້ອນວ່າບໍ່ທັນມີກ້ອງຊ່ອງທາງໄກຫຼືຍານອະວະກາດ. ບົດຮຽນກໍຄື ເຖິງວ່າມີການຂຽນຄຳພີໄບເບິນແຕ່ດົນນານມາແລ້ວ ແຕ່ຄຳພີໄບເບິນກໍຖືກຕ້ອງສະເໝີເພາະມາຈາກພະເຢໂຫວາ.—ເນເຫມີ 9:6
ສອນລູກໃຫ້ຮູ້ວ່າເປັນຫຍັງການໃຫ້ຄຳພີໄບເບິນຊີ້ນຳຈຶ່ງເປັນສິ່ງທີ່ດີ
13, 14. ພໍ່ແມ່ອາດສອນລູກແນວໃດໃຫ້ເຮັດຕາມສິ່ງທີ່ຄຳພີໄບເບິນສອນ?
13 ເປັນເລື່ອງສຳຄັນທີ່ຈະສອນລູກວ່າ ເຂົາເຈົ້າຈະມີຄວາມສຸກທີ່ສຸດເມື່ອເຮັດຕາມສິ່ງທີ່ຄຳພີໄບເບິນສອນ. (ອ່ານຄຳເພງ 1:1-3) ຕົວຢ່າງເຊັ່ນ: ເຈົ້າອາດຂໍໃຫ້ລູກນຶກພາບວ່າເຂົາເຈົ້າກຳລັງຈະໄປອາໄສຢູ່ໃນເກາະແຫ່ງໜຶ່ງ ແລະເຂົາເຈົ້າຕ້ອງເລືອກບາງຄົນໃຫ້ໄປຢູ່ທີ່ນັ້ນນຳ. ຈາກນັ້ນ ເຈົ້າອາດຖາມວ່າ: “ຖ້າລູກຕ້ອງການໃຫ້ທຸກຄົນເຂົ້າກັນໄດ້ດີ ລູກຈະເລືອກຄົນແບບໃດໃຫ້ໄປຢູ່ນຳ?” ໃນທີ່ສຸດເຈົ້າອາດອ່ານຄາລາຊີ 5:19-23 ກັບລູກ ເພື່ອຈະເຫັນວ່າພະເຢໂຫວາຢາກໃຫ້ຄົນແບບໃດຢູ່ໃນໂລກໃໝ່.
14 ໂດຍທາງຕົວຢ່າງນີ້ ເຈົ້າສາມາດສອນບົດຮຽນສອງຢ່າງທີ່ສຳຄັນໃຫ້ແກ່ລູກ. ບົດຮຽນທຳອິດ ພະເຢໂຫວາກຳລັງສອນເຮົາໃຫ້ຮູ້ວິທີໃຊ້ຊີວິດຢ່າງມີຄວາມສຸກໃນຕອນນີ້ແລະໃຫ້ມີສັນຕິສຸກກັບຄົນອື່ນ. ບົດຮຽນທີສອງ ພະອົງກຳລັງສອນເຮົາໃຫ້ຮູ້ວິທີໃຊ້ຊີວິດໃນໂລກໃໝ່. (ເອຊາອີ 54:13; ໂຢຮັນ 17:3) ນອກຈາກນັ້ນ ເຈົ້າຍັງສາມາດໃຫ້ລູກເຫັນວ່າຄຳພີໄບເບິນໄດ້ຊ່ວຍພີ່ນ້ອງຮ່ວມຄວາມເຊື່ອແນວໃດ. ຕົວຢ່າງເຊັ່ນ: ໃຫ້ຊອກເລື່ອງຊີວິດຈິງທີ່ຢູ່ໃນສັບພະໜັງສືໃດໜຶ່ງຂອງອົງການ ບາງທີຈາກບົດຄວາມຊຸດໃນວາລະສານຫໍສັງເກດການ ທີ່ຊື່ວ່າ “ຄຳພີໄບເບິນປ່ຽນແປງຊີວິດຄົນ” ຫຼືອາດຂໍໃຫ້ບາງຄົນທີ່ຢູ່ໃນປະຊາຄົມເລົ່າໃຫ້ເຈົ້າແລະລູກຟັງວ່າຄຳພີໄບເບິນໄດ້ຊ່ວຍລາວແນວໃດໃຫ້ເຮັດການປ່ຽນແປງທີ່ຍິ່ງໃຫຍ່ເພື່ອຈະໃຫ້ພະເຢໂຫວາພໍໃຈ.—ເຫບເລີ 4:12
15. ສິ່ງໃດຈະຊ່ວຍເຈົ້າໃນການສອນລູກ?
15 ໃຊ້ຈິນຕະນາການຂອງເຈົ້າເພື່ອເຮັດໃຫ້ບົດຮຽນຕ່າງໆທີ່ເຈົ້າສອນລູກເປັນເລື່ອງທີ່ໜ້າສົນໃຈແລະໜ້າຕື່ນເຕັ້ນ. ໃຫ້ຄິດຫາວິທີການຕ່າງໆທີ່ຈະຊ່ວຍລູກໃຫ້ມ່ວນກັບການຮຽນຮູ້ເລື່ອງຂອງພະເຢໂຫວາ ແລະເພື່ອໃຫ້ລູກໃກ້ຊິດພະອົງຫຼາຍຂຶ້ນ. ໃຫ້ເຮັດແບບນີ້ຕໍ່ໄປເຖິງວ່າລູກໃຫຍ່ຂຶ້ນແລ້ວ. ພໍ່ຄົນໜຶ່ງເວົ້າວ່າ: “ຢ່າອິດເມື່ອຍໃນການທົດລອງວິທີການໃໝ່ໆເພື່ອຈະເຂົ້າເຖິງຫົວເລື່ອງທີ່ເຄີຍສອນມາແລ້ວ.”
ອະທິດຖານຂໍພະລັງບໍລິສຸດຈາກພະເຢໂຫວາແລະໃຫ້ອົດທົນກັບລູກ
16. ເມື່ອສອນລູກ ເປັນຫຍັງຈຶ່ງສຳຄັນທີ່ຈະອົດທົນ? ພໍ່ແມ່ບາງຄົນໄດ້ສະແດງຄວາມອົດທົນແນວໃດ?
16 ລູກຂອງເຈົ້າສາມາດມີຄວາມເຊື່ອທີ່ເຂັ້ມແຂງໄດ້ ໂດຍການຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຢໂຫວາ. (ຄາລາຊີ 5:22, 23) ແຕ່ກໍຕ້ອງໃຊ້ເວລາເພື່ອຄວາມເຊື່ອຂອງລູກຈະເຂັ້ມແຂງຂຶ້ນ. ດັ່ງນັ້ນ ຂໍໃຫ້ອົດທົນກັບລູກ ແລະສອນເຂົາເຈົ້າຕໍ່ໄປ. ພໍ່ຄົນໜຶ່ງໃນປະເທດຍີ່ປຸ່ນເຊິ່ງມີລູກສາວແລະລູກຊາຍ ລາວເວົ້າວ່າ: “ຂ້ອຍກັບເມຍເອົາໃຈໃສ່ລູກຫຼາຍ. ຕັ້ງແຕ່ຕອນທີ່ລູກຍັງນ້ອຍໆ ຂ້ອຍສຶກສາກັບລູກປະມານ 15 ນາທີທຸກໆມື້ ຍົກເວັ້ນມື້ທີ່ເຮົາຕ້ອງໄປປະຊຸມປະຈຳປະຊາຄົມ. ການໃຊ້ເວລາ 15 ນາທີບໍ່ຍາກໂພດສຳລັບລູກແລະສຳລັບເຮົາ.” ຜູ້ດູແລໝວດຄົນໜຶ່ງຂຽນວ່າ: “ຕອນເປັນໄວຮຸ່ນ ຂ້ອຍມີຄຳຖາມຫຼືມີຂໍ້ສົງໄສຫຼາຍຢ່າງຈົນບໍ່ສາມາດເວົ້າອອກມາໄດ້. ແຕ່ເມື່ອເວລາຜ່ານໄປກໍມີການພິຈາລະນາເລື່ອງເຫຼົ່ານີ້ໃນການປະຊຸມປະຈຳປະຊາຄົມ ຫຼືໃນການສຶກສາປະຈຳຄອບຄົວ ຫຼືໃນການສຶກສາສ່ວນຕົວ. ດ້ວຍເຫດນີ້ຈຶ່ງສຳຄັນຫຼາຍທີ່ພໍ່ແມ່ຈະສອນລູກຕໍ່ໄປ.”
ເພື່ອຈະເປັນຄູສອນທີ່ດີ ເຈົ້າຕ້ອງຮັກພະຄຳຂອງພະເຈົ້າ (ເບິ່ງຂໍ້ 17)
17. ເປັນຫຍັງຈຶ່ງສຳຄັນທີ່ພໍ່ແມ່ຈະເສີມຄວາມເຊື່ອຂອງຕົນເອງໃຫ້ເຂັ້ມແຂງ? ພໍ່ແມ່ຄູ່ໜຶ່ງໃນເບີມູ່ດາຊ່ວຍລູກສາວຂອງເຂົາເຈົ້າແນວໃດໃຫ້ມີຄວາມເຊື່ອໃນພະເຢໂຫວາ?
17 ລູກຈະສາມາດຮຽນຮູ້ໄດ້ຫຼາຍ ເມື່ອເຂົາເຈົ້າເຫັນວ່າເຈົ້າມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາ. ລູກຈະສັງເກດເບິ່ງສິ່ງທີ່ເຈົ້າເຮັດ ດັ່ງນັ້ນ ໃຫ້ເສີມຄວາມເຊື່ອຂອງເຈົ້າໃຫ້ເຂັ້ມແຂງ. ສະແດງໃຫ້ລູກເຫັນວ່າພະເຢໂຫວາມີແທ້ສຳລັບເຈົ້າ. ຕົວຢ່າງເຊັ່ນ: ເມື່ອພໍ່ແມ່ຄູ່ໜຶ່ງໃນເບີມູ່ດາຮູ້ສຶກກັງວົນກ່ຽວກັບບາງສິ່ງ ເຂົາເຈົ້າອະທິດຖານນຳພວກລູກສາວແລະຂໍການຊີ້ນຳຈາກພະເຢໂຫວາ. ນອກຈາກນັ້ນ ເຂົາເຈົ້າຍັງສະໜັບສະໜູນໃຫ້ລູກອະທິດຖານດ້ວຍຕົວເອງ. ຜູ້ເປັນພໍ່ແມ່ເວົ້າວ່າ: “ເຮົາບອກລູກສາວກົກວ່າ ‘ໃຫ້ລາວໄວ້ວາງໃຈພະເຢໂຫວາດ້ວຍສຸດຫົວໃຈ ເລັງໃສ່ການຮັບໃຊ້ພະອົງຕໍ່ໆໄປ ແລະບໍ່ຕ້ອງກັງວົນຫຼາຍ.’ ເມື່ອລາວເຫັນຜົນໄດ້ຮັບຈາກການເຮັດເຊັ່ນນັ້ນ ລາວກໍຮູ້ວ່າພະເຢໂຫວາກຳລັງຊ່ວຍເຫຼືອພວກເຮົາ. ສິ່ງນີ້ໄດ້ແກ້ໄຂຂໍ້ຂ້ອງໃຈຂອງລາວກ່ຽວກັບຄວາມເຊື່ອໃນເລື່ອງພະເຈົ້າແລະຄຳພີໄບເບິນ.”
18. ພໍ່ແມ່ຄວນຈື່ສິ່ງໃດໄວ້?
18 ພໍ່ແມ່ທັງຫຼາຍ ຂໍໃຫ້ຈື່ໄວ້ວ່າເຈົ້າບໍ່ສາມາດບັງຄັບລູກໃຫ້ມີຄວາມເຊື່ອ. ເຈົ້າສາມາດປູກແລະຫົດນ້ຳ ແຕ່ມີພຽງພະເຢໂຫວາເທົ່ານັ້ນທີ່ເຮັດໃຫ້ເຕີບໂຕໄດ້. (1 ໂກລິນໂທ 3:6) ດັ່ງນັ້ນ ໃຫ້ພະຍາຍາມຢ່າງໜັກທີ່ຈະສອນລູກທີ່ຮັກຂອງເຈົ້າກ່ຽວກັບພະເຢໂຫວາ ແລະອະທິດຖານຂໍພະລັງບໍລິສຸດຈາກພະອົງເພື່ອຊ່ວຍລູກຂອງເຈົ້າໃຫ້ມີຄວາມເຊື່ອ. ເຈົ້າໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະອວຍພອນວຽກງານທຸກຢ່າງຂອງເຈົ້າ.—ເອເຟດ 6:4